ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫລີໃຕ້ເວົ້າວ່າ ເກົາຫລີເໜືອ ຈະບໍ່ວາງ ເງື່ອນໄຂໃດໆ ໃນການເຈລະຈາ ອາວຸດ ນີວເຄລຍ ທີ່ຈະມາເຖິງນີ້


ທະຫານຂອງເກົາຫລີໃຕ້ຍ່າງຜ່ານຈໍໂທລະພາບທີ່ສະແດງໃຫ້ເຫັນ ຮູບຂອງ ທ່ານ ມູນ ແຈ-ອິນ ປະທານາທິບໍດີຂອງເກົາຫລີໃຕ້ ກັບທ່ານ ກິມ ຈົງ-ອຶນ, ຜູ້ນໍາເກົາຫລີເໜືອ (ຊ້າຍມື) ຢູ່ໃນລາຍການຂ່າວ ຢູ່ສະຖານີລົດໄປໃນນະຄອນຫລວງ ໂຊລ ໃນວັນທີ 18 ເມສາ, 2018.
ທະຫານຂອງເກົາຫລີໃຕ້ຍ່າງຜ່ານຈໍໂທລະພາບທີ່ສະແດງໃຫ້ເຫັນ ຮູບຂອງ ທ່ານ ມູນ ແຈ-ອິນ ປະທານາທິບໍດີຂອງເກົາຫລີໃຕ້ ກັບທ່ານ ກິມ ຈົງ-ອຶນ, ຜູ້ນໍາເກົາຫລີເໜືອ (ຊ້າຍມື) ຢູ່ໃນລາຍການຂ່າວ ຢູ່ສະຖານີລົດໄປໃນນະຄອນຫລວງ ໂຊລ ໃນວັນທີ 18 ເມສາ, 2018.

ທ່ານ ມູນ ແຈ-ອິນ (Moon Jae-in) ປະທານາທິບໍດີຂອງເກົາຫລີໃຕ້ເວົ້າວ່າ ເກົາ ຫລີເໜືອ ຈະບໍ່ວາງເງື່ອນໄຂໃດໆ ໃນກອງປະຊຸມສຸດຍອດກັບທ່ານ ແລະທ່ານ
ດໍໂນລ ທຣໍາ ປະທານາທິບໍດີສະຫະລັດ ທີ່ຈະຈັດຂຶ້ນມໍ່ໆນີ້ ກ່ຽວກັບການເກືອດຫ້າມ
ບໍ່ໃຫ້ມີອາວຸດນີວເຄລຍ ຢູ່ໃນແຫລມເກົາຫລີ.

ທ່ານມູນ ໄດ້ກ່າວຕໍ່ພວກຫົວໜ້າບໍລິຫານຂອງບໍລິສັດຕ່າງໆ ຢູ່ໃນນະຄອນຫລວງ
ໂຊລ ໃນວັນພະຫັດວານນີ້ວ່າ "ພວກເຂົາເຈົ້າບໍ່ໄດ້ວາງເງື່ອນໄຂໃດໆ ທີ່ຈະເຮັດ
ໃຫ້ສະຫະລັດບໍ່ສາມາດຮັບເອົາໄດ້ ເຊັ່ນ ໃຫ້ສະຫະລັດຖອນທະຫານຂອງຕົນອອກ
ຈາກເກົາຫລີໃຕ້ ເປັນຕົ້ນ." ທ່ານກ່າວເພີ້ມວ່າ "ທຸກສິ່ງ ທຸກຢ່າງທີ່ພວກເຂົາເຈົ້າເວົ້າ
ກໍຄື ເຮັດໃຫ້ນະໂຍບາຍທີ່ຮຸນແຮງຕໍ່ເກົາຫລີເໜືອຍຸດຕິລົງ ແລະຕາມມາດ້ວຍການ
ຮັບປະກັນຄວາມໝັ້ນຄົງ."

ທ່ານມູນເວົ້າອີກວ່າ "ຂ້າພະເຈົ້າບໍ່ເຫັນວ່າ ການເຮັດໃຫ້ແຫລມເກົາຫລີປອດອາວຸດ
ນີວເຄລຍ ມີຄວາມໝາຍແຕກຕ່າງກັນເລີຍສໍາລັບເກົາຫລີໃຕ້ ແລະເກົາຫລີເໜືອ.
ເກົາຫລີເໜືອໄດ້ສະແດງຄວມຍິນດີອອກມາວ່າ ຢາກເຮັດໃຫ້ປອດອາວຸດນີວເຄລຍ
ຢ່າງສິ້ນເຊີງ."

ທ່ານເວົ້າວ່າ ການສົນທະນາກັນລະຫວ່າງ ສອງປະເທດເກົາຫລີຕ້ອງໄດ້ດໍາເນີນ
ໄປສືບຕໍ່ອີກ ພາຍຫລັງທີ່ກອງປະຊຸມສຸດຍອດກັບທ່ານ ກິມ ຈົງ-ອຶນ, ຜູ້ນໍາເກົາຫລີ
ເໜືອ ທີ່ຈະຈັດຂຶ້ນໃນວັນທີ 27 ເມສາ ແລະກອງປະຊຸມສຸດຍອດລະຫວ່າງເກົາຫລີ
ເໜືອກັບສະຫະລັດ ທີ່ຍັງບໍ່ທັນໄດ້ກໍານົດເວລາເທື່ອນັ້ນ ສິ້ນສຸດລົງ.

ທັງສອງປະເທດເກົາຫລີ ໄດ້ເປີດໃຫ້ມີການຕິດຕໍ່ສາຍດ່ວນ ລະຫວ່າງກັນ ໃນວັນສຸກ
ມື້ນີ້, ຊຶ່ງເປັນເວລາ 1 ອາທິດກ່ອນຈະມີກອງປະຊຸມສຸດຍອດ ລະຫວ່າງທ່ານກິມ ກັບ
ທ່ານມູນ ຢູ່ໃນເຂດປອດທະຫານ.

ສາຍທີ່ໄດ້ຕໍ່ຈາກທໍານຽບສີຟ້າຂອງປະທານາທິບໍດີຢູ່ນະຄອນຫລວງໂຊລ ໃສ່ກັບຫ້ອງ
ການຄະນະກໍາມາທິການລັດຖະບານ ຢູ່ນະຄອນພຽງຢາງທີ່ທ່ານກິມ ເປັນປະທານນັ້ນ ໄດ້ໃຊ້ເພື່ອເປັນການທົດລອງໂອ້ລົມກັນລະຫວ່າງເຈົ້າໜ້າທີ່ເກົາຫລີເໜືອ ແລະເກົາຫລີ
ໃຕ້ທີ່ດໍາເນີນໄປເປັນເວລາ 4 ນາທີກັບ 19 ວິນາທີ.

ສາຍດ່ວນດັ່ງກ່າວແມ່ນເປັນບາດກ້າວອັນສຸດທ້າຍສໍາລັບການປະຕິບັດງານທາງການ
ທູດທີ່ເຄັ່ງຕຶງກ່ຽວກັບ ແລະເລື່ອງທີ່ກ່ຽວຂ້ອງກັບແຫລມເກົາຫລີ ທີ່ໄດ້ລິເລີ້ມຕົ້ນຂຶ້ນໂດຍ
ການແຂ່ງຂັນກິລາໂອລິມປິກລະດູໜາວທີ່ຜ່ານມາ ທີ່ຈັດຢູ່ໃນເກົາຫລີໃຕ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG