ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫລີເໜືອມີບ່ອນ ກັ່ນທາດຢູເຣນຽມລັບ


ຮູບພາບຈາກດາວທຽມ ຂອງໂຮງງານນີວເຄລຍ ຂອງເກົາຫລີເໜືອ
ທີ່ເມືອງ Yong-byon
ຮູບພາບຈາກດາວທຽມ ຂອງໂຮງງານນີວເຄລຍ ຂອງເກົາຫລີເໜືອ ທີ່ເມືອງ Yong-byon


















ບັນດາ​ນັກ​ການ​ທູດ​ກ່າວ​ວ່າ ພວກ​ນັກ​ຊ່ຽວຊານ​ກຸ່ມ​ນຶ່ງໄດ້​ບອກ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະ
ຊາ​ຊາດ​ວ່າ ພວກ​ຕົນ​ເຊື່ອ​ວ່າ ​ເກົາຫລີ​ເໜືອ​ມີບ່ອນ​ກັ່ນ​ທາດ​ຢູ​ເຣນຽມ​ລັບ​ຢ່າງ​ນ້ອຍ​ແຫ່ງ​ນຶ່ງ
ນອກຈາກ​ບ່ອນ​ນຶ່ງ​ທີ່​ມີ​ການ​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ເດືອນ​ພະຈິກ​ປີ​ແລ້ວ​ນີ້.

ບັນດາ​ນັກ​ການ​ທູດ​ດັ່ງກ່າວ ​ເວົ້າ​ວ່າ ກຸ່ມ​ນັກ​ຊ່ຽວຊານ​ກຸ່ມ​ນີ້ ​ໄດ້​ອິງ​ການລົງ​ຄວາມ​ເຫັນ​ດັ່ງກ່າວ​ຂອງ​ພວກ​ຕົນ ​ໃສ່ຜົນ​ການ​ໂອ້​ລົມ​ສົນທະນາ​ກັບ​ທ່ານ Siegfried Hecker ນັກ​ຊ່ຽວຊານ​ດ້ານ​ນີວ​ເຄລຍຂອງ​ສະຫະລັດ ທີ່​ໄດ້​ໄປ​ຢ້ຽມຢາມ​ເກົາຫລີ​ເໜືອ​ໃນ​ເດືອນ​ພະຈິກ​ນັ້ນ ຊຶ່ງທ່ານ Hecker ​ໄດ້ບອກ​ພວກ​ເຂົາ​ເຈົ້າ​ວ່າ ​ເຈົ້າ​ໜ້າ​ທີ່​ເກົາຫລີ​ເໜືອ​ໄດ້​ພາ​ທ່ານໄປ​ເບິ່ງຕາ​ໝ່າ​ງເຕົາ​ແຍກ​ທາດ​ຢູ​ເຣນຽມທີ່​ທັນ​ສະ​ໄໝ ທີ່ໃຊ້ສໍາລັບກັ່ນ​ທາດ​ຢູ​ເຣນຽມໃໝ່​ເພື່ອ​ປັບປຸງ​
ເກ​ຣດ ຢູ່ໃນໂຮງງານແຫ່ງ​ນຶ່ງ​ໃນ​ເມືອງ Yongbyon ທີ່ເຄີຍ​ຖືກ​ໃຊ້​ເພື່ອ​ເປົ້າ​ໝາຍ​ອື່ນໆໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້.

XS
SM
MD
LG