ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳເກົາຫລີເໜືອ ເດີນທາງໄປຈີນ


ສື່​ມວນ​ຊົນເກົາຫລີ​ໃຕ້​ກ່າວ​ວ່າ ທ່ານ​ກິມຈົງ​ອີລ ຜູ້ນຳ​ເກົາຫລີ​ເໜືອອາດ ໄດ້​ເດີນທາງ​ໄປ​ຍັງ​ປະ​ເທດຈີນ​ ຊຶ່ງ​ເປັນ​ການ​ເດີນທາງໄປ​ຕ່າງປະ​ເທດທີ່
ບໍ່​ສູ້​ມີ​ຂຶ້ນ​ນັ້ນ. ອົງການ​ຂ່າວ Yonhap ​ລາຍ​ງານ​ຂ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ລົດ​ໄຟ​ຫຸ້ມ​ເກາະພິ​ເສດຂະ​ບວນນຶ່ງໄດ້ແລ່ນ​ໄປ​ຮອດ​ເມືອງ​ຊາຍ​ແດນ
Dandong ຂອງຈີນ. ​ໃນ​ລາຍ​ງານ​ຂ່າວ​ທີ່​ລະອຽດ​ນັ້ນYonhap ກ່າວ​ວ່າທ່ານ​ຄິມຈະ​ໄປ​ນອນ​ພັກ​ແຮມ​ຄືນ​ຢູ່​ເມືອງ Dalian ກ່ອນ​ຈະ​ເດີນທາງ​ຕໍ່​ໄປ​ຍັງນະຄອນຫລວງ​ປັກ​ກິ່ງ.

ອົງການ​ຂ່າວ Yonhap ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທ່ີ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຈີນ​ຫລາຍ​ຮ້ອຍ​ຄົນ​ໄດ້ປິດ​ລ້ອມ​ບໍລິ​ເວນ​ອ້ອມ​ສະຖານີ​ລົດ​ໄຟ
ໃນ​ເມືອງ Dandong ນັ້ນ​ໄວ້​ ​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ​ໃນ​ຕອນ​ເຊົ້າ​ມືດ​ວັນ​ຈັນ​ມື້​ນີ້. Yonhap ​ໄດ້ອອກ​ລາຍ​ງານ​ຂ່າວໃນ​ທຳນອງ​ດຽວ​ກັນ​ນີ້ເມື່ອ​ຫລາຍ​ສັບປະດາ​ຜ່ານ​ມາ ​ເວົ້າ​ວ່າ​ທ່ານ​ກິມອາດໄດ້ໄປຢ້ຽມຢາມ​ຈີນ​ນັ້ນ ​ແຕ່​ໃນ​ທີ່​ສຸດກໍ​ມີ​ການ​ພິສູດ​ວ່າ​ຂ່າວ​ນັ້ນບໍ່​ເປັນ​ມູນ​ຄວາມ​ຈິງ.

ຍັງ​ບໍ່​ມີ​ການ​ຢືນຢັນ​ຢ່າງ​ເປັນ​ທາງ​ການ​ໃດໆ ຈາກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຫລື​ວ່າ​ສະຖານທູດ​ເກົາຫລີ​ເໜືອ​ທີ່​ປັກ​ກິ່ງ ​ເນື່ອງ​ຈາກ​ວ່າ​ວັນ​ຈັນ​
ມື້​ນີ້ ​ເປັນ​ວັນພັກ​ຢູ່​ໃນ​ປະ​ເທດ​ຈີນ.

ຖ້າ​ມີ​ການ​ຢືນຢັນ ກໍ​ໝາຍ​ຄວາມ​ວ່າ ການ​ເດີນທາງ​ຄັ້ງ​ນີ້​ຈະ​ເປັນ​ການ ຢ້ຽມຢາມ​ຈີນ​ຄັ້ງ​ທຳ​ອິດ​ຂອງ​ຜູ້ນຳ​ເກົາຫລີ​ເໜືອ​ ນັບ​ແຕ່​ປີ2006 ​ເປັນ​ຕົ້ນ​ມາ.

XS
SM
MD
LG