ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອກ່າວວ່າ ຄົນອະເມຣິກັນທີ່ຖືກຈັບ ຍອມຮັບຜິດ


ແຜນທີ່ເກົາຫລິເໜືອ
ແຜນທີ່ເກົາຫລິເໜືອ














ເກົາຫລີ​ເໜືອ​ກ່າວ​ວ່າ ພົນລະ​ເມືອງ​ສະຫະລັດ​ຄົນ​ນຶ່ງ​ທີ່​ຖືກ
ຈັບ​ກຸມ​ຍອມຮັບ​ສາລະພາບ​ວ່າ​ຕົນໄດ້​ກໍ່ອາ​ຊະ​ຍາ​ກໍາ​ທີ່​ບໍ່
ລະບຸ​ໃຫ້​ຮູ້​ຢ່າງ​ເຈາະ​ຈົງ​ຕໍ່ຕ້ານ​ຄອມ​ມີ​ວນິດ​ເກົາຫລີ​ທີ່ຢູ່
ຢ່າງ​ໂດດດ່ຽວນັ້ນ.

ອົງການ​ຂ່າວ​ທາງ​ການ​ເກົາຫລີ​ເໜືອຫຼື KCNA ​ກ່າວ​ວ່າ ຜູ້​ທີ່​ຖືກ​ຈັບ​ກຸມຊື່ວ່າ Jun Young
Su ຍອມຮັບ​ວ່າ ຕົນ​ໄດ້​ກໍ່​ອາ​ຊະ​ຍາ​ກໍາ​ຂຶ້ນ​ໃນ​ເວລາ​ບໍ່​ດົນ​ ຫລັງ​ຈາກ​ເຂົ້າ​ໄປ​ໃນ​ປະ​ເທດ​ໃນ​
ເດືອນ​ພະຈິກ​ປີ​ແລ້ວ​ນີ້. ອົງການ​ຂ່າວ KCNA ກ່າວ​ວ່າ ​ໄດ້​ມີ​ການ​ແຈ້ງ​ໃຫ້​ສະຫະລັດ​ຊາບ
ແລ້ວ​ກ່ຽວ​ກັບ​ການ​ຈັບ​ກຸມ​ນາຍ Jun Young Su ນີ້ ​ແລະ​ທາງ​ການ​ເກົາຫລີ​ເໜືອ​ໄດ້​ອະນຸ
ຍາດ​ໃຫ້​ຜູ້ກ່ຽວ​ຕິດຕໍ່ຫາ​ກົງ​ສູນ​ໂດຍ​ຜ່ານ​ສະ ຖານທູດ Sweden ຊຶ່ງ​ເປັນ​ຜູ້ຕາງໜ້າ​ຜົນ​ປະ
ໂຫຍ​ດຂອງ​ສະຫະລັດ​ໃນ​ເກົາຫລີ​ເໜືອ​ນັ້ນ.

ອົງການ​ຂ່າວ Yonhap ຂອງ​ເກົາຫລີ​ໃຕ້​ອ້າງ​ຄໍາ​ເວົ້າ​ຈາກ​ແຫ​ລ່ງຂ່າວທີ່​ກຸງ​ວໍ​ຊິງ​ຕັນ​ວ່າ ນາຍ
Su ​ໄດ້​ຖືກ​ກ່າວ​ຫາ​ຖານ​ເຂົ້າ​ປະກອບສ່ວນ​ໃນກິດຈະ​ກໍາ​ທາງ​ສາສະໜາ​ທີ່​ບໍ່​ໄດ້​ຮັບ​ອະນຸຍາດ​
ຈາກ​ທາງ​ການ​ໃນ​ເກົາຫລີເໜືອ. ອົງການ​ຂ່າວ Yonhap ​ເວົ້າ​ວ່າ ນາຍ Jun Young Su
ເປັນ​ນັກທຸລະກິດ​ທີ່​ໄປ​ໂບດ​ແຫ່ງ​ນຶ່ງ​ໃນ​ເຂດ​ນະຄອນ Los Angeles ​ໃນ​ລັດ California.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ຮຽກຮ້ອງ​ໃຫ້​ອໍານາດ​ປົກຄອງ​ເກົາຫລີ​ເໜືອ​ປ່ອຍ​ໂຕ
ນາຍ Jun ເພື່ອເຫັນແກ່​ມະນຸດສະ​ທໍາ.

XS
SM
MD
LG