ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຢືນຢັນວ່າ ຕົນໄດ້ຈັບ ຄົນອາເມຣິກັນ


ແຜນທີ່ແຫລມເກົາຫຼີ
ແຜນທີ່ແຫລມເກົາຫຼີ
ທາງການເກົາຫຼີເໜືອກ່າວວ່າ ພົນລະເມືອງອາເມຣິກັນຄົນນຶ່ງໄດ້
ຖືກຈັບຍ້ອນກໍ່ອາຊະຍາກຳຕ້ານເກົາຫຼີເໜືອຫຼັງຈາກໄດ້ເດີນທາງ ເຂົ້າໄປໃນປະເທດຄອມມູນິສດັ່ງກ່າວ ໃນຖານະນັກທ່ອງທ່ຽວ.

ໃນວັນສຸກ ມື້ນີ້ ອົງການຂ່າວສູນກາງ ຂອງທາງການເກົາຫຼີເໜືອ
ແຈ້ງໃຫ້ຊາບວ່າ ຜູ້ຊາຍຄົນນີ້ ແມ່ນທ້າວ Bae Jun Ho ໂດຍ
ເວົ້າວ່າ ຜູ້ກ່ຽວໄດ້ສາລະພາບໃນການກໍ່ອາຊະຍາກຳຕໍ່ຕ້ານເກົາ
ຫຼີເໜືອ. ເຖິງແມ່ນສື່ມວນຊົນຂອງເກົາຫຼີເໜືອບໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບລາຍລະອຽດກໍຕາມ ແຕ່ກໍເວົ້າວ່າ ອາຊະຍາກຳເຫລົ່ານີ້
ແມ່ນໄດ້ຮັບການພິສູດດ້ວຍຫຼັກຖານ.

ອົງການຂ່າວຂອງເກົາຫຼີເໜືອເວົ້າວ່າ ພວມມີການດຳເນີນການ
ທາງດ້ານກົດໝາຍຕໍ່ທ້າວ Bae ຕາມກະບວນການກົດໝາຍອາ
ຍາ ຊຶ່ງເປັນການແນະໃຫ້ເຫັນວ່າ ຜູ້ກ່ຽວຈະຖືກນຳໂຕຂຶ້ນສານ. ພາຍໃຕ້ກົດໝາຍຂອງ ເກົາຫຼີເໜືອແລ້ວການລົງໂທດຕໍ່ການກໍ່ອາຊະຍາກຳຕ້ານເກົາຫຼີເໜືອນັ້ນແມ່ນການອອກ ແຮງງານໜັກ ແຕ່ 5 ຫາ 10 ປີ.

ລາຍງານແຈ້ງວ່າ ທ້າວ Bae ໄດ້ຖືກຈັບໃນວັນທີ 3 ພະຈິກ ຂະນະທີ່ຜູ້ກ່ຽວເດີນທາງເຂົ້າ ໄປໃນເມືອງທ່າ Rason ທາງພາກຕາເວັນອອກສຽງເໜືອ ຂອງເກົາຫຼີເໜືອ ຊຶ່ງເມືອງດັ່ງ ກ່າວຕັ້ງຢູ່ໃນເຂດເສດຖະກິດພິເສດ ໃກ້ໆຊາຍແດນຣັດເຊຍແລະຈີນ.

ອົງການຂ່າວສູນກາງຂອງເກົາຫຼີເໜືອ ເວົ້າວ່າ ເຈົ້າໜ້າທີ່ຂອງສະຖານທູດສະວີເດັນ ໄດ້ ພົບກັບທ້າວ Bae ໃນວັນສຸກມື້ນີ້. ສະວີເດັນມັກຈະເຮັດໜ້າທີ່ໃນນາມສະຫະລັດໃນເມື່ອ ວ່າວໍຊິງຕັນບໍ່ມີຄວາມສຳພັນທາງດ້ານການທູດກັບພຽງຢາງ.

ໃນໄລຍະສອງສາມປີຜ່ານມານີ້ເກົາຫຼີເໜືອໄດ້ຈັບຊາວອາເມຣິກັນຫຼາຍໆຄົນຊຶ່ງສ່ວນໃຫຍ່ ແລ້ວກໍແມ່ນນັກຂ່າວຫຼືບໍ່ແມ່ນຊາວຄຣິສຕຽນທີ່ຖືກກ່າວຫາວ່າຫາທາງເຜີຍແຜ່ສາສະໜາ.
XS
SM
MD
LG