ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການຍິງ ຈະຫຼວດ ຂອງ ເກົາຫຼີເໜືອ ອາດຈະ ມີການຊັກຊ້າ


ຮູບຖ່າຍທາງດາວທຽມຂອງບໍລິສັດ DigitalGlobe ສະແດງໃຫ້ເຫັນ ບ່ອນສົ່ງດາວທຽມ Sohai ຂອງເກົາຫຼີເໜືອ.
ຮູບຖ່າຍທາງດາວທຽມຂອງບໍລິສັດ DigitalGlobe ສະແດງໃຫ້ເຫັນ ບ່ອນສົ່ງດາວທຽມ Sohai ຂອງເກົາຫຼີເໜືອ.
ສະຖາບັນດ້ານນະໂຍບາຍຂອງອາເມຣິກັນສະຖາບັນນຶ່ງກ່າວວ່າ ການກະກຽມກ່ຽວກັບແຜນການຍິງຈະຫຼວດຂອງເກົາຫຼີເໜືອອາດ
ຈະມີການຊັກຊ້າຍ້ອນຫິມະຕົກໜັກ.

ສະຖາບັນສະຫະລັດເກົາຫຼີ ທີ່ມະຫາວິທະຍາໄລ Johns Hopkin
ກ່າວໃນວັນສຸກມື້ນີ້ວ່າ ຮູບຖ່າຍໃໝ່ທາງດາວທຽມສະແດງໃຫ້ເຫັນ
ວ່າ ການກະກຽມ ທີ່ຖານສົ່ງດາວທຽມ Sohai ໄດ້ດຳເນີນໄປແບບ
ຊ້າໆກວ່າທີ່ມີການລາຍງານກ່ອນໜ້ານີ້.

ທ່ານ Nick Hansen ນັກຊ່ຽວຊານດ້ານການວິເຄາະພາບຖ່າຍ ຂຽນລົງໃນບົດລາຍງານທາງເວັບໄຊທ໌ ຂອງສະຖາບັນ 38 ເໜືອ
ນັ້ນວ່າຮູບພາບທີ່ຖ່າຍໃນວັນອັງຄານຜ່ານມາສະແດງໃຫ້ເຫັນວ່າ ບໍ່ມີຮ່ອງຮອຍຫຍັງຢູ່ໃນຫິມະທີ່ຕົກໜັກ ຢູ່ທີ່ຖານສົ່ງດັ່ງກ່າວ.

ແຕ່ແນວໃດກໍຕາມ ທ່ານ Hansen ກ່າວວ່າ ເຖິງແມ່ນໄດ້ມີການຊັກຊ້າຍ້ອນສະພາບດິນ ຟ້າອາກາດກໍຈິງ ແຕ່ເກົາຫຼີເໜືອກໍຈະສຳເລັດເສັດສິ້ນການກະກຽມ ທັນຕາມໝາຍກຳນົດ ການ.
XS
SM
MD
LG