ບັນດາເຈົ້າໜ້າທີ່ເກົາຫລີໃຕ້ກ່າວວ່າ ທູດພິເສດວ່າດ້ວຍເກົາຫລີເໜືອຂອງລັດຖະບານ
ໂອບາມາ ຈະເດີນທາງໄປຮອດກຸງຊລໃນວັນອາທິດມື້ນີ້ ທ່າມກາງຄວາມເປັນຫ່ວງທີ່
ວ່າ ກຸງພຽງຢ້າງກໍາລັງເລັ່ງລັດໂຄງການນີວເຄລຍຂອງຕົນ.
ກະຊວງການຕ່າງປະເທດສະຫະລັດ ກ່າວຢູ່ໃນຖະແຫລງການສະບັບນຶ່ງທີ່ເປີດເຜີຍ
ໃຫ້ຊາບໃນຕອນແລງວັນເສົາວານນີ້ວ່າ ທ່ານ StephenBosworth ຈະນໍາຄະນະ
ຜູ້ຕາງໜ້າສະຫະລັດຈຸນຶ່ງ ໄປຍັງເອເຊຍເພື່ອ ປຶກສາຫາລືກັນກັບພວກຄູ່ຕໍາແໜ່ງ
ຈາກເກົາຫລີໃຕ້ ຍີ່ປຸ່ນ ແລະຈີນ.
ຖະແຫລງການ ເວົ້າວ່າ ທ່ານ Bosworth ຈະໄປຢ້ຽມຢາມກຸງໂຊລ ໂຕກຽວ ແລະ
ປັກກິງໃນມື້ຕິດໆກັນ ແລະຈະກັບຄືນສູ່ກຸງວໍຊິງຕັນ ໃນວັນທີ 24 ເດືອນນີ້.
ການເດີນທາງຢ້ຽມຢາມດັ່ງກ້າວມີຂຶ້ນ ຫລັງຈາກບໍລິສັດຮັກສາຄວາມປອດໄພເອກະ
ຊົນໃນສະຫະລັດບໍລິສັດນຶ່ງ ຄືສະຖາບັນດ້ານວິທະຍາສາດແລະຄວາມປອດໄພລະ
ຫວ່າງຊາດ ເປີດເຜີຍຮູບພາບທີ່ຖ່າຍທາງດາວທຽມ ໃນສັບປະດານີ້ທີ່ສະແດງໃຫ້
ເຫັນວ່າ ກໍາລັງມີການກໍ່ສ້າງ ທີ່ໂຮງງານນີວເຄລຍ Yongbyon ທີ່ໃຊ້ການບໍ່ໄດ້
ແລ້ວຂອງເກົາຫລີເໜືອນັ້ນ.