ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກທ່ອງທ່ຽວຕ່າງປະເທດ ເຂົ້າຮ່ວມ ການແຂ່ງແລ່ນ Marathon ໃນເກົາຫລີເໜືອ (ວີດີໂອ)


nokormarathon13april14
please wait

No media source currently available

0:00 0:00:41 0:00

ເບິ່ງວີດີໂອ ເລື້ອງນີ້

ເກົາຫຼີ​ເໜືອ​ໄດ້​ອະນຸຍາດ​ໃຫ້​ພວກ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ
ປະ​ເທດ ​ເຂົ້າ​ຮ່ວມ​ໃນການ​ແຂ່ງຂັນ​ແລ່ນ marathon ປະ
ຈຳ​ປີ ຜ່ານ​ຖະໜົນ​ສາຍ​ຕ່າງໆ ​ໃນ​ນະຄອນຫຼວງ​ພຽງ​ຢາງ​
ຂອງ​ຕົນເປັນ​ເທື່ອ​ທຳ​ອິດ​.

​ໃນ​ຈຳນວນພວກ​ທີ່​ປະກອບສ່ວນ​ຫຼາຍ​ພັນ​ຄົນ ໃນ​ການ​
ແຂ່ງຂັນ​ໃນ​ວັນ​ອາທິດ​ມື້​ນີ້ ຫຼາຍ​ກວ່າ 200 ຄົນ ​ແມ່ນ​ມາ​
ຈາກ​ປະ​ເທດ​ອື່ນໆ.

ການ​ແຂ່ງຂັນໄດ້​ເລີ້ມ ​ຈາກ​ສະໜາມ​ກີລາ Kim Il Sung ​ແລະ​ສິ້ນສຸດ​ລົງ​ຢູ່​ທີ່​ນັ້ນ.

ພວກ​ປະກອບ​ສ່ວນ​ໃນ​ການ​ແຂ່ງຂັນ ​ໄດ້​ຮັບ​ການ​ຮັບຕ້ອນ ​ຢູ່​ເສັ້ນໄຊ ​ໂດຍ​ພວກ​
ຜູ້​ຊົມ​ທີ່ຟົດ​ຟື້ນ​ ຈຳນວນ​ຫຼາຍ​ກວ່າ 4 ໝື່ນ​ຄົນ.

ການ​ແຂ່ງ​ແລ່ນ marathon Mangyongdae ​ແມ່ນ​ຕັ້ງຕາມ​ຊື່​ບ້ານເກີດ ຂອງ
ມື້​ລາງ​ ຄິມ ອີລ ຊຸງ ຜູ້ນຳ​ປະ​ເທດ​ຄົນ​ທຳ​ອິດ ແລະ​ຈັດຂຶ້ນ​ໃນ​ປະມານເວລາ​ດຽວ
​ກັນ​ກັບ ການ​ສະຫຼອງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ໃນ​ວັນ​ທີ 15 ​ເມສາ​.
XS
SM
MD
LG