ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອກໍາລັງ ປະເຊີນກັບ ລະດູໜາວ ທີ່ຮຸນແຮງທີ່ສຸດ


ປະຊາຊົນເກົາຫລີເໜີອ ປະມານ 100,000 ໂຮມຊຸມນຸມກັນ ສະແດງຄວາມຈົ່ງຮັກພັກດີ ຕໍ່ ທ່ານ Kim Jong Il ຜູ້ນໍາເກົາຫລີເໜືອ ຢູ່ນະຄອນຫລວງ Pyongyang, ວັນທີ 3 ມັງກອນ 2011.
ປະຊາຊົນເກົາຫລີເໜີອ ປະມານ 100,000 ໂຮມຊຸມນຸມກັນ ສະແດງຄວາມຈົ່ງຮັກພັກດີ ຕໍ່ ທ່ານ Kim Jong Il ຜູ້ນໍາເກົາຫລີເໜືອ ຢູ່ນະຄອນຫລວງ Pyongyang, ວັນທີ 3 ມັງກອນ 2011.

ບັນດາກຸ່ມ​ການ​ກຸສົນ​ເກົາຫລີ​ໃຕ້​ ທີ່ໃຫ້ການ​ຊ່ວຍ​ເຫລືອ​ແກ່​ເກົາຫລີ​ເໜືອ ພາກັນວິຕົກ​ກັງວົນ​ວ່າ ລະດູ​ໜາວ​ທີ່​ຮຸນ​ແຮງ​ຫລາຍ​ໃນ​ປີ​ນີ້​ອາດ​ພາ​ໃຫ້​ເກີດ ​ມີ​ຄົນເສຍ​ຊີວິດ​ຫລາຍ​ຄົນ ຢູ່​ໃນ​ເກົາຫລີ​ເໜືອ​ປະ​ເທດ​ຄອມ​ມີ​ວນີສທີ່​ຍາກຈົນ​ຂັດ​ສົນນັ້ນ. ​​ແຕ່ຢ່າງ​ໃດ​ກໍ​ຕາມ ກຸ່ມ​ການ​ກຸສົນ​ເຫລົ່າ​ນີ້​ກໍຍັງ​ມອງ​ເຫດການ​ໃນ​ແງ່​ດີ​ຢູ່​ ​ເພາະວ່າໃນ​ອີກ​ບໍ່​ດົນນັ້ນ ພວກ​ເຂົາ​ເຈົ້າກໍຈະ​ໄດ້​ຮັບ​ອະນຸຍາດ ຈາກລັດຖະບານ​ເກົາຫລີ​ໃຕ້​ ​ໃຫ້​ໄປຮ່ວມ​ໃນ​ກອງປະຊຸມ​ທີ່​ພຽງ​ຢາງ​ເພື່ອ​ປຶກສາ​ຫາລື​ກັນ​ ກ່ຽວ​ກັບການ​ເລີ່​ມຕົ້ນຈັດ​ສົ່ງການ​ຊ່ວຍ​ເຫລືອດ້ານມະນຸດສະ​ທໍາ​ໄປ​ໃຫ້​ ເກົາຫລີ​ເໜືອຄືນ​ໃໝ່​ຢ່າງ​ເຕັມ​ສ່ວນນັ້ນ.

ຫົວໜ້າ​ກຸ່ມ​ຈັດ​ຕັ້ງ​ທີ່​ເປັນ​ຄັນ​ຮົ່ມ ​ຫລືສູນ​ກາງຂອງ​ບັນດາ
ອົງການ​ຊ່ວຍ​ເຫລືອຕ່າງໆຂອງເອກະ​ຊົນເກົາຫລີ​ໃຕ້​ກ່າວ
ວ່າ ສະພາ​ວະອາກາດລະດູ​ໜາວ​ທີ່ໜາວຜິດ​ປົກກະຕິ ກໍາ ລັງ​ສົ່ງ​ຜົນ​ກະທົບ​ຕໍ່​ຊາວ​ເກົາຫລີ​ເໜືອ ຈໍານວນຫລາຍ​ ​.

ທ່ານ Park Hyun-seok ເປັນເລຂາທິການໃຫຍ່​ຂອງ
ສະພາ​ອົງການບໍ່ຂື້ນ​ກັບ​ລັດຖະບານ ຫລື ສະພາ NGO ສໍາລັບ​ການຮ່ວມ​ມືກັບ​ເກົາຫລີ​ເໜືອ.

ທ່ານ Park ​ເວົ້າວ່າ ທ່ານ​ໄດ້​ຮູ້​ຈາກ​ລາຍ​ງານຂ່າວ​ແລະ
ແຫ​ລ່ງຕ່າງໆ ​ໂຮມ​ທັງ​ລັດຖະບານ​ເກົາຫລີ​ໃຕ້ນໍາ ວ່າ
ຊາວເກົາຫລີ​ເໜືອ​ຫລາຍ​ຄົນ​ກໍາລັງສູນ​ເສຍ​ຊີວິດ​ ຍ້ອນ
ສະພາບ​ອາກາດ​ໜາວຈັດ ​ແລະ​ສະຖານ​ນະ​ການ​ດ້ານ
ອາຫານ ​ແມ່ນ​ຮ້າຍ​ແຮງ​ກວ່າສະພາບການຂາດ​ແຄນ ​ສະບຽງ​ອາຫານ​ແລະຄວາມ​ລໍາບາກ​ຍາກ​ແຄ້ນ ​ທີ່​ຊາວ​ເກົາຫລີ​ເໜືອ​ໄດ້ປະສົບ​ມາ​ເມື່ອ​ປີ 1995 ນັ້ນ.

ສະພາບຄວາມ​ອຶດຫິວ​ໃນ​ກາງຊຸມ​ປີ 1990 ນັ້ນ ​ເຊື່ອ​ວ່າໄດ້​ສົ່ງຜົນ​ໃຫ້ ຊາວ​ເກົາຫລີ​ເໜືອ​ ຫລາຍ​ຮ້ອຍ​ພັນ​ຄົນ​ເສຍ​ຊີວິດ​ໄປ. ນັບ​ຕັ້ງ​ແຕ່​ນັ້ນ​ມາ​ ເກົາຫລີ ​ເໜືອ​ແມ່ນໄດ້ອາ​ໃສ​ກາງ​ຕໍ່​ການ​ຊ່ວຍ​ເຫລືອ​ອາຫານ​ຈາກ​ຕ່າງປະ​ເທດ ​ອັນ​ມີສາ​ເຫດ​ມາ​ຈາກ​ໄພພິບັດ​ທໍາ​ມະ​ຊາດ​ຕ່າງໆ ​ແລະ​ການ​ບໍລິຫານເສດຖະກິດ​ ແບບ​ບໍ່ຖືກ​ບໍ່​ຕ້ອງນັ້ນ.

ເມື່ອ​ບໍ່​ເທົ່າ​ໃດ​ອາທິດ​ຜ່ານ​ມາ​ນີ້ ອຸນນະຫະ​ພູມ​ແມ່ນ​ຢູ່ຕໍ່າ​ກວ່າລະດັບກ້າມ​ ​ເປັນ​ນໍ້າກ້ອນ ​ໃນ​ຂົງ​ເຂດ​ສ່ວນ​ຫລາຍ​ຂອງ​ແຫລມ​ເກົາຫລີ.

ອົງການ​ຂ່າວ​ທາງ​ການ​ຂອງ​ເກົາຫລີ​ເໜືອ​ໄດ້​ລາຍ​ງານ​ວ່າ ຄວາມ​ໜາວເຢັນ ​ເປັນ​ປະວັດ​ການ​ນັ້ນ ກໍາລັງ​ສ້າງ​ຄວາມ​ລໍາບາກ​ຍາກ​ແຄ້ນ​ໃຫ້​ແກ່​ຊີວິດຂອງ​ປະຊາຊົນ ​ແລະ​ອາດ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ໃຫ້ແກ່​ການປູກຝັງ ໃນ​ລະດູບານ​ໃໝ່​ໄດ້.

ອົງການ​ຊ່ວຍ​ເຫລືອ​ຕ່າງໆ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ເລີ່​ມອອກ​ຄໍາເຕືອນ​ມາ​ໄດ້​
ຫລາຍໆ​ເດືອນ​ແລ້ວວ່າ​ ປະຊາຊົນ​ຫລາຍ​ລ້ານ​ຄົນ​ໃນ​ເກົາ​ຫລີ​ ເໜືອ ​ປະ​ເຊີນ​ກັບ​ສະພາວ​ະ
ຂາດ​ແຄນ​ອາຫານ​ຢ່າງ​ໜັກ ​ແລະ​ວ່າ ການ​ຂາດໂພຊະ​ການຫລື​ບໍ່​ໄດ້​ຮັບອາຫານ​ການ​ກິນ
ຢ່າງພຽງພໍນັ້ນ ແມ່ນ​ມີ​ຢູ່​ທົ່ວ​ໄປ​ໃນເກົາຫລີເໜືອ​. ​ແຕ່ວ່າ ບັນດາອົງການ​ຊ່ວຍ​ເຫລືອ​ຂອງ
ສະຫະ​ປະຊາ​ຊາດກໍຍັງ​ບໍ່​ໄດ້ລາຍ​ງານ​ໃຫ້​ຊາບ​ຢ່າງເປີດ​ເຜີຍ ກ່ຽວ​ກັບວ່າ​ໄດ້​ເກີດໂຣຄາ​ພະ
ຍາດ​ຫລື​ສະພາບ​ການດ້ານ​ສາທາລະນະ​ສຸກ​ ທີ່​ຜິດ​ປົກກະຕິ​ແນວ​ໃດ​ແດ່​ ໃນ​ລະດູ​ໜາວປີ​ນີ້.

ຫລັງ​ຈາກ​ການ​ປະຕິບັດ​ການ​ທາງ​ທະຫານ​ຫລາຍ​ບັ້ນ​ຂອງ​ເກົາ​ຫລີ​ເໜືອ​ເມື່ອ ປີກາຍນີ້ ​ກຸງ​
ໂຊ​ລ​ໄດ້​ຕັດ​ການ​ຊ່ວຍ​ເຫລືອດ້ານ​ອາຫານເກືອ​ບ​ທັງ​ໝົດ ​ນອກຈາກປະລິມານ​ນ້ອຍໆ​ນຶ່ງ
ສໍາລັບ​ພວກ​ເດັກ​ແລະ​ພວກ​ຜູ້​ໃຫຍ່​ທີ່ມີ​ສຸຂະພາບ​ອ່ອນ​ແອ​ທີ່​ສຸດ.

ສະພາ​ NGO ທີ່​ເປັນ​ຕົວ​ແທນ​ກຸ່ມ​ການ​ຊ່ວຍ​ເຫລືອ 56 ກຸ່ມນັ້ນ ກ່າວ​ວ່າ ຕົນຄາດ​ຫວັງ​ວ່າ​ ຈະ​ໄດ້​ຮັບ​ການ​ອະນຸຍາດ​ຈາກ​ລັດຖະບານເກົາຫລີ​ໃຕ້ ໃນ​ອາທິດ​ໜ້າ​ນີ້ ​ໃຫ້​ໄປ​ຮ່ວມ​ກອງ​ປະ ຊຸມ​ໃນ​ເດືອນນີ້ ທີ່​ເກົາ​ຫລີ​ເໜືອນັ້ນ.

ເມື່ອ​ເດືອນ​ຜ່ານ​ມາ​ນີ້ ພຽງ​ຢາງໄດ້​ຂໍ​ຮ້ອງໄປ​ຍັງສະພາ NGO ​ເພື່ອໃຫ້​ຈັດ ການເຈລະຈາ​ຫາລື​ກັນ​ຂຶ້ນ ໃນ​ຕົ້ນ​ເດືອນ​ກຸມພາ ກ່ຽວ​ກັບ​ການ​ຮຶ້ພື້ນ​ການ​ຊ່ວຍ​ເຫລືອຄືນ​ອີກ. ນອກ​ນີ້​ແລ້ວ ພວກ​ເຈົ້າໜ້າ​ທີ່​ໃນ​ນະຄອນຫລວງ​ພຽງ​ຢາງຍັງ​ຮັບປາກ​ວ່າ​ ຈະ​ອະນຸຍາດ​ໃຫ້ກຸ່ມການ​ຊ່ວຍ​ເຫລືອ​ຕ່າງໆ​ຂອງເກົາຫລີ​ໃຕ້​ ​ເຂົ້າ​ໄປ​ກວດກາ​ຢູ່​ບ່ອນສູນ​ກາງ​ແຈກ​ຢາຍອາຫານ ເພື່ອ​ຮັບປະ ກັນ​ຄວາມ​ໂປ່​ງ​ໃສ.

ຊາວເກົາຫລີເໜືອ ໄປຮັບເອົາການ ຊ່ວຍເຫລືອ ດ້ານອາຫານ.
ຊາວເກົາຫລີເໜືອ ໄປຮັບເອົາການ ຊ່ວຍເຫລືອ ດ້ານອາຫານ.

ທ່ານ​ນາງ Lee Jong-joo ​ໂຄສົກ​ກະຊວງ
ການ​ທ້ອນ​ໂຮມຊາດ​ຂອງ​ເກົາຫລີ​ໃຕ້ ກ່າວ​ວ່າ
ຈະ​ຕ້ອງ​ມີ​ການຕົກລົງ​ກັນ​ເລື້ອງ​ການ​ກວດກາ
ເສຍ​ກ່ອນ ກ່ອນ​ທີ່ກຸງໂຊ​ລຈະ​ອະນຸຍາດ​ໃຫ້ຮື້ ຟື້ນ ການ​ຊ່ວຍ​ເຫລືອ​ຄືນ​ໄດ້.

ທ່ານ​ນາງ​ລີກ່າວ​ວ່າ ນອກ​ນີ້​ແລ້ວ ກຸງພຽງ​ຢາງ
ຍັງ​ຕ້ອງ​ໄດ້​ສະ​ແດງ​ທ່າ​ທີ ທີ່​ມີ​ຄວາມ​ຮັບຜິດ
ຊອບ​ ຕໍ່​ພຶດຕິການລຸກ​ລານ​ຕ່າງໆ​ຂອງ​ຕົນ​ເມື່ອ​
ປີຜ່ານມາ​ນີ້ ​ແລະ​ຮັບປາກ​ວ່າຈະ​ບໍ່​ເຮັດແບບ
ນັ້ນ​ອີກ. ຖ້າ​ເກົາຫລີ​ເໜືອ​ປະຕິບັດເຊ່ນ​ນັ້ນໄດ້​
ການ​ຊ່ວຍ​ເຫລືອ​ຈາກ​ເກົາຫລີ​ໃຕ້ ກໍ​ອາດ​ສາ
ມາດ​ມີ​ຄືນໄດ້​ອີກ​ ໃນ​ລະດັບທີ່ໄດ້ຈັດ​ຕັ້ງ​ປະຕິ
ບັດ​ກັນກ່ອນ​ວັນ​ທີ່ 24 ​ເດືອນ​ພຶດສະພາ ​
ຜ່ານ​ມາ ​ເວລາ​ການຄ້າ​ແລະການຈັດ​ສົ່ງ​ ການ​ຊ່ວຍ​ເຫລືອ​ຕ່າງໆ​ ​ຖືກໂຈະ​ໄວ້ນັ້ນ.

ທ່ານ Park ຜູ້​ນໍາ​ສະພາ NGO ກ່າວ​ວ່າ ຄວາມ​ເຕັມ​ໃຈ​ຂອງ​ພຽງ​ຢາງທີ່ ຈະ​ອະນຸຍາດ​ໃຫ້​ມີ​ການ​ກວດກາ​ສູນ​ກາງ​ແຈກ​ຢາຍ​ອາຫານແຫ່ງ​ຕ່າງ​ໆ​ ຊຶ່ງ ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ນັ້ນ ​ແມ່ນ​ຈະ​ເປັນ​ການ​ສໍາຄັນ​ ສໍາລັບເຫດຜົນດ້ານ​ອື່ນໆ ອີກ​ຫລາຍໆ​ຢ່າງ.

ທ່ານ Park ກ່າວ​ວ່າ ​ມັນ​ເປັນ​ມາດ​ຕະການສັນຍະລັກ​ອັນນຶ່ງ​ ຊຶ່ງຜ່ານ​ມາດ​ຕະການອັນ​ນີ້ ​ບັນດາ​ກຸ່ມ​ມະນຸດສະ​ທໍາ​ ກໍ​ຈະສາມາດສະ​ແດງ​ໃຫ້ປະຊາຊົນ​ເກົາຫລີ​ໃຕ້ ​ແລະ​ປະຊາ​ຄົມນາ​ນາ​ຊາດທີ່​ມີ​ຂໍ້​ຂ້ອງ​ໃຈ​ນັ້ນ ​ໄດ້​ເຫັນ​ວ່າ ການ​ ຊ່ວຍ​ເຫລືອນັ້ນ​ ໄດ້​ຖືກ​ແຈກ​ຢາຍໄປ​ຮອດ​ໄປ​ເຖິງ​ພວກ​ທີ່​ຕ້ອງການ​ແທ້ໆ. ທ່ານ Park ກ່າວ​ວ່າ ນອກ​ນີ້ ການຮື້ຟື້ນ​ການ​ຊ່ວຍ​ເຫລືອຄືນ​ມາ​ອີກ​ນັ້ນ ອາດສາມາດ​ຊ່ວຍ​ໃຫ້​ການ​ເຈລະຈາ​ລະຫວ່າງ​ສອງ​ເກົາຫລີ​ ​ເລີ່​ມຕົ້ນ​ຄືນ​ອີກ​ໄດ້.

ເກົາຫລີ​ໃຕ້ ສະຫະລັດ ຍີ່ປຸ່ນ ແລະ​ສະຫະພາບ​ຢຸ​ໂຣບ ​ເປັນ​ຜູ້ໃຫ້ການ​ຊ່ວຍ​ເຫລືອແຖວໜ້າ ​ແກ່​ເກົາຫລີ​ເໜືອ ​ໃນ​ສ່ວນ​ໃຫຍ່​ຂອງ​ທ້າຍ​ຊຸມ​ປີ 1990 ​ແລະ​ຕົ້ນໆທົດ​ສະ​ວັດ​ທີ່​ຜ່ານ​ມາ​ນີ້. ​ແຕ່ການ​ຊ່ວຍ​ເຫລືອ​ນັ້ນ​ໄດ້​ຕົກ​ຕໍ່າລົງ​ຢ່າງ​ຫລວງ​ຫລາຍ ຫລັງ​ຈາກ​ທີ່ພວກ​ເຂົາ​ເຈົ້າ​ໄດ້​ຄົ້ນພົບ​ວ່າ​ ພຽງ​ຢາງກໍາລັງ ​ດໍາ​ເນີນໂຄງການສ້າງ​ອາວຸດ​ນີວ​ເຄລຍຢ່າງ​ລັບໆ​ນັ້ນ.

ເປັນ​ທີ່​ຮູ້​ກັນ​ຢູ່​ແລ້ວ​ວ່າ ປະຊາ​ຄົມນາ​ນາ​ຊາດ​ໄດ້​ນໍາ​ໃຊ້​ການ​ລົງ​ໂທດຫລາຍໆ​ບັ້ນ​ຕໍ່​ເກົາຫລີ​ເໜືອ ກ່ຽວ​ກັບ​ໂຄງການ​ນີວ​ເຄລຍ ການ​ທົດ​ລອງ​ລູກ​ສອນ​ໄຟ ການ​ຄ້າຂາຍ​ອາວຸດ​ ​ແລະ​ກິດຈະ​ກໍາ​ທີ່​ຜິດ​ກົດໝາຍ​ຕ່າງໆ​ ຂອງ​ພຽງ​ຢາງ​ນັ້ນ​ ຊຶ່ງ​ໄດ້​ຍັງ​ຜົນ​ໃຫ້​ເກົາຫລີ​ເໜືອ​ຕ້ອງ​ຫັນ​ໄປກາງ​ຕໍ່​ອາ​ໃສ​ຈີນ​ ​ເພື່ອ​ຄວາມ ​ຢູ່​ລອດ​ທາງ​ເສດຖະກິ​ດຂອງ​ຕົນ.

ເທົ່າ​ເຖິງປັດຈຸບັນ​ນີ້​ ຍັງ​ບໍ່​ມີຄວາມ​ສໍາພັນ​ທາງ​ການ​ທູດ​ໃດໆ​ລະຫວ່າງ​ສອງ ​ເກົາຫລີ ທີ່​ໄດ້​ສູ້​ລົບ​ກັນ​ໃນ​ສົງຄາມ​ກາງ​ເມືອງ​ບັ້ນ​ນຶ່ງ​ໃນ​ຕົ້ນ​ຊຸມ​ປີ 1950. ​ການ​ສູ້​ລົບ​ກັນ​ຄັ້ງນັ້ນໄດ້​ຍຸຕິ​ລົງດ້ວຍ​ການ​ຍຸດ​ຍິງ ໂດຍທີ່​ທັງ​ສອງ​ຝ່າຍບໍ່​ເຄີຍ​ໄດ້​ເຊັນ​ສັນຍາສະຫງົບ​ເສິກ ຫລື​ສົນທິສັນຍາ​ສັນຕິ ພາບ​ກັນ​ເລີຍ.

XS
SM
MD
LG