ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລູກຊາຍທ່ານ ກິມ ຈົງອິລ ເຂົ້າຢ້ຽມເຄົາລົບສົບພໍ່ ຄັ້ງສຸດທ້າຍ


ລູກຊາຍ Kim Jong Un ເຂົ້າຢ້ຽມຄໍານັບສົບພໍ່ Kim Jong Il ຄັ້ງສຸດທ້າຍ
ລູກຊາຍ Kim Jong Un ເຂົ້າຢ້ຽມຄໍານັບສົບພໍ່ Kim Jong Il ຄັ້ງສຸດທ້າຍ

ສົບ​ຂອງ​ມື້​ລາງຜູ້​ນໍາ​ເກົາຫລີ​ເໜືອ ທ່ານກິມຈົງ​ອິລ ​ໄດ້​ຖືກ​ນຳ​ໄປ​ດອຍໄວ້ທີ່​ອະນຸສາວະລີ
ບັນຈຸ​ສົບປະທານ​ປະ​ເທດ ​ໃນ​ຂະນະ​ທີ່​ຝູງ​ຊົນ​ທີ່​ໂສກ​ເສົ້າ ພາກັນ​ຮ້ອງໄຫ້ ສືບ​ຕໍ່​ສະ​ແດງ​
ຄວາມເສຍ​ໃຈ ​ກ່ຽວ​ກັບການ​ມໍລະນະ​ກໍາ​ແບບ​ບໍ່​ຄາດ​ຝັນ ​ຂອງ​ຜູ້​ນໍາ​ທີ່​ປົກຄອງ​ປະ​ເທດ​ມາ
ດົນ​ນານ​ນັ້ນ.

ເມື່ອ​ວັນ​ອັງຄານ​ມື້​ນີ້ ​ໂທລະພາບ​ທາງ​ການ​ຂອງ​ເກົາຫລີ​ເໜືອ ​ໄດ້​ອອກ​ຂ່າວ​ຮູບ​ພາບສົບ
ຂອງ​ທ່ານ​ກິມ ທີ່​ຫຸ້ມ​ດ້ວຍ​ຜ້າສີ​ແດງ​ເປັນ​ບາງ​ສ່ວນ​ນັ້ນ ນອນ​ຢູ່ໂລງ​ສົບ​ແກ້ວທີ່ໂອບອ້ອມ​
ດ້ວຍ​ດອກ​ໄມ້ ທີ່ທຳນຽບອະນຸສາວະລີ Kumsusan ​ໃນ​ນະຄອນຫຼວງພຽງ​ຢາງ​ນັ້ນ.

ພ້ອມ​ດຽວ​ກັນ ສົບທີ່​ອາບ​ນໍ້າ​ຢາ​ຂອງ​ມື້​ລາງ​ທ່ານ Kim II Sung ປະທານ ປະ​ເທດຜູ້​ກໍ່
ຕັ້ງເກົາຫລີ​ເໜືອ ​ໄດ້​ນໍາ​ອອກ​ສະ​ແດງ​ຢູ່​ໃນ​ຕູ້​ແກ້ວ ​ໃນສະຖານ​ທີ່​ດຽວ​ກັນ​ນີ້​ໃນ​ປີ 1994.

ສື​ມວນ​ຊົ​ນຂອງ​ລັດ​ລາຍ​ງານ​ວ່າ ທ່ານ Kim Jong Un ລູກ​ຊາຍ​ຫລ້າ​ຂອງ​ທ່ານ ກິມ ຈົງ
ອິລ ​ແລະ​ຜູ້​ທີ່​ຈະ​ສືບ​ທອດ​ຕໍາ​ແໜ່​ງ​ແທນ​ພໍ່ ​ໄດ້​ມາ​ຢ້ຽມຢາມ​ສົບ​ພໍ່ ​ແລະ​ໄດ້​ປະກອບ​ພິທີ​ທີ່
ເຄັ່ງຂຶມ ທີ່​ທຳນຽບດັ່ງກ່າວ​ໃນ​ວັນ ​ອັງຄານ​ມື້​ນີ້.

ອົງການ​ຂ່າວສູນ​ກາງຂອງ​ທາງ​ການ​ເກົາຫລີ​ເໜືອ ​ໄດ້​ປະກາດ​ໃນ​ຕອນ​ເຊົ້າວັນ​ຈັນ​ວານ​ນີ້
ວ່າ ທ່ານ ກິມຈົງ​ອິລ ທີ່​ລວມອາຍຸ​ໄດ້ 69 ປີ ​ໄດ້​ເຖິງ​ແກ່​ມໍລະນະ​ກໍາ ​ດ້ວຍ​ໂຣກຫົວ​ໃຈ​ວາຍ
ເມື່ອ​ວັນ​ເສົາ​ຜ່ານ​ມາ​ໃນ​ຂະນະ​ເດີນທາງ​ທ່ອງ​ທ່ຽວ​ໂດຍລົດ​ໄຟ​ໃນ​ການ​ທ່ຽວ​ຊົມ​ເຂດ​ຕ່າງໆ
ບັ້ນນຶ່ງ​ຂອງ ​ທ່ານ​ນັ້ນ ຊຶ່ງ​ອົງການ​ຂ່າວຂອງ​ເກົາຫຼີ​ເໜືອ ກ່າວ​ເຖິງ​ການ​ມໍລະນະ​ກໍາ​ຂອງ
ທ່ານ​ວ່າ ​ເປັນ​ຍ້ອນ​ຮ່າງກາຍ​ແລະ​ຈິດ​ໃຈທີ່​ທໍາ​ງານ​ຫລາຍ​ເກີນ​ໄປ.

ພິທີ​ສົ່ງສະການ​ທ່ານ ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ່ 28 ​ເດືອນ​ທັນວາ​ນີ້ ໄກ້​ວັນ​ສິ້ນສຸດ​ຂອງ​ໄລຍະ​ໄວ້
ອາ​ໄລ​ແຫ່ງ​ຊາດ. ສື່​ມວນ​ຊົນ​ລັດ​ລາຍ​ງານ​ວ່າ ຜູ້ຕາງ ໜ້າຊາວ​ຕ່າງປະ​ເທດ​ທັງຫລາຍ​ຈະ​ໄດ້
ຮັບ​ອະນຸຍາດ​ໃຫ້​ເຂົ້າຮ່ວມ​ໃນ​ພິທີ​ສົ່ງສະການ​ນັ້ນ​ນໍາ.

XS
SM
MD
LG