ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີເໜືອຈະຈັດ ກອງປະຊຸມພັກຂຶ້ນ ກ່ອນສົ່ງດາວທຽມ ຂຶ້ນສູ່ອະວະກາດ


ທ່ານກິມ ຈົງ ອູນ ຜູ້ນໍາໃໝ່ຂອງເກົາຫຼີເໜືອ.
ທ່ານກິມ ຈົງ ອູນ ຜູ້ນໍາໃໝ່ຂອງເກົາຫຼີເໜືອ.

ເກົາຫຼີ​ເໜືອ​ປະກາດ​ໃຫ້​ຮູ້​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຕົນ​ຈະ​ຮຽກ​ກອງ​ປະຊຸມວິສາມັນ​ຂອງ​ພັກ​ທີ່​ປົກ
ຄອງ​ປະ​ເທດ​ໃນ​ປັດຈຸບັນ​ຂຶ້ນ ກ່ອນ​ການ​ສົ່ງດາວ​ທຽມ​ທີ່​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ ທີ່​ກໍາ​ນົດ
ຈະ​ມີ​ຂຶ້ນ​ໃນ​ກາງ​ເດືອນ​ນີ້. ອົງການ​ຂ່າວສູນ​ກາງຂອງ​ທາງ​ການ​ເກົາຫຼີ​ເໜືອກ່າວ​ວ່າ ກອງ
ປະຊຸມ​ຂອງພັກ​ກໍາມະກອນ ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 11 ​ເດືອນ​ນີ້​ ທີ່​ກຸງພຽງ​ຢ້າງ.

ບັນດາ​ນັກວິ​ເຄາະຂ່າວກ່າວ​ວ່າ ​ມີ​ທາງ​ວ່າ ພວກ​ຜູ້​ແທນ​ຂອງ​ພັກຈະ​ແຕ່ງຕັ້ງທ່າ​ນ ກິມຈົງ​
ອູ​ນ ຜູ້​ນໍາ​ຄົນ​ໃໝ່​ຂອງ​ປະ​ເທດ​ ໃຫ້ຂຶ້ນເປັນເລຂາ​ທິການ​ໃຫຍ່​ຂອງ​ພັກ ຊຶ່ງເປັນ​ຕໍາ​ແໜ່​ງ
ທີ່​ມື້​ລາງ​ບິດາຂອງ​ທ່ານ ຄື​ທ່ານ​ກິມຈົງ​ອີລ ​ໄດ້​ຄອບ​ຄອງ ກ່ອນ​ເຖິງ​ແກ່​ມໍລະນະ​ກໍາ​ໄປ
ໃນ​ເດືອນ​ທັນວາ​ປີ​ແລ້ວ​ນີ້.

ສະພາແຫ່ງ​ຊາດຂອງ​ເກົາຫຼີ​ເໜືອ ທີ່​ເອີ້ນ​ວ່າ​ສະພາ​ປະຊາຊົນ​ສູງ​ສຸດນັ້ນ ກໍານົດ​ຈະ​ໄຂ​ກອງ
ປະຊຸມ​ປະ​ຈໍາປີ​ຂຶ້ນ​ໃນ​ວັນ​ທີ 13 ​ເດືອນ​ນີ້. ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ​ເບິ່ງ​ຄື​ວ່າກອງ​ປະຊຸມ
ນີ້​ຈະ​ເລື່ອນຊັ້ນ​ທ່ານ​ກິມ ຈົງ ອູ​ນ ຂຶ້ນ​ເປັນ​ປະທານ​ຄະນະ​ກໍາມາ​ທິການ​ປ້ອງ​ກັນ​ຊາດ ຊຶ່ງ​
ເປັນອີກ​ຕໍາ​ແໜ່​ງນຶ່ງ​ ທີ່​ມື້​ລາງ​ບິດາ​ຂອງ​ທ່ານ​ເຄີຍ​ຄອງ​ມາ​ນັ້ນ.

XS
SM
MD
LG