ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ແຜ່ນຢາງກັນໜ້າທີ່ຍ່ອຍ ສະຫລາຍໄດ້ ແລະໜ້າກາກທົນທານ ສາມາດ ເປັນການ ແກ້ໄຂ ໂຄວິດ-19 ໄດ້


ຜູ້ຊາຍຄົນນຶ່ງໃສ່ແຜ່ນໃສປ້ອງກັນໂຄວິດ-19 ແລະໜ້າກາກປິດປາກ ຢູ່ໃນນະຄອນລອນດອນໃນະຂະນະທີ່ພະຍາດໂຄວິດ-19 ສືບຕໍ່ໄປ (ວັນທີ 13 ເມສາ, 2020)
ຜູ້ຊາຍຄົນນຶ່ງໃສ່ແຜ່ນໃສປ້ອງກັນໂຄວິດ-19 ແລະໜ້າກາກປິດປາກ ຢູ່ໃນນະຄອນລອນດອນໃນະຂະນະທີ່ພະຍາດໂຄວິດ-19 ສືບຕໍ່ໄປ (ວັນທີ 13 ເມສາ, 2020)

ພວກປຸກລະດົມຢ້ານວ່າ ການລະບາດຂອງໄວຣັສໂຄໂຣນາ ອາດເຮັດໃຫ້ເກີດ ຜົນກະທົບໃນທາງລົບຕໍ່ສິ່ງແວດລ້ອມກໍເປັນໄດ້ ຍ້ອນການໃຊ້ອຸປະກອນປ້ອງ ກັນສ່ວນບຸກຄົນ ຫລື PPE ພຽງແຕ່ຄັ້ງດຽວ. ນັບແຕ່ແຜ່ນບັງໜ້າ ທີ່ບໍ່ແມ່ນ ປລາສຕິກທີ່ສາມາດຍ່ອຍສະຫຼາຍເອງໄດ້ຈົນຮອດໜ້າກາກປິດປາກ, ບໍລິສັດ ກຸ່ມນຶ່ງຢູ່ໃນອັງກິດກໍາລັງຊອກວິທີແກ້ໄຂບັນຫາທີ່ຍືນຍົງ ຕໍ່ການລະບາດຢ່າງ ໜັກ ຂອງພະຍາດໂຄວິດ-19 ທີ່ກໍາລັງດໍາເນີນໄປຢູ່ນີ້. ນັກຂ່າວວີໂອເອ Mariama Diallo ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນຈະນໍາມາສະ ເໜີທ່ານ ໃນອັນດັບຕໍ່ໄປ.


ຊົບມືປລາສຕິກທີ່ໃຊ້ແລ້ວຖິ້ມຢູ່ເລາະແຄມທາງ ຫລືເຕັມຢູ່ໃນຖັງຂີ້ເຫຍື້ອ ເປັນ ການເຕືອນວ່າ ພະຍາດ COVID-19 ຍັງບໍ່ໝົດໄປເທື່ອ. ຂະນະທີ່ບັນດາປະ ເທດຕ່າງໆ ກໍາລັງໃຫ້ການປ້ອງກັນແກ່ປະຊາຊົນຂອງເຂົາເຈົ້າຢູ່ນັ້ນ, ຄວາມ ຕ້ອງການໃຊ້ອຸປະກອນປ້ອງກັນສ່ວນບຸກຄົນ ຫລື PPE ແມ່ນໄດ້ຖີບຕົວຂຶ້ນ ຢ່າງຫລວງຫລາຍ.

ທ່ານນາງ ຊຽນ ຊັດເທີແລນ (Sian Sutherland) ຜູ້ຮ່ວມກໍ່ຕັ້ງກຸ່ມໂລກແຫ່ງ ປລາສຕິກ ຫລື A Plastic Planet ກ່າວວ່າ:
“ຂ້າພະເຈົ້າຄິດວ່າ ພວກເຮົາທຸກຄົນແມ່ນຮູ້ຈັກກັນດີຢູ່ແລ້ວວ່າ ການເພີ້ມຂຶ້ນ ຢ່າງຫລວງຫລາຍຂອງການຜະລິດຢາງປລາສຕິກທີ່ຢູ່ໃນຊື່ທີ່ວ່າ COVID-19 ນັ້ນ ແທ້ໆ ນັ້ນໄດ໋. ແລະ ການໃຊ້ປລາສຕິກນັ້ນ ຢ່າງໃຫຍ່ຫລວງອັນນຶ່ງກໍຄື ການເຮັດ PPE ທີ່ເປັນປລາສຕິກ.”

ທ່ານນາງ ຊຽນ ຊັດເທີແລນ (Sian Sutherland) ຜູ້ຮ່ວມກໍ່ຕັ້ງກຸ່ມໂລກແຫ່ງ ປລາສຕິກຫລື A Plastic Planet ຊຶ່ງອີງຕາມເຂົາເຈົ້າແລ້ວ ມີ PPE ເກືອບ ຮອດ 750 ລ້ານອັນ ທີ່ໄດ້ຖືກແຈກຢາຍ ໃຫ້ພະນັກງານແນວໜ້າຂອງອັງກິດ ນັບແຕ່ທ້າຍເດືອນກຸມພາຮອດກາງເດືອນເມສາ.

ທ່ານນາງ ຊັດເທີແລນກ່າວເພີ້ມອີກວ່າ:
“ການໃຊ້ພຽງຄັ້ງດຽວ, ຖອກຖິ້ມ ແລ້ວເອົາໃສ່ຖັງຂີ້ເຫຍື້ອ, ມັນຍັງຈະມີຢູ່ຕະ ຫລອດໄປ ເວັ້ນເສຍແຕ່ວ່າ ມັນຖືກຈູດເຜົາຖິ້ມ. ພວກເຮົາຕ້ອງໄດ້ຫາສິ່ງມາ ແທນ ໃຫ້ແກ່ສິ່ງເຫລົ່ານັ້ນ ໂດຍບາງຢ່າງທີ່ບໍ່ມີຜົນຮ້າຍຕໍ່ທໍາມະຊາດຫລາຍ ກວ່ານີ້.”

ດັ່ງທີ່ສະແດງໃຫ້ເຫັນຢູ່ໜີ້-ການໃຊ້ວັດສະດຸທີ່ບໍ່ແມ່ນປລາສຕິກ- ບໍລິສັດ ຣຽວ- ແບຣນສ໌ (Reelbrands) ທີ່ເປັນບໍ່ລິສັດຜະລິດສິ່ງຫຸ້ມຫໍ່ທີ່ໃຊ້ແບບຍືນຍົງເມື່ອ ມໍ່ໆມານີ້ ໄດ້ເລີ້ມຜະລິດແຜ່ນບັງໜ້າຫລາຍກວ່າ 1 ລ້ານອັນຕໍ່ອາທິດ ນັບແຕ່ ຕົ້ນເດືອນມິຖຸນາເປັນຕົ້ນມາ.

ທ່ານ ອຽນ ເບດສ໌ (Ian Bates), ຜູ້ຮ່ວມກໍ່ຕັ້ງບໍລິສັດຣຽວແບຣນສ໌ (Reelbrands) ອະທິບາຍວ່າ:
“ມັນເຮັດດ້ວຍວັດສະດຸ ທີ່ສາມາດເອົາໄປບົ່ມໃຫ້ສະຫລາຍຕົວ ແລະແບບຍືນຍົງ ໄດ້ທັງໝົດເລີຍ. ສະນັ້ນ ແຜ່ນບັງໜ້າ, ສ່ວນທີ່ໃສໆນັ້ນ ແມ່ນເຮັດມາຈາກຝຸ່ນ ໄມ້, ເຮັດຈາກຕົ້ນໄມ້. ມັນເປັນເລື້ອງໜ້າເຫລືອເຊື່ອຫລາຍ ທີ່ວ່າມັນໃສ ແຕ່ວ່າ ມັນກໍເປັນແນວນັ້ນແທ້. ແລະອັນນີ້ ແນ່ນອນແມ່ນເຮັດມາຈາກເຈຍແຂງ. ແລະ ພວກເຮົາໄດ້ອອກແບບໃຫ້ເປັນລັກສະນະທີ່ວ່າງ່າຍດາຍທີ່ສຸດເທົ່າທີ່ຈະເຮັດໄດ້. ສະນັ້ນ ເຈົ້າມີພຽງແຕ່ເອົາມັນອອກມາຈາກຫໍ່ ທີ່ມາຮອດຢູ່ໃນແບບເປັນແຜ່ນຄື ຈັ່ງຊີ້ ແລ້ວເຈົ້າກໍບໍ່ຕ້ອງການຄໍາແນະນໍາໃນການປະກອບໃສ່ກັນເລີຍ, ເຈົ້າພຽງ ແຕ່ເອົາມັນສຸບໃສ່ກັນຄືແນວນີ້ ແລະແລ້ວກໍເອົາສຸບໃສ່ຫົວຂອງເຈົ້າໂລດ."

ພວກເຂົາເຈົ້າຍັງມີແຜນທີ່ຈະຜະລິດຊຸດຄຸມ ແລະຊົບມືອີກດ້ວຍ.

ຄ້າຍໆກັນກັບຣຽວແບຣນສ໌ (Reelbrands) ບໍລິສັດອື່ນ ກໍກໍາລັງພະຍາຍາມ ທີ່ຈະເຮັດໃນພາກສ່ວນທີ່ເປັນຂອງຕົນໂດຍການສະເໜີທາງເລືອກຂອງ PPE ທີ່ມີ ຄວາມຍືນຍົງກວ່າ ຊຶ່ງລວມທັງບໍລິສັດຜະລິດໜ້າກາກໂອຊຽນວີວແມັສຄ໌ (OceanView) ທີ່ຕັ້ງຢູ່ໃນອັງກິດ ໂດຍການເຮັດໜ້າກາກປິດປາກ "VP195" ທີ່ສາມາດໃຊ້ຄືນໄດ້ຂອງຕົນ. ບໍລິສັດດັ່ງກ່າວ ອ້າງວ່າ ໜ້າກາກປິດປາກ ທີ່ ໃຊ້ກຸ້ມ 3 ປີ ສາມາດຊັກໄດ້ເຖິງ 30 ເທື່ອ.

ທ່ານນາງ ນີໂຄລ ແມັກເດີມອດ (Nicole Macdermott), ຫົວໜ້າເຈົ້າໜ້າທີ່ ດໍາເນີນງານ ບໍລິສັດຜະລິດໜ້າກາກໂອຊຽນວີວແມັສຄ໌ (OceanView Masks) ກ່າວວ່າ:

“ຄວາມຄິດທີ່ວ່າ ມີໜ້າກາກເຫລົ່ານີ້ຕັ້ງຫລວງຫລາຍທີ່ໃຊ້ແລ້ວຖິ້ມໂລດ, ເຈົ້າສາມາດທີ່ຈະໃສ່ມັນໄດ້ມື້ນຶ່ງ ແລ້ວກໍຖິ້ມລົງຖັງຂີ້ເຫຍື້ອ ຄືຈັ່ງວ່າໃຈຮ້າຍໃຫ້ມັນ ໜີ້ແຫລະ. ສໍາລັບພາກສ່ວນຕົ້ນຕໍຂອງຕູ້ໃສ່ເຄື່ອງຂອງພວກເຮົາ ທີ່ໃຊ້ແລ້ວຖິ້ມ ໂລດ, ແມ່ນບໍ່ຍືນຍົງໄດ້.”

PPE ທີ່ຖິ້ມໄປອາດຈະໄປເພີ້ມໃສ່ກັບປລາສຕິກທີ່ມີຢູ່ປະມານ 13 ລ້ານໂຕນ ທີ່ລ່ອງລອຍຢູ່ໃນມະຫາສະໝຸດຂອງພວກເຮົາໃນແຕ່ລະປີຢູ່ແລ້ວນັ້ນ, ອີງຕາມ ການລາຍງານຂອງອົງການສະຫະປະຊາຊາດໃນປີ 2018.

XS
SM
MD
LG