ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອຫຼີກລ່ຽງການລົງໂທດຂອງ ສະຫະປະຊາຊາດ


ເກົາຫຼີເໜືອຫຼີກລ່ຽງການລົງໂທດຂອງ ສະຫະປະຊາຊາດ
ເກົາຫຼີເໜືອຫຼີກລ່ຽງການລົງໂທດຂອງ ສະຫະປະຊາຊາດ

ໜັງສືພິມຂອງເກົາຫຼີໃຕ້ສະບັບນຶ່ງລາຍງານວ່າ ເກົາຫຼີເໜືອ ໄດ້ປ່ຽນຊື່ຂອງບໍລິສັດຕ່າງໆແລະປອມແປງເອກກະສານໃນ ການສົ່ງອອກສິນຄ້າ ເພື່ອຫຼີກລ່ຽງ ການລົງໂທດຂອງນາໆ ຊາດ.

ໜັງສືພິມ Dong-A Ilbo ໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ ສືບລັບ ທີ່ຂໍສະຫງວນຊື່ຄົນນຶ່ງ ທີ່ກ່າວວ່າ ຂໍ້ມູນສືບລັບ ຂອງເກົາຫຼີໃຕ້ ແລະສະຫະລັດ ສະແດງໃຫ້ເຫັນວ່າ ບໍລິ ສັດຂອງເກົາຫຼີເໜືອ 2 ບໍລິສັດ ໄດ້ປ່ຽນຊື່ຂອງຕົນ.

ບໍລິສັດການຄ້າພັດທະນາບໍ່ແຮ່ເກົາຫຼີ ແລະບໍລິສັດການຄ້າ Tangun ເກົາຫຼີ ຕ່າງກໍມີຊື່ ໃນບັນຊີລົງໂທດຂອງອົງການສະຫະປະຊາຊາດ ທີ່​ໄດ້​ປະກາດ​ອອກ​ມາ ຫຼັງຈາກພຽງຢາງ ໄດ້ທຳການທົດລອງອາວຸດນິວເຄລຍ ໃນປີກາຍ.

ໜັງສືພິມເກົາຫຼີໃຕ້ ສະບັບນີ້ເວົ້າວ່າ ເປັນທີ່ປາກົດວ່າ ເກົາຫຼີເໜືອ ໄດ້ໃຊ້ໃບແຈ້ງລາຍການ ສິນຄ້າປອມ ເພື່ອສົ່ງອອກອາວຸດ ຜ່ານທາງປະເທດຈີນ ແລະວ່າ ໃບແຈ້ງລາຍການສິນຄ້າ ທີ່ວ່ານີ້ ​ແຈ້ງ​ພວກຜະລິດຕະພັນ ທາງທະຫານວ່າ ເປັນສິນຄ້າ ພົນລະເຮືອນ ​ແຈ້ງລະເບີດ ຕໍປີໂດວ່າ ເປັນອຸບປະກອນ ສຳລັບເຮັດກັບປາ ແລະລູກຈະຫຼວດວ່າ ເປັນອຸບປະກອນເຈາະ ນໍ້າມັນ.

ໜັງສືພິມ Dong-A Ilbo ເວົ້າວ່າ ເກົາຫຼີໃຕ້ແລະສະຫະລັດ ໄດ້ປະສົບກັບບັນຫາຍຸ່ງຍາກ ໃນການຄົ້ນພົບ ການປອມແປງເຫຼົ່ານີ້ຍ້ອນເກົາຫຼີເໜືອ ໄດ້ຊອກຄົ້ນຫາວິທີການໃໝ່ເລື້ອຍໆ ເພື່ອຫຼີກລ່ຽງ ຕໍ່ການລົງໂທດ ຂອງສະຫະປະຊາຊາດ.

XS
SM
MD
LG