ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຄາເຂົ້າໃນເກົາຫຼີເໜືອ ແພງເປັນປະວັດການ


ຄົນງານເກົາຫຼີໃຕ້ ຂົນເຂົ້າໄປຊ່ອຍເກົາຫຼີເໜືອ (2 ຕຸລາ 2010)
ຄົນງານເກົາຫຼີໃຕ້ ຂົນເຂົ້າໄປຊ່ອຍເກົາຫຼີເໜືອ (2 ຕຸລາ 2010)

ກຸ່ມຊ່ອຍເຫຼືອບັນເທົາທຸກກຸ່ມນຶ່ງຂອງເກົາຫຼີໃຕ້ກ່າວວ່າ ລາຄາເຂົ້າໃນເກົາຫຼີເໜືອໄດ້​ແພງຂຶ້ນ
ຢ່າງເປັນປະວັດການຊຶ່ງໄດ້ຮັບແຮງຂັບດັນຈາກການເກັບຮວບຮວມ​ເອົາເຂົ້າ​ໄປ​ມອບໃຫ້ທາງ
ກອງທັບ​ເປັນພິເສດ ແລະການແຂງຄ່າຂຶ້ນຂອງເງິນຕາສະຫະລັດແລະຈີນ.

ອົງການ Good Friends ຊຶ່ງເປັນກຸ່ມຈັດຕັ້ງເອກກະຊົນທີ່ໃຫ້ຄວາມຊ່ອຍເຫຼືອແກ່ພວກອົບ
ພະຍົບແລະພວກຂໍຢາກລີ້ໄພຊາວເກົາຫຼີເໜືອ ກ່າວໃນມື້ວັນພຸດວານນີ້ວ່າ ໃນວັນທີ 19 ມັງ
ກອນຜ່ານມານີ້ເຂົ້າກິໂລນຶ່ງແມ່ນຂາຍກັນໃນລາຄາທີ່ສູງເຖິງ 3,000 ວອນຫຼືເກືອບນຶ່ງໂດລາ
ຕາມອັດຕາການແລກປ່ຽນຂອງທາງການເກົາຫຼີເໜືອ.

ລາຄາດັ່ງກ່າວ ແມ່ນປະມານສອງເທົ່າ ຂອງລາຄາເຂົ້າທີ່ຊື້ຂາຍກັນໃນຕົ້ນເດືອນນີ້ເວລາທາງ
ການເກົາຫຼີເໜືອອະນຸຍາດໃຫ້ມີການຊື້ເຂົ້າໄດ້ເພື່ອສະເຫຼີມສະຫຼອງວັນເກີດຂອງທ້າວກິມຈົງ
ອຸນບຸດຊາຍຫຼ້າແລະຜູ້ທີ່ປາກົດວ່າຈະໄດ້ເປັນທາຍາດສືບທອດອຳນາດຕໍ່ຈາກທ່ານກິມຈົງອິລ
ຜູ້ນຳຂອງເກົາຫຼີເໜືອນັ້ນ.

ອົງການ Good Friends ເວົ້າວ່າພວກເຈົ້າໜ້າທີ່ໄດ້ເກັບຮວບຮວມອາຫານການກິນໃຫ້ແກ່
ທາງກອງທັບ ຍ້ອນມີການຊັກຊ້າ ໃນການຈັດສົ່ງການຊ່ອຍເຫຼືອດ້ານອາຫານ ມາຈາກຈີນ.
ນອກນັ້ນ ອົງການດັ່ງກ່າວຍັງໃຫ້ຂໍ້ສັງເກດອີກວ່າ ມີຄວາມຕ້ອງການສູງ ສໍາລັບເງິນຕາຂອງ
ສະຫະລັດ ແລະຂອງຈີນ.

XS
SM
MD
LG