ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໜ່ວຍວິສະວະກຳກອງທັບບົກ ສະຫະລັດ ປະຕິເສດສິດທິ ໃນການວາງທໍ່ນ້ຳມັນ Dakota


ພວກນັກປົກປ້ອງນຳ້ ສະເຫຼີມສະຫຼອງ ການຕັດສິນຂອງໜ່ວຍ
ວິສະວະກຳທະຫານບົກ ເພື່ອປະຕິເສດການວາງທໍ່ນ້ຳມັນຜ່ານ
ດິນແດນ Sioux ທີ່ສັກສິດຂອງພວກເຂົາເຈົ້າ.
(E. Sarai/VOA)
ພວກນັກປົກປ້ອງນຳ້ ສະເຫຼີມສະຫຼອງ ການຕັດສິນຂອງໜ່ວຍ ວິສະວະກຳທະຫານບົກ ເພື່ອປະຕິເສດການວາງທໍ່ນ້ຳມັນຜ່ານ ດິນແດນ Sioux ທີ່ສັກສິດຂອງພວກເຂົາເຈົ້າ. (E. Sarai/VOA)

ໜ່ວຍວິສະວະກຳ ກອງທັບບົກ ສະຫະລັດ ໄດ້ປະຕິເສດສິດທິໃນການວາງທໍ່ນ້ຳມັນ Dakota ມູນຄ່າ 3 ລ້ານ 8 ແສນໂດລາທີ່ມີຄວາມຂັດແຍ້ງກັນຢ່າງແຮງນັ້ນ, ເຊິ່ງເປັນທີ່ມາຂອງການປະທ້ວງຫຼາຍເດືອນໂດຍຊົນເຜົ່າ Standing Rock Sioux, ເຊິ່ງຕໍ່ສູ້ວ່າ ໂຄງການດັ່ງກ່າວ ຈະສົ່ງຜົນກະທົບຕໍ່ແຫຼ່ງນ້ຳດື່ມຂອງພວກເຂົາເຈົ້າ ແລະ ທຳລາຍສະຖານທີ່ສັກສິດຂອງພວກເຂົາເຈົ້າ.

ໃນຖະແຫຼງການສະບັບໜຶ່ງວັນອາທິດວານນີ້, ໜ່ວຍວິສະວະກອນດັ່ງກ່າວເວົ້າວ່າ ພວກ ເຂົາເຈົ້າຈະດຳເນີນການຊອກຫາເສັ້ນທາງອື່ນ ເພື່ອຫຼີກລ່ຽງການສ້າງຜົນກະທົບຕໍ່ສິ່ງ ແວດລ້ອມສຳລັບໂຄງການດັ່ງກ່າວ.

ຊົນເຜົ່າ Sioux ຫຼາຍພັນຄົນ ແລະ ຜູ້ສະໜັບສະໜູນຂອງພວກເຂົາເຈົ້າ ໄດ້ສະເຫຼີມສະ ຫຼອງ ກ່ຽວກັບ ການປະກາດດັ່ງກ່າວ ດ້ວຍການ ກ່າວຄຳປາໄສ ແລະ ຕີກອງມ່ວນຊື່ນ. ລົດເກືອບໜຶ່ງຮ້ອຍຄັນໄດ້ຈອດລຽນກັນຢູ່ຕາມເສັ້ນທາງຂອງສະຖານທີ່ປະທ້ວງ, ບີີບແກ ແລະ ຮ້ອງຄຳວ່າ “ນ້ຳແມ່ນຊີວິດຂອງຊາວ Lakota” ໃນຂະນະທີ່ພວກເຂົາເຈົ້າເດີນ ທາງເຂົ້າຄ້າຍປະທ້ວງເພື່ອສະເຫຼີມສະຫຼອງກັນ.

ຜູ້ໄປຕັ້ງຄ້າຍຄົນໜຶ່ງກ່າວວ່າ ການປະກາດນີ້ໄດ້ເກີດຂຶ້ນຫຼັງຈາກການຕັ້ງວົງສູດມົນຂະ ໜາດໃຫຍ່.

ທ້າວ Waldo Zahn ຜູ້ອາໄສຢູ່ໃນຄ້າຍທີ່ຕັ້ງຢູ່ໃນດິນຂອງລັດຖະ ບານກາງຫຼາຍເດືອນ ໄດ້ກ່າວຕໍ່ວີໂອເອວ່າ “ພວກເຂົາເຈົ້າຕັ້ງວົງສູດມົນອ້ອມຄ້າຍທັງໝົດ, ທັນທີທີ່ພວກເຮົາ ໄດ້ແຕກອອກ ຂ້ອຍກໍໄດ້ມາຢູ່ນີ້, ຂ້ອຍເບິ່ງ Facebook ມັນບອກວ່າ ປະຕິເສດ.. ມັນ ຄັກຫຼາຍ.”

ນ້ອງຊາຍຂອງລາວ ທ້າວ Mel Martinez ໄດ້ກ່າວວ່າ “ຂ້ອຍເປັນຄົນທີສອງທີ່ໄດ້ເຫັນ ມັນ, ມັນດີຫຼາຍທີ່ໄດ້ຍິນບາງຢ່າງວ່າແນວນັ້ນ.”

ແຕ່ສຳລັບຜູ້ອາໄສຢູ່ ແລະ ຜູ້ປົກປ້ອງນ້ຳດື່ມນັ້ນ, ມັນບໍ່ແມ່ນຈຸດຈົບ. ບາງຄົນໄດ້ລະບຸແຜນ ການທີ່ຈະເດີນທາງກັບບ້ານ, ແລະ ເຖິງແມ່ນວ່າການສະເຫຼີມສະຫຼອງແມ່ນກຳລັງເກີດ ຂຶ້ນໃນຫຼາຍຮູບແບບກໍຕາມ, ແຕ່ປະຊາຊົນສ່ວນໃຫຍ່ກໍແມ່ນຍັງຄົງລະມັດລະວັງຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Construction on Controversial Pipeline Halted
please wait

No media source currently available

0:00 0:00:46 0:00

XS
SM
MD
LG