ຮູບພາບດາວທຽມໃໝ່ຂອງຖານຍິງຈະຫຼວດຂອງເກົາຫຼີເໜືອແຫ່ງນຶ່ງ ສະແດງໃຫ້ເຫັນ
ຫຼັກຖານຂອງການກະກຽມທີ່ເພີ່ມທະວີຂຶ້ນ ສໍາລັບການສົ່ງຈະຫຼວດຂຶ້ນສູ່ອະວະກາດ
ທີ່ທາງກຸງວໍຊິງຕັນເບິ່ງເຫັນວ່າ ເປັນການປົກປິດສໍາລັບການທົດສອບລູກສອນໄຟທີ່ຍິງ
ໄດ້ໃນໄລຍະໄກນັ້ນ.
ສະຖາບັນສະຫະລັດ-ເກົາຫຼີ ທີ່ສະຖາບັນການສຶກສາຂັ້ນສູງລະຫວ່າງຊາດຂອງມະຫາ
ວິທະຍາໄລ John Hopkins ກ່າວໃນວັນອາທິດວານນີ້ວ່າ ຮູບພາບຈາກດາວທຽມທີ່
ຖ່າຍໃນວັນພຸດສັບປະດາຜ່ານມາ ສະແດງໃຫ້ເຫັນເຄື່ອງ radar ເຄື່ອນທີ່ໃນລົດພ່ວງ
ຄັນນຶ່ງ ຊຶ່ງແຕ່ກ່ອນບໍ່ເຫັນມີ ຢູ່ສະຖານທີ່ຍິງຈະຫຼວດ Tong-Changri ແລະເຫັນຖັງ
ລຽນກັນເປັນແຖວຫຼາຍແຖວ ຊຶ່ງປາກົດວ່າເປັນຖັງເຊື້ອໄຟ ແລະທາດ oxidizer ເປົ່າ.
ສະຖາບັນດັ່ງກ່າວເວົ້າວ່າ ຮູບພາບເຫຼົ່ານີ້ຍັງສະແດງໃຫ້ເຫັນອັນທີ່ປາກົດວ່າ ເປັນການ
ເຄື່ອນໄຫວຢູ່ໃກ້ໆກັບຕຶກອາຄານປະກອບເຄື່ອງຍິງລູກສອນໄຟ ບ່ອນທີ່ລາຍງານຂ່າວ
ຊີ້ບອກວ່າ ເປັນບ່ອນເກັບມ້ຽນຂັ້ນຕ່າງໆຂອງຈະຫຼວດ Unha-3 ນັ້ນ.
ກຸງພຽງຢ້າງກ່າວວ່າ ການຍິງຈະຫຼວດຂຶ້ນນີ້ຈະສົ່ງດາວທຽມທີ່ດໍາເນີນການໄດ້ດວງນຶ່ງ
ຂຶ້ນສູ່ວົງໂຄຈອນ ອັນເປັນພາກສ່ວນນຶ່ງຂອງການສະເຫຼີມສະຫຼອງວັນຄ້າຍວັນເກີດຄົບ
ຮອບ 100 ປີຂອງມື້ລາງຜູ້ນໍາ ກິມອີລຊຸງ ຜູ້ກໍ່ຕັ້ງຄອມມີວນິດເກົາຫຼີເໜືອ ແລະເປັນພໍ່ປູ່
ຂອງທ່ານກິມ ຈົງ ອຸນ ຜູ້ນໍາຄົນໃໝ່ຂອງເກົາຫຼີເໜືອນັ້ນ.
ສະຫະລັດ ຣັດເຊຍ ເກົາຫຼີໃຕ້ ແລະຍີ່ປຸ່ນ ທັງໝົດໄດ້ປະນາມແຜນການຈະຍິງຈະຫຼວດ
ນີ້. ແມ່ນແຕ່ຈີນ ຊຶ່ງເປັນພັນທະມິດຂອງກຸງພຽງຢ້າງ ມາຕັ້ງແຕ່ດົນນານ ກໍໄດ້ສະແດງ
ຄວາມບໍ່ເຫັນດີນໍາ ຊຶ່ງບໍ່ສູ້ມີມາກ່ອນ ຂະນະທີ່ທ່ານພັນກິມູນ ເລຂາທິການໃຫຍ່ສະຫະ
ປະຊາຊາດກ່າວວ່າ ທ່ານມີຄວາມເປັນຫ່ວງຢ່າງເລິກເຊິ່ງກ່ຽວກັບເລື້ອງນີ້.
ເບິ່ງຄວາມເຫັນ (3)
ໂຫລດຄວາມເຫັນ ຕື່ມອີກ