ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ອີຣ່ານ ເປັນເຈົ້າພາບ ຈັດກອງປະຊຸມບໍ່ຮ່ວມກຸ່ມ (ວີດີໂອ)


ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມລະດັບຜູ້ຊ່ຽວຊານ ຂອງກອງປະຊຸມສຸດຍອດຄັ້ງທີ 26 ຂອງ ຂະບວນການບໍ່ຮ່ວມກຸ່ມ ຢູ່ນະຄອນຫລວງເຕຫະຣ່ານ, ວັນທີ 26 ສິງຫາ 2012.
ບັນດາ​ຜູ້​ແທນ​ຈາກເກືອ​ບ 120 ປະ​ເທດ ຊຶ່ງ​ຮວມ​ທັງຜູ້​ນໍາ
​ປະ​ເທດຫລາຍສິບຄົນ ​ໄດ້​ໄປ​ເຕົ້າ​ໂຮມ​ກັນຢູ່​ທີ່ເຕ​ຫະຣານ ​
ເມືອງ​ຫລວງ​ຂອງ​ອິຣ່ານ ​ເພື່ອເຂົ້າ​ຮ່ວມ​ກອງປະ​ຊຸມ​ຂອງ
ຂະບວນການບໍ່​ຮ່ວມ​ກຸ່ມ.

ໃນ​ພິທີ​ໄຂ​ກອງ​ປະ​ຊຸມ​ໃນ​ວັນ​ອາທິດວານ​ນີ້ ລັດຖະມົນ​ຕີ​ການ​ຕ່າງປະເທດອິຣ່ານ ທ່ານ Ali Akbar Salehi ​ໄດ້​ຮຽກຮ້ອງ​ໃຫ້ບັນດາ​ຜູ້ນໍາ​ຂອງຂະ​ບວນການ​ບໍ່ຮ່ວມ​ກຸ່ມ ຫລື NAM
ຈົ່ງພາກັນ​ຕ້ານຢັນ​ການ​ລົງ​ໂທດ​ທີ່​ບັນດາປະ​ເທດ​ຕາ​ເວັນ​ຕົກ
ໄດ້​ປະກາດ​ໃຊ້​ເພື່ອ​ລົງ​ໂທດອິຣ່ານ ຍ້ອນ​ກິດຈະ​ກໍາ​ດ້ານ​ອາວຸດ​
ນິວ​ເຄລຍຂອງ​ອິຣ່ານນັ້ນ.

ທ່ານ Salehi ຍັງ​ໄດ້​ຊັກ​ຊວນ​ໃຫ້ຂະ​ບວນການ NAM ​ເອົາ​ທ່າ​ທີ
ຕໍ່​ຕ້ານ​ການ​ກໍ່​ການຮ້າຍ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ປະ​ເພດ​ທີ່​ໄດ້​ຮັບການ​ອຸບປະຖໍາ​ຈາກ​ລັດ
ແລະກ່າວ​ຫາ​ພວກ​ໜ່ວຍ​ສືບລັບຂອງ ສະຫະລັດ ອັງກິດ ​ແລະອິສຣາ​ແອ​ລ ວ່າມີ​ສ່ວນ​ພົວ
ພັນ​ໃນ​ການ​ສັງຫານ ນັກວິທະຍາສາດນິວ​ເຄລຍອີ​ຣ່ານ ສີ່​ຄົນ​ ນັບ​ແຕ່​ປີ 2010 ມາ​ນັ້ນ.

​ດ້ວຍ​ການ​ທີ່ອິຣ່ານໃຫ້ການສະໜັບສະໜຸນແກ່ ​ປະທານາທິບໍດີ ຊີ​ເຣຍ ທ່ານ Bashar al-Assad ນັ້ນ ຈຶ່ງ​ມີ​ທາງ​ເປັນ​ໄປ​ໄດ້​ວ່າ ວິ​ກິດ​ການ​ຂອງຊີ​ເຣຍ ຈະ​ຢູ່​ໃນ​ລະດັບ​ສູງ​ ຂອງ​
ຫົວ​ຂໍ້​ການ​ປະ​ຊຸມ ​ເປັນ​ເວລາ ຫ້າ​ມື້ ຄັ້ງ​ນີ້.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG