ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອວ່າ ສະຫະລັດຕອບໂຕ້ ແຮງເກີນໄປ


ລູກສອນໄຟຈໍາລອງ ລຸ່ນ Scud-B ຂອງເກົາຫລີເໜືອ ທີ່ຕັ້ງສະແດງຮ່ວມກັບ ລູກສອນໄຟຂອງເກົາຫລີໃຕ້ ເພື່ອຄົນເບິ່ງ ຢູ່ພິພິທະພັນ ອະນຸສອນຈາກສົງຄາມເກົາຫລີ ທີ່ນະຄອນຫລວງໂຊລຂອງເກົາຫລີໃຕ້ (AP Photo/Ahn Young-joon)
ລູກສອນໄຟຈໍາລອງ ລຸ່ນ Scud-B ຂອງເກົາຫລີເໜືອ ທີ່ຕັ້ງສະແດງຮ່ວມກັບ ລູກສອນໄຟຂອງເກົາຫລີໃຕ້ ເພື່ອຄົນເບິ່ງ ຢູ່ພິພິທະພັນ ອະນຸສອນຈາກສົງຄາມເກົາຫລີ ທີ່ນະຄອນຫລວງໂຊລຂອງເກົາຫລີໃຕ້ (AP Photo/Ahn Young-joon)

ເກົາຫຼີ​ເໜືອ​ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ການ​ງົດ​ໃຫ້ການ​ຊ່ອຍ​ເຫຼືອເຂົ້າປາ​ອາຫານ​ຂອງ​ສະຫະ
ລັດ​ແກ່​ເກົາຫຼີ​ເໜືອນັ້ນ ​ແມ່ນ​ເປັນ​ການຕອບ​ໂຕ້​ທີ່ເກີນ​ໄປ ​ຕໍ່ແຜນການ​ຍິງ​ລູກ​ສອນ​ໄຟ​ຂຶ້ນ​ສູ່​
ອະວະກາດ​ທີ່ກຸງ​ພຽງ​ຢ້າງ​ໄດ້​ວາງ​ແຜນ​ໄວ້ນັ້ນ.

ເກົາຫຼີ​ເໜືອ​ໄດ້​ປະກາດ​ໃຫ້​ຮູ້​ໃນ​ເດືອນ​ກຸມພາ​ຜ່ານ​ມາ​ວ່າ ຕົນ​ຈະ​ງົດການ​ທົດ​ທອງ​ນີວ​ເຄລຍ
ຂອງ​ຕົນ​ໄວ້​ຊົ່ວຄາວ ພ້ອມ​ທັງ​ການ​ຍິງ​ລູກສອນ​ໄຟ​ຂີ​ປະ​ນາ​ວຸດ ​ແລະ​ການ​ເຄື່ອນ​ໄຫວ​ດ້ານ
ນີວ​ເຄລຍຕ່າງໆ​ຂອງຕົນ ​ຊຶ່ງ ເພື່ອ​ເປັນ​ການ​ແລກປ່ຽນ ​ທາງ​ກຸງ​ວໍ​ຊິງ​ຕັນ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນ
ຍາທີ່​ຈະໃຫ້ການ​ຊ່ອຍ​ເຫຼືອດ້ານ​ເຂົ້າປາ​ອາຫານ​ແກ່​ເກົາຫຼີ​ເໜືອ​ໃນ​ປະລິ​ມານ 240 ​ພັນໂຕນ​ນັ້ນ.

ບັດ​ນີ້​ ທາງ​ກຸງ​ວໍ​ຊິງ​ຕັນຖື​ວ່າ ການ​ຍິງ​ຈະ​ຫຼວດທີ່​ທາງ​ກຸງ​ພຽງ​ຢ້າງ​ໄດ້ວາງ​ແຜນ​ໄວ້ນັ້ນ ​ແມ່ນ​ເປັນ​ການລະ​ເມີດ​ຕໍ່​ຂໍ້​ຕົກລົງ​ກັນ​ດັ່ງກ່າວ ​ແລະ​ກ່າວ​ວ່າ ກຸງ​ພຽງ​ຢ້າງ​ກໍາລັງ​ພະຍາຍາມ​ທໍາ​ການ​ທົດ​ສອບ​ເທັກ​ໂນ​ໂລ​ຈີລູກ​ສອນ​ໄຟ​ທີ່​ຍິງ​ໄດ້​ໃນ​ໄລຍະ​ໄກ​. ແຕ່​ເກົາຫຼີ​ເໜືອ​ກ່າວ​ວ່າ ຕົນ​ຈະ​ສົ່ງ​ດາວ​ທຽມ​ຂຶ້ນ​ສູ່​ວົງ​ໂຄຈອນ ​ເພື່ອເປົ້າ​ໝາຍໃນທາງສັນຕິ​.

XS
SM
MD
LG