ສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດໄດ້ຮັບຜ່ານເອົາດ້ວຍຄະແນນສຽງຖ້ວມລົ້ນ
ຮ່າງຍັດຕິສະບັບນຶ່ງ ທີ່ປະນາມການໃຊ້ການທໍລະມານແລະການລົງໂທດອື່ນໆທີ່ໂຫດຮ້າຍ
ທາລຸນ ໄຮ້ຄວາມເປັນມະນຸດຫຼືເຊື່ອມເສຍຕໍ່ສັກສີຂອງມະນຸດຢູ່ໃນເກົາຫຼີເໜືອ.
ຮ່າງຍັດຕິ ທີ່ໄດ້ມີການຮັບຮອງເອົາໃນວັນອັງຄານວານນີ້ດ້ວຍຄະແນນສຽງ 106 ຕໍ່ 21
ນັ້ນ ຍັງໄດ້ປະນາມເກົາຫຼີເໜືອ ທີ່ໄດ້ໃຊ້ການປະຫານຊີວິດຍ້ອນເຫດຜົນທາງດ້ານການ
ເມືອງແລະສາສະໜາ. ມະຕິດັ່ງກ່າວຮຽກຮ້ອງໃຫ້ພຽງຢາງ ອະນຸຍາດໃຫ້ຄະນະກວດກາ
ຂອງອົງການສະຫະປະຊາຊາດ ເຂົ້າໄປໃນເກົາຫຼີເໜືອເພື່ອສືບສວນເບິ່ງສະຖານະການທາງ
ດ້ານມະນຸດສະທຳຢູ່ທີ່ນັ້ນ. ຮ່າງຍັດຕິຊຶ່ງໄດ້ນຳສະເໜີໂດຍຍີ່ປຸ່ນນັ້ນ ໄດ້ຖືກຮັບຮອງເອົາ
ໂດຍກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດໃນທຸກໆນັບແຕ່ປີ 2005 ເປັນ
ຕົ້ນມາ. ແຕ່ການລົງຄະແນນສຽງເຫັນພ້ອມຂອງ 106 ປະເທດໃນປີນີ້ ແມ່ນນັບວ່າເປັນ
ຈຳນວນສູງສຸດເທົ່າທີ່ເຄີຍມີມາ.
ຜູ້ຕາງໜ້າຄົນນຶ່ງຂອງເກົາຫຼີເໜືອປະຈຳອົງການສະຫະປະຊາຊາດ ໄດ້ຕຳໜິຕິຕຽນຮ່າງ
ຍັດຕິສະບັບນີ້ວ່າ ເປັນການດຳເນີນຄວາມພະຍາຍາມເພື່ອຫາທາງໂດດດ່ຽວປະເທດຂອງ
ທ່ານ ແລະເວົ້າວ່າມັນເປັນສິ່ງທີ່ຮັບເອົາບໍ່ໄດ້. ສ່ວນປະເທດອື່ນໆທີ່ລົງຄະແນນສຽງຄັດ
ຄ້ານຕໍ່ຮ່າງຍັດຕິສະບັບນີ້ ແມ່ນມີຮວມທັງຈີນ ຣັດເຊຍ ແລະອີຣ່ານ. ມີ 55 ປະເທດບໍ່ ອອກສຽງ.