ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳຂອງເກົາຫລີເໜືອທ່ານກິມ-ຈົງ-ອິລຢ້ຽມຢາມຈີນ


ມີລາຍງານວ່າຜູ້ນຳຂອງເກົາຫລີເໜືອ ທ່ານກິມ-ຈົງ-ອິລ
ໄດ້ເດີນທາງໄປເຖິງນະຄອນຫຼວງປັກກິ່ງ ເພື່ອເຈລະຈາ
ຫາລືກັບພວກເຈົ້າໜ້າທີ່ຂັ້ນສູງຂອງຈີນ.

ອົງການຂ່າວຢອນຮັບຂອງເກົາຫລີໃຕ້ລາຍງານວ່າ
ທ່ານກິມໄດ້ເດີນທາງໄປເຖິງນະຄອນຫລວງຂອງຈີນ
ໃນວັນພຸດມື້ນີ້ໂດຍ​ທາງຂະບວນລົດໄຟກັນລູກປືນຂອງທ່ານ
ແລະມີຂະບວນລົດນຳທ່ານໄປພັກຢູ່ທີ່ເຮືອນພັກຮັບຮອງ
ແຂກເມືອງ DIAOYUTAI ຂອງລັດຖະບານຈີນ.
ເປັນທີ່ຄາດກັນວ່າ ຜູ້ນຳທີ່ໂດດດ່ຽວຂອງເກົາຫລີເໜືອ ຈະໄດ້ພົບປະກັບປະທານປະເທດຈີນທ່ານຫູຈີນເທົາໃນວັນພຸດມື້ນີ້.
ມີທ່າທາງວ່າ ການເຈລະຈາຫາລືຂອງພວກທ່ານທັງສອງຈະເພັ່ງເລັງໃສ່ການ
ໃຫ້ຄວາມຊ່ອຍເຫຼືອທາງດ້ານ ການເງິນແລະການປະຕິເສດຂອງເກົາຫລີເໜືອ
ທີ່ຈະປະກອບສ່ວນເຂົ້າຮ່ວມການເຈລະຈາ 6 ຝ່າຍທີ່ຈີນເປັນເຈົ້າພາບ ກ່ຽວກັບໂຄງການນິວເຄລຍຂອງເກົາຫລີເໜືອນັ້ນ.

ປັກກິ່ງໄດ້ພະຍາຍາມແຕ່ບໍ່ສຳເລັດຜົນ ທີ່ຈະຊັກຊວນໃຫ້ທ່ານກິມຮັບເອົາການປະຕິຮູບ
ເພື່ອຕ່າວ​ປີ້ນ​ເສດຖະກິດທີ່ຢູ່ໃນສະພາບບໍ່ໄປບໍ່ມາຂອງເກົາຫຼີເໜືອ ຊຶ່ງໄດ້ຮັບຜົນກະທົບ
ສ່ວນນຶ່ງຈາກການລົງໂທດຂອງອົງການສະຫະປະຊາຊາດ ຫລັງຈາກພຽງຢາງ ຖອນໂຕ
ອອກຈາກການເຈລະຈານິວເຄລຍນັ້ນ ​ໃຫ້ປະສົບກັບຄວາມກ້າວໜ້າ.

XS
SM
MD
LG