ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອປົດນາຍົກ ລັດຖະມົນຕີ


ທ່ານ​ກິມຈົງ​ອີນ ຜູ້ນຳ​ເກົາຫລີ​ເໜືອ​ໄດ້​ໄປ​ຮ່ວມ​ກອງ​ປະຊຸມສະພາ​ ​ແຫ່ງ​ຊາດ ນັດທີ​ສອງ​ຂອງປີຊຶ່ງ​ບໍ່​ສູ້ມີ​ຂຶ້ນນັ້ນ​ໃນ​ວັນ​ຈັນ​ມື້​ນີ້ ທ່ີ​ ພົວພັນ​ກັບ​ການ​ຊັບຊ້ອນ​ຄະນະນຳພາ​ຄັ້ງ​ໃຫຍ່​.ສຳນັກງານ​ຂ່າວ ​ກາງ​ຂອງເກົາຫລີ​ເໜືອກ່າວ​ວ່າ ສະພາ​ຊຶ່ງ​ເປັນ​ສະ​ຖາ​ບັນ​ຄັນຕາ
ລະ​ບັດ​ຂອງ​ປະ​ເທດ​ ໄດ້​ປົດນາຍົກລັດຖະມຸນຕີ Kim Yong Il ອອກ​ຈາກ​ຕຳ​ແໜ່​ງ​ ແລະ​ແຕ່ງ​ຕັ້ງ ທ່າ​ນ Choe Young Rim ສະມາຊິກ​ສະພາ​ ຂຶ້ນ​ດຳລົງ​ຕຳ​ແໜ່​ງ​ແທນ.

ອົງການ​ຂ່າວ​ນີ້​ເວົ້າ​ຕື່ມ​ວ່າ ທ່ານ Jang Song Thaek ນ້ອງ​ເຂີຍ​ຂອງ
ທ່ານ​ກິມຈົງ​ອີນ ​ໄດ້​ຖືກ​ເລື່ອນ​ຊັ້ນ​ຂຶ້ນ​ມາ​ເປັນ​ຮອງ​ປະທານ​ຄະນະ​ກຳມາ
ທິການ​ປ້ອງ​ກັນຊາ​ດທ່ີ​ມີ​ອຳນາດ​ ຊຶ່ງທ່ານ​ກິມ​ເປັນ​ຫົວໜ້າ​ນັ້ນ.

ບໍ່ໄດ້ມີ​ການ​ຊີ້​ແຈງເຫດຜົນ​ໃນການ​ຊັບຊ້ອນ​ທ່ີ​ວ່ານີ້ໃຫ້​ຊາບ​.

ສະພ​ແຫ່ງ​ຊາດ ​ຫລື​ສະພາ​ປະຊາຊົນ ຂອງ​ເກົາຫລີ​ເໜືອ ຕາມ​ທຳ​ມະ​ດາແລ້ວ
ແມ່ນປະຊຸມກັນ​ເປັນ​ເວລາ 1 ມື້​ ໃນ​ແຕ່ລະ​ປີ​ເພື່ອ​ຮັບ​ຜ່ານ​ຮ່າງ​ຍັດຕິ​ຕ່າງໆ​
ແລະ​ເປົ້າໝາຍຂອງນະ​ໂຍບາຍ ຕາມ​ທີ່​ມີ​ຄຳສັ່ງ​ມາ​ຈາກ​ທ່ານ​ກິມນັ້ນ.

ຜູ້ນຳ​ເກົາຫລີ​ເໜືອ​ບໍ່​ໄດ້​ໄປ​ຮ່ວມ​ໃນ​ກອງ​ປະຊຸມ​ສະ​ໄໝ​ກ່ອນ ​ທ່ີ​ມີ​ຂຶ້ນ​ໃນ​ເດືອນ​ເມສາ​ຜ່ານ​ມາ​ນັ້ນ.

XS
SM
MD
LG