ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອ ສ້າງ​ເຄື່ອງກັ່ນ ທາດຢູເຣນຽມ ເພີ້ມຂຶ້ນ (ສະໄລດ໌)


ແທ່ງເຊື້ອໄຟທີ່ບໍ່ໄດ້ໃຊ້ ກອງໄວ້ເທິງຮ້ານ ຢູ່ສາງຂອງໂຮງໄຟຟ້ານີວເຄລຍ ໃຫຍ່ຂອງເກົາຫລີເໜືອ ທີ່ Yongbyon.
ແທ່ງເຊື້ອໄຟທີ່ບໍ່ໄດ້ໃຊ້ ກອງໄວ້ເທິງຮ້ານ ຢູ່ສາງຂອງໂຮງໄຟຟ້ານີວເຄລຍ ໃຫຍ່ຂອງເກົາຫລີເໜືອ ທີ່ Yongbyon.
ສູນກາງຄົ້ນຄວ້າຂອງສະຫະລັດເວົ້າວ່າ ປະກົດວ່າເກົາຫລີ
ເໜືອໄດ້ເພີ້ມຈຳນວນ​ເຄື່ອງກັ່ນທາດຢູເຣນຽມ ຂຶ້ນ​ເປັນສອງ
ເທົ່າ ໃນການດໍາເນີນຄວາມພະຍາຍາມ ທີ່ເປັນໄປໄດ້ ເພື່ອ
ຂະຫຍາຍໂຄງການອາວຸດນີວເຄລຍຂອງຕົນ.

ສະຖາບັນວິທະຍາສາດ ແລະຄວາມໝັ້ນຄົງສາກົນ ຫລື ISIS
ເວົ້າໃນວັນພຸດວານນີ້ວ່າ ການກໍ່ສ້າງໃໝ່ຢູ່ເຂດ​ໂຮງ​ໄຟຟ້ານີວ
ເຄລຍ Yongbyon ສາມາດອໍານວຍໃຫ້ມີ​ການ​ຕິດ ຕັ້ງເຄື່ອງ
ກັ່ນທາດຢູເຣນຽມເພີ້ມຂຶ້ນເປັນສອງເທົ່າຢູ່ທີ່ນັ້ນໄດ້.

ເກົາຫລີເໜືອໄດ້ເປີດເຜີຍກ່ຽວ​ກັບໂຄງການກັ່ນທາດຢູເຣນຽມ
ຂອງ​ຕົນ​ ​ເມື່ອສາມປີກ່ອນ ​ໂດຍ​ເວົ້າວ່າ ໂຮງ​ໄຟຟ້າແຫ່ງນີ້ ສາມາດບັນຈຸເຄື່ອງກັ່ນທາດ
ຢູເຣນຽມ ​ໄດ້ 2 ພັນໜ່ວຍ ທີ່ໃຊ້ພຽງແຕ່ຜະລິດທາດຢູເຣນຽມທີ່ມີ​ຄຸນ​ນະພາບຕໍ່າເທົ່ານັ້ນ
ສຳລັບ​ໃຊ້​ໃນຜະລິດພະລັງງານໄຟຟ້າ ຊຶ່ງ​ເປັນການກ່າວອ້າງ ທີ່ພວກນັກວິເຄາະບາງຄົນ
ຍັງ​ມີ​ຄຳ​ຖາມ​ຢູ່.

ລາຍງານຂອງສະ​ຖາ​ບັນ ISIS ເວົ້າວ່າ ທາດຢູເຣນຽມທີ່ສາມາດ​ນຳ​ໄປຜະລິດອາວຸດ​ໄດ້ ນັ້ນ ອາດມີການຜະລິດຢູ່ໃນໂຮງ​ໄຟຟ້າ Yongbyon. ລາຍງານເວົ້າອີກວ່າ ຫລືບໍ່ດັ່ງນັ້ນ ​ແລ້ວ ທາດຢູເຣນຽມ ທີ່ຜະລິດຢູ່ໂຮງ​ໄຟຟ້າແຫ່ງດັ່ງກ່າວ ອາດ​ຖືກ​ນຳ​ໄປ​ກັ່ນ​ເພີ້ມຕື່ມ ທີ່ ບ່ອນກັ່ນປິດລັບ​ແຫ່ງ​ໃດແຫ່ງນຶ່ງ.

ບັນດາປະເທດຕາເວັນຕົກຈໍານວນນຶ່ງສົງໄສວ່າ ໂຄງການກັ່ນທາດຢູເຣນຽມທີ່​ວ່າ​ນີ້ຈະອຳ
ນວຍໃຫ້ເກົາຫລີເໜືອ ມີຊ່ອງທາງທີ່ຈະສ້າງລະເບີດປະລະມານູ ໄດ້ງ່າຍຂຶ້ນ. ຍັງມີການ ເຊື່ອກັນອີກວ່າ ເກົາຫລີເໜືອມີທາດປລູໂຕນຽມພຽງພໍ ທີ່​ສາມາດ​ສ້າງອາວຸດນີວເຄລຍໄດ້
ລະຫວ່າງ 6 ຫາ 12 ລູກ.

ເບິ່ງສະໄລດ໌ ກ່ຽວກັບຂ່າວນີ້:

XS
SM
MD
LG