ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາລັດ North Dakota ຕັດສິນກ່ຽວກັບ ກົດໝາຍ ບັດປະຈຳຕົວ ຂອງຜູ້ປ່ອນບັດ


ເລຂາທິການຂອງລັດ North Dakota ທ່ານ Al Jaeger ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ເມືອງ Bismarck, ລັດ North Dakota.
ເລຂາທິການຂອງລັດ North Dakota ທ່ານ Al Jaeger ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ເມືອງ Bismarck, ລັດ North Dakota.

ລັດ North Dakota ທີ່ຕັ້ງຢູ່ພາກຕາເວັນຕົກສຽງເໜືອຂອງ ສະຫະລັດ ໄດ້ກາຍເປັນລັດ ຫຼ້າສຸດທີ່ກີດກັ້ນກົດໝາຍບັດປະຈຳຕົວຂອງຜູ້ປ່ອນບັດ ໂດຍສານລັດຖະບານກາງ, ເປັນ ການເພີ່ມເຕີມໃສ່ການຕັດສິນຫຼາຍຄັ້ງໃນທົ່ວ ສະຫະລັດ ທີ່ມາດຕະການດັ່ງກ່າວໄດ້ປະ ຕິເສດບໍ່ຍອມຮັບຄົນກຸ່ມນ້ອຍ ແລະ ບັນດາຜູ້ລົງຄະແນນສຽງທີ່ມີລາຍໄດ້ຕ່ຳ.

ຜູ້ພິພາກສາສານເມືອງ ຂອງ ສະຫະລັດ ທ່ານ Daniel Hovland ໄດ້ອອກຄຳສັ່ງເບື້ອງ ຕົ້ນ ກົດໝາຍດັ່ງກ່າວໃນວັນຈັນວານນີ້, ໂດຍຂຽນຂໍ້ຄວາມການຕັດສິນຂອງທ່ານວ່າ ກົດ ໝາຍບັດປະຈຳຕົວຂອງຜູ້ປ່ອນບັດ ໄດ້ເພີ່ມ “ພາລະອັນຍິ່ງໃຫຍ່ ແລະ ບໍ່ສົມສ່ວນ” ສຳ ລັບຜູ້ລົງຄະແນນສຽງ ຊາວພື້ນເມືອງອາເມຣິກັນ ທຽບໃສ່ຜູ້ລົງຄະແນນສຽງຄົນອື່ນໆຢູ່ ໃນລັດ.

ທ່ານ Hovland ໄດ້ຂຽນວ່າ “ບໍ່ມີຜູ້ລົງຄະແນນສຽງຄົນໃດ, ບໍ່ວ່າຈະມີລະດັບໃດໃນສັງ ຄົມ, ຄວນຖືກປະຕິເສດໂອກາດການລົງຄະແນນສຽງ.”

ແນວໃດກໍຕາມ, ຄຳສັ່ງດັ່ງກ່າວ, ບໍ່ໄດ້ລະຖິ້ມກົດໝາຍທີ່ເຂັ້ມງວດຂອງລັດ North Dakota ຢ່າງຖາວອນ, ເຊິ່ງໄດ້ຖືກອະນຸມັດໂດຍສະຖານນິຕິບັນຍັດທີ່ນຳໜ້າໂດຍພັກ ຣີພັບບລີກັນ ເພື່ອຫຼຸດຜ່ອນການສໍ້ໂກງຂອງຜູ້ລົງຄະແນນສຽງ.

ພວກນັກວິຈານ ກ່າວວ່າ ກົດໝາຍດັ່ງກ່າວ ໄດ້ຫຼຸດລະດັບຂອງຄົນກຸ່ມນ້ອຍ ຫຼື ຜູ້ລົງຄະ ແນນສຽງທີ່ມີລາຍໄດ້ຕ່ຳ ຜູ້ທີ່ເບິ່ງຄືວ່າຈະບໍ່ມີບັດປະຈຳຕົວທີ່ອອກໃຫ້ໂດຍລັດດັ່ງກ່າວ.

ລັດ North Dakota ກໍຄືກັນກັບລັດ North Carolina ແລະ ລັດ Wisconsin ທີ່ການ ຈຳກັດຂອບເຂດ ບັດປະຈຳຕົວຂອງຜູ້ປ່ອນບັດ ຖືກຍົກເລີກໂດຍສານໃນວັນສຸກທີ່ຜ່ານ ມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG