ສື່ມວນຊົນເກົາຫຼີເໜືອລາຍງານວ່າ ຫົວໜ້າກອງທັບ ແລະເປັນທີ່ປຶກສາທີ່ໃກ້ຊິດກັບຜູ້ນໍາ Kim Jong-un ໄດ້ຖືກປົດອອກຈາກຕໍາແໜ່ງທັງໝົດຍ້ອນຄວາມເຈັບປ່ວຍ.
ອົງການຂ່າວກາງທາງການເກົາຫຼີ ເວົ້າວ່າ ກອງປະຊຸມບັ້ນນຶ່ງຂອງພັກຂອງສໍານັກງານການເມືອງຂອງກໍາມະບານ ເມື່ອວັນອາທິດວານນີ້ ໄດ້ຕັດສິນໃຈປົດເປື້ອງ ທ່ານ Ri Yong-ho ອາຍຸ 69 ປີ ອອກຈາກຕໍາແໜ່ງການເມືອງທັງໝົດ ຊຶ່ງເວລານີ້ບໍ່ມີລາຍລະອຽດໃດໆທີ່ວ່າທ່ານຣີ ໄດ້ສູນເສຍຕໍາແໜ່ງຜູ້ບັນຊາການທະຫານສູງສຸດນຳຫຼືບໍ່.
ປົກກະຕິແລ້ວ ທ່ານ ຣີ ຈະປາກົດຕົວຢູ່ຄຽງຂ້າງກັບຜູ້ນໍາ Kim Jong-un ໃນລະຫວ່າງການຢ້ຽມຢາມກອງທັບຂອງຜູ້ນໍາໜຸ່ມ ແລະໃນໂອກາດທາງການອື່່ນໆສ່ວນຫຼາຍ.