ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຄາໂຣໄລນາເໜືອ ກຽມຮັບເອົາ ອົບພະຍົບ ອັຟການິສຖານ


ອົບພະຍົບ ອັຟການິສຖານ ເລືອກເຄື່ອງນຸ່ງຢູ່ສູນອົບພະຍົບ ອັຟການິສຖານ ຢູ່ຖານທັບ ແມັກກວາຍ ດິກສ໌ ເລກເຮີສ໌, ລັດ ນິວ ເຈີຊີ. 27 ກັນຍາ, 2021.
ອົບພະຍົບ ອັຟການິສຖານ ເລືອກເຄື່ອງນຸ່ງຢູ່ສູນອົບພະຍົບ ອັຟການິສຖານ ຢູ່ຖານທັບ ແມັກກວາຍ ດິກສ໌ ເລກເຮີສ໌, ລັດ ນິວ ເຈີຊີ. 27 ກັນຍາ, 2021.

ໃນປະຊາຊົນ ອັຟການິສຖານ ຫຼາຍພັນຄົນທີ່ໄດ້ອົບພະຍົບມາສະຫະລັດ ບໍ່ເທົ່າໃດເດືອນທີ່ຜ່ານມານີ້, ຫຼາຍຮ້ອຍຄົນແມ່ນໄດ້ໄປຕັ້ງຖິ່ນຖານໃໝ່ໃນລັດ ຄາໂຣໄລນາເໜືອ ຢູ່ທາງພາກຕາເວັນອອກສຽງໃຕ້ຂອງປະເທດ, ບ່ອນທີ່ການ ກຽມພ້ອມຕ່າງໆແມ່ນມີຢ່າງເຕັມທີ່ເພື່ອຊ່ວຍເຫຼືອເຂົາເຈົ້າປັບຕົວເຂົ້າກັບຊີວິດ ໃໝ່ໃນ ອາເມຣິກາ.

ເວລາແມ່ນສຳຄັນ, ອີງຕາມ ທ່ານນາງ ມາຊາ ເຮີສ໌ (Marsha Hirsch), ຜູ້ອຳນວຍການໃຫຍ່ຂອງອົງການຕັ້ງຖິ່ນຖານໃໝ່ຂອງອົບພະຍົບໃນ​ລັດ ຄາໂຣໄລນາ (CRRA) ທີ່ມີຫ້ອງການຕັ້ງຢູ່ເມືອງ ຊາລັອດ (Charlotte), ເຊິ່ງແມ່ນເມືອງທີ່ໃຫຍ່ທີ່ສຸດຂອງລັດ ຄາໂຣໄລນາເໜືອ.

ທ່ານນາງ ເຮີສ໌ ໄດ້ກ່າວຕໍ່ວີໂອເອວ່າ “ມັນໄດ້ເປັນຄວາມຫວັງຂອງພວກເຮົາມາຕະຫຼອດທີ່ວ່າ ຫຼັງ ຈາກ 90 ວັນ, ອົບພະຍົບບາງຄົນຈະມີວຽກເຮັດ, ສະນັ້ນອົບພະຍົບດັ່ງກ່າວຈຶ່ງສາມາດກ້າວໄປສູ່ການເພິ່ງພາອາໄສຕົນເອງທາງດ້ານການເງິນ, ຈ່າຍຄ່າເຊົ່າບ້ານຂອງເຂົາເຈົ້າເອງ, ເຂົ້າຮຽນພາສາອັງກິດ, ສົ່ງເດັກນ້ອຍເຂົ້າໂຮງຮຽນໄດ້. ສະນັ້ນ ພວກເຮົາພະຍາຍາມທີ່ຈະເຮັດວຽກທັງໝົດນັ້ນ ໃຫ້ສຳເລັດພາຍໃນ 90 ວັນ.”

ຄືກັບອົບພະຍົບຫຼາຍໆຄົນ, ຊາວ ອັຟການິສຖານ ທີ່ມາຕັ້ງຖິ່ນຖານໃໝ່ ແມ່ນໄດ້ຫຼົບໜີສົງຄາມ ແລະ ຄວາມວຸ້ນວາຍໃນຂະນະທີ່ພວກຕາລີບານ ໄດ້ເຂົ້າກຳອຳນາດຢ່າງວ່ອງໄວໃນບໍ່ເທົ່າໃດວັນສຸດທ້າຍຂອງການຖອນທະຫານ ສະຫະລັດອອກຈາກປະເທດດັ່ງກ່າວ. ບໍ່ຄືກັບອົບພະຍົບສ່ວນ ໃຫຍ່, ອົບພະຍົບຊາວອັຟການິສຖານ ທຸກຄົນແມ່ນໄດ້ມີການເຊື່ອມຕໍ່ບາງຢ່າງກັບ ສະຫະລັດແລ້ວ, ໄດ້ຮັບເງິນເດືອນຈາກ ສະຫະລັດ ໃນລະຫວ່າງສົງຄາມ 20 ​ປີ ຂອງ ອາເມຣິກາ ໃນ
ອັຟການິສຖານ ຫຼື ກ່ຽວຂ້ອງກັບຄົນໃດຄົນນຶ່ງຜູ້ທີ່ຖືກຈ້າງງານນັ້ນ.

ທ່ານ ໂອເມີ ໂອເມີ, ຜູ້ອຳນວຍການຂອງຄະນະກຳມະການນອົບພະຍົບ ແລະ ຜູ້ຍົກຍ້າຍຖິ່ນຖານ, ຫ້ອງການປະຈຳພາກສະໜາມໃນນະຄອນ ຣາເລ (Raleigh) ລັດ ຄາໂຣໄລນາເໜືອ ໄດ້ກ່າວວ່າ “ເກືອບທຸກຄົນຜູ້ທີ່ໄດ້ຮັບວີຊາເພື່ອມາ ອາເມຣິກາ ແມ່ນຕ້ອງເຄີຍໄດ້ເຮັດວຽກກັບ ສະຫະລັດ ໃນລະ​ດັບໃດນຶ່ງ, ແນ່ນອນກັບພີ່ນ້ອງຂອງເຂົາເຈົ້າ.”

ທ່ານ ໂອເມີ ໄດ້ກ່າວຢໍ້າອີກວ່າ ອົບພະຍົບອັຟການິສຖານຈຳ​ນວນ​ນຶ່ງແມ່ນໄດ້ ເດີນທາງຮອດລັດຄາໂຣໄລນາເໜືອ ແລ້ວໂດຍຈະມີມາຕື່ມອີກຈາກຖານທັບ ສະຫະລັດ ບ່ອນທີ່ເຂົາເຈົ້າໄດ້ອາໄສຢູ່ຊົ່ວຄາວ. ບາງຄົນໄດ້ເດີນທາງຮອດເປັນຄອບຄົວ ແລະ ຄົນອື່ນໆແມ່ນ​ມາເປັນແບບບຸກຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG