ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຄາຣ໌ເຕີຈະເດີນທາງ ໄປເກົາຫຼີເໜືອ


ທ່ານຄາຣ໌ເຕີຈະເດີນທາງ ໄປເກົາຫຼີເໜືອ
ທ່ານຄາຣ໌ເຕີຈະເດີນທາງ ໄປເກົາຫຼີເໜືອ

ວາລະສານ ຂອງສະຫະລັດ ສະບັບນຶ່ງ ລາຍງານວ່າ ອະດີດປະທານາທິບໍດີ ຈິມມີ ຄາຣ໌ເຕີ ແຫ່ງສະຫະລັດ ຈະອອກເດີນທາງ ໄປເກົາຫຼີເໜືອ ພາຍໃນໄລຍະສອງ ສາມມື້ຂ້າງໜ້ານີ້ ເພື່ອພະຍາຍາມ ຊອກຫາຊ່ອງທາງ ໃຫ້ມີການປ່ອຍ ພົນລະເມືອງ ອະເມຣິກັນຄົນນຶ່ງ ທີ່ຖືກຈັບ ຢູ່ເກົາຫຼີເໜືອ ມາແຕ່ເດືອນມັງກອນ ຕົ້ນປີນີ້.

ວາລະສານ ນະໂຍການຕ່າງປະເທດ ໄດ້ອ້າງແຫຼ່ງຂ່າວ ທີ່ຮູ້ເລື່ອງດີ ກ່ຽວກັບແຜນການ ຂອງທ່ານຈິມມີ ຄາຣ໌ເຕີ ໂດຍກ່າວວ່າ ອະດີດປະທານາທິບໍດີ ສະຫະລັດ ຈະເດີນທາງໄປ ເກົາຫຼີເໜືອ ໃນຖານະປະຊາຊົນ ທຳມະດາສາມັນ.

ຕຳຫຼວດເກົາຫຼີເໜືອ ໄດ້ຈັບນາຍ Aijalon Mahli Gomes ຈາກນະຄອນບອສຕັນ ລັດ Massachusetts ໃນເດືອນມັງກອນແລ້ວ ຍ້ອນໄດ້ຂ້າມຊາຍແດນ ເຂົ້າໄປໃນເກົາຫຼີເໜືອ ຈາກຈີນຢ່າງຜິດກົດໝາຍ.

ລາວໄດ້ຖືກຕັດສິນໂທດຈຳຄຸກ ເປັນເວລາ 8 ປີ ແລະຖືກປັບໄໝ ປະມານ 700 ພັນໂດລາ. ສື່ມວນຊົນ ຂອງທາງການ ເກົາຫຼີເໜືອ ລາຍງານ ໃນເດືອນແລ້ວນີ້ວ່າ ນາຍ Gomes ໄດ້ພະຍາຍາມ ຂ້າໂຕຕາຍ.

ເມື່ອໄວໆມານີ້ ກະຊວງການ ຕ່າງປະເທດ ສະຫະລັດ ໄດ້ສົ່ງເຈົ້າໜ້າທີ່ ຄະນະນຶ່ງ ໄປຍັງພຽງຢາງ ເພື່ອເຈລະຈາຫາລື ໃຫ້ປ່ອຍນາຍ Gomes ແຕ່ບໍ່ປະສົບຄວາມສຳເລັດ.

ໂຄສົກກະຊວງ ການຕ່າງປະເທດ ສະຫະລັດທ່ານ P.J. CROWLEY ກ່າວວ່າ ເຈົ້າໜ້າທີ່ສະຫະລັດ ໄດ້ມີຄວາມວິຕົກກັງວົນ ກ່ຽວກັບສຸຂະພາບ ຂອງລາວ ແລະຍັງສືບຕໍ່ພົວພັນ ກັບເກົາຫຼີເໜືອ ເພື່ອຊອກຫາຊ່ອງທາງ ໃຫ້ມີການປ່ອຍຜູ້ກ່ຽວ ຍ້ອນເຫັນແກ່ ມະນຸດສະທຳ.

XS
SM
MD
LG