ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ເປີດສາຍດ່ວນ ຂ້າມຊາຍແດນ ຄືນໃໝ່ ເພື່ອຕິດຕໍ່ ກັບເກົາຫຼີໃຕ້


ພວກທະຫານຂອງເກົາຫຼີເໜືອ ພາກັນເບິ່ງໄປຍັງ ເກົາຫຼີໃຕ້ ຢູ່ໃກ້ຄຽງກັບບ່ອນທີ່ເກົາຫຼີເໜືອຄົນນຶ່ງ ໄດ້ໂຕນໜີ ເມື່ອວັນທີ 13 ພະຈິກ 2017, ຢູ່ພາຍໃນເຂດປອດທະຫານ ໃກ້ບ້ານ ປັນມຸນຈອມ ຂອງເກົາຫຼີໃຕ້, ວັນທີ 27 ພະຈິກ 2017.
ພວກທະຫານຂອງເກົາຫຼີເໜືອ ພາກັນເບິ່ງໄປຍັງ ເກົາຫຼີໃຕ້ ຢູ່ໃກ້ຄຽງກັບບ່ອນທີ່ເກົາຫຼີເໜືອຄົນນຶ່ງ ໄດ້ໂຕນໜີ ເມື່ອວັນທີ 13 ພະຈິກ 2017, ຢູ່ພາຍໃນເຂດປອດທະຫານ ໃກ້ບ້ານ ປັນມຸນຈອມ ຂອງເກົາຫຼີໃຕ້, ວັນທີ 27 ພະຈິກ 2017.

ໃນຂະນະດຽວກັນ ເກົາຫຼີເໜືອ ໄດ້ເປີດຄືນໃໝ່ ຊ່ອງທາງການສື່ສານຂ້າມຊາຍແດນ
ກັບເກົາຫຼີໃຕ້ ໃນວັນພຸດມື້ນີ້ ອັນເປັນສັນຍານ ທີ່ສຳຄັນຄັ້ງທຳອິດ ເຊິ່ງຄູ່ປໍລະປັກ ທີ່
ຂົມຂື່ນ ກຳລັງຫາທາງທີ່ຈະປັບປຸງຄວາມສຳພັນລະຫວ່າງກັນ ຫຼັງຈາກ ທີ່ໄດ້ເກີດ
ຄວາມເຄັ່ງຕຶງເພີ່ມຂຶ້ນເລື້ອຍໆ ມາໄດ້ຫຼາຍປີແລ້ວນັ້ນ.

ບັນດາເຈົ້າໜ້າທີ່ຂອງເກົາຫຼີໃຕ້ ກ່າວວ່າ ຕົນໄດ້ຮັບໂທລະສັບ ຈາກຝ່າຍເກົາຫຼີເໜືອ
ໂດຍຜ່ານທາງສາຍດ່ວນ ທີ່ບ້ານ ປັນມຸນຈອມ ໃນເຂດຊາຍແດນ ທີ່ເປັນເຂດປອດ
ທະຫານ ແບ່ງແຍກ ເກົາຫຼີເໜືອ ແລະເກົາຫຼີໃຕ້ ອອກຈາກກັນ. ສາຍດ່ວນດັ່ງກ່າວ
ໄດ້ຖືກລະງັບໄວ້ ຕັ້ງແຕ່ເດືອນກຸມພາ ປີ 2016 ເປັນຕົ້ນມາ ໃນເວລາທີ່ພຽງຢາງ
ຕັດການສື່ສານ ຫຼັງຈາກໂຊລ ໄດ້ຖອນໂຕອອກຈາກເຂດອຸດສາຫະກຳຮ່ວມ ເພື່ອ
ເປັນການຕອບໂຕ້ຕໍ່ການທົດລອງນິວເຄລຍ ແລະລູກສອນ ໄຟຂີປະນາວຸດ ທີ່ຍັງ
ດຳເນີນຢູ່ຕໍ່ມາ ຂອງເກົາຫຼີເໜືອ.

ທ່ານຣີ ຊັນ ວອນ ຫົວໜ້າຮັບຜິດຊອບເລື່ອງກິດຈະການເກົາຫຼີຂອງເກົາຫຼີເໜືອ ໄດ້
ກ່າວວ່າ ປະເທດຂອງທ່ານ ກຳລັງຫາທາງທີ່ຈະພົວພັນ ກັບເກົາຫຼີໃຕ້ ດ້ວຍ “ທ່າທີ
ແບບຈິງໃຈ ແລະມີທັດສະນະຄະຕິທີ່ສັດຊື່”
ຢູ່ໃນຖະແຫລງການທີ່ໄດ້ປະກາດ
ການເປີດຄືນສາຍດ່ວນ ເມື່ອຕອນເຊົ້າວັນພຸດມື້ນີ້ ໂດຍອົງການຂ່າວ KCNA ຂອງ
ທາງການ ເກົາຫຼີເໜືອ.

US Koreas Diplomacy Update
please wait

No media source currently available

0:00 0:01:42 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG