ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະບານກາງ ສຫລ ຟ້ອງລັດ Carolina ເໜືອ ໃຫ້ຍົກເລີກ ກົດໝາຍ​ຫ້ອງ​ນ້ຳ


ປ້າຍປະທ້ວງທີ່ລັດ Carolina ເໜືອ ກ່ຽວກັບກົດໝາຍ​ຫ້ອງ​ນ້ຳ ໃນເມືອງ Durham ລັດ Carolina ເໜືອ, 3 ພຶດສະພາ, 2016.
ປ້າຍປະທ້ວງທີ່ລັດ Carolina ເໜືອ ກ່ຽວກັບກົດໝາຍ​ຫ້ອງ​ນ້ຳ ໃນເມືອງ Durham ລັດ Carolina ເໜືອ, 3 ພຶດສະພາ, 2016.

ລັດຖະບານ​ຂອງ​ທ່ານ​ໂອ​ບາ​ມາ​ກຳລັງ​ຟ້ອງ​ລັດ Carolina ​ເໜືອ ​ໃນ​ຄະດີ​ທີ່​ເອີ້ນ​ວ່າ ກົດ ໝາຍ​ຫ້ອງ​ນ້ຳ ໂດຍ​ກ່າວ​ວ່າ ລັດ​ດັ່ງກ່າວ​ໄດ້​ລະ​ເມີດ​ກົດໝາຍຕໍ່​ຕ້ານ​ການ ຈຳ​ແນ​ກກີດ​ກັນ ລັດຖະບານ​ກາງ.

ກົດໝາຍ​ທີ່​ວ່າ​ນີ້ ອະນຸຍາດ​ໃຫ້​ພວກ​ທີ່​ແປ​ງເພດ ສາມາດ​ໃຊ້​ຫ້ອງ​ນ້ຳ ຕາມ​ເພດ​ຂອງ​ພວກ​ຄົນ​ເຫຼົ່າ​ນີ້​ໃນ​ຕອນ​ເກີດ​ໄດ້ ​ແທນ​ທີ່​ຈະ​ແມ່ນ​ເພດ​ທີ່​ພວກເຂົາ​ເຈົ້າ​ເປັນຢູ່​ໃນ​ປະຈຸ​ບັນ​ນີ້.

​ໃນ​ວັນ​ຈັນ​ວານ​ນີ້ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳສະຫະລັດ ທ່ານ​ນາງ Loretta Lynch ​ໄດ້​ກ່າວ​ຫາ​ລັດ Carolina ​ເໜືອ ວ່າ “​ເປັນ​ລັດ​ທີ່​ອຸບປະຖຳ ​ການຈຳ ​ແນ​ກກີດ​ກັນ” ທີ່​ຍ້ຳ​ເຕືອນ ​ທ່ານ​ນາງ​ເຖິງ ຊ່ວງ​ເວລາ​ທີ່ຊາວ​ຜີວ​ດຳ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້ປະກົ​ດຕົວ​ສະຖານ​ທີ່​ສາທາລະນະຕ່າງໆ ​ແລະ​ວ່າ​ລັດ​ສາມາດ​ສັ່ງການວ່າ ​ຜູ້​ໃດ​ໄດ້​ຮັບ​ອະນຸຍາດ​ໃຫ້ແຕ່ງງານໄດ້.

ລັດຖະບານ​ກາງ ​ໄດ້ລະບຸ​ຊື່​ລັດ​ດັ່ງກ່າວ ​ຜູ້​ປົກຄອງລັດທີ່​ສັງກັດ​ພັກ​ຣີພັບ​ບລີ​ກັນທ່ານ Pat McCrory ພະ​ແນ​ກ​ຮັກສາ​ຄວາມ​ປອດ​ໄພ​ສາ​ທະ​ລະນະ ​ແລະ​ມະຫາວິທະຍາ​ໄລ Carolina ​ເໜືອ ທີ່​ໄດ້​ຮັບ​ເງິນ​ຈຳນວນຫຼາຍ​ລ້ານ​ໂດ​ລ່າ ຈາກ​ ​ລັດ ຖະບານກາງ​ນັ້ນ ​ຢູ່ໃນ​ຄະດີ​ຟ້ອງ​ຮ້ອງ​ນີ້.

ວີດີໂອຈາກນັກຂ່າວ VOA - Michael Bowman:

Justice Department Sues North Carolina over Transgender 'Bathroom' Law
please wait

No media source currently available

0:00 0:02:05 0:00


ທ່ານ​ນາງ Lynch ​ໄດ້​ກ່າວ​ວ່າ “ນີ້​ແມ່ນ​ກ່ຽວ​ກັບກຽດ​ສັກ​ສີແລະ​ການໃຫ້​ກຽດຕໍ່ປະຊາຊົນ​ພວກ​ເຮົາ ​ແລະ​ກ່າວ​ຢ້ຳວ່າ ​ກົດໝາຍ​ດັ່ງກ່າວ​ນີ້ ​ໄດ້​ສ້າງ​ຄວາມ​ເສຍຫາຍໃຫ້​ແກ່ຄວາມ​ຮູ້ສຶກ ສະພາບຈິດ ຄວາມຄຽດ ຄວາມອັບອາຍ​ແລະຫຍຽດຫຍາມ​ສັກ​ສີ ຂອງ​ພວກ​ແປງ​ເພດ.”

​ກ່ອນ​ໜ້ານີ້ ​ໃນ​ມື້ວັນ​ຈັນ ​ລັດ Carolina ​ເໜືອ ໄດ້​ຟ້ອງ​ລັດຖະບານ​ກາງສະຫະລັດ ທີ່​ຍັງ ຮັກສາ​ກົດໝາຍ​ນີ້​ໄວ້.

ຜູ້​ປົກຄອງລັດ McCrory ​ໄດ້​ກ່າວ​ວ່າ “ວໍ​ຊີງ​ຕັນ ​ໄດ້ວາງ​ຕົວ​ແບບ​ນັກ​ເລງ...​ໂດຍພະຍາ ຍາມ​ບົ່ງ​ຊີ້​ເຖິງ​ເພດ​ແລະ​ມັນ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເຖິງ​ຄຳ​ນິຍາມ​ກ່ຽວ​ກັບ​ການ​ລະບຸ​ທາງ​ເພດຢ່າງແທ້​ຈິງເທື່ອ.” ​

ທ່ານ McCrory ​ແລະ​ພວກ​ທີ່​ສະໜັບສະ​ໜຸນ​ກົດໝາຍ​ນີ້ ກ່າວ​ປ້ອງກັນວ່າ​ມັນ​ມີ ຄວາມ​ຈຳ​ເປັນ​ເພື່ອ​ປົກ​ປ້ອງການ​ເປັນ​ສ່ວນ​ຕົວໃນຫ້ອງ​ນ້ຳ​ສາທາລະນະ ​ແລະ​ປົກ​ປ້ອ​ງບໍ່​ໃຫ້ພວກ​ຜູ້​ຊາຍ​ໃຊ້​ຫ້ອງ​ນ້ຳ​ແມ່ຍິງ ​ເພື່ີອລັກ​ເບິ່ງ​ແລະ​ຕາມ​ລ່າ​ເອົາແມ່ຍິງ​ມາ ​ເປັນ​ເຫຍື່ອນັ້ນ.

ທ່ານ​ນາງ Lynch ​ໄດ້​ກ່າວ​ວ່າ ລັດ​ດັ່ງກ່າວ​ນີ້ ​ໄດ້​ສ້າງ​ບັນຫາທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ ເພື່ອ​ເປັນ​ຂໍ້​ອ້າງ​ ​ໃນ​ການຈຳ​ແນ​ກ​ກີດ​ກັນ ​ແລະ​ຮາວີ​ລົບ​ກວນ​ຜູ້​ຄົນນັ້ນ.

ວີດີໂອ: ລັດ Carolina ເໜືອ

North Carolina's Bathroom Law Under Intense Scrutiny
please wait

No media source currently available

0:00 0:00:44 0:00

ກະລຸນາອ່ານຂ່າວນີ້ເປັນພາສາອັງກິດເພີ້ມຕື່ມ

XS
SM
MD
LG