ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີເໜືອ ປະຕິເສດ ບໍ່ຍອມຮັບ ມະຕິ ການລົງໂທດ ສປຊ


ແຜນທີ່ເກົາຫຼີເໜືອ
ແຜນທີ່ເກົາຫຼີເໜືອ
ເກົາຫຼີເໜືອໄດ້ທຳການປະຕິເສດຢ່າງເປັນທາງການຕໍ່ມະຕິຂອງ
ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ທີ່ທວງໃຫ້ ພຽງ ຢາງຍຸຕິໂຄງການສ້າງອາວຸດນິວເຄລຍຂະນະທີ່ຈີນຮຽກຮ້ອງໃຫ້
ທຸກຝ່າຍ ຕັ້ງຢູ່ໃນຄວາມສະຫງົບ.

ໃນຖະແຫລງການສະບັບນຶ່ງທີ່ນຳອອກເຜີຍແຜ່ ໃນວັນເສົາມື້ນີ້ ກະຊວງການຕ່າງປະເທດຂອງເກົາຫຼີເໜືອກ່າວວ່າການລົງໂທດ
ຕ່າງໆ ແທນທີ່ຈະເຮັດໃຫ້ໂຄງການນິວເຄລຍຂອງຕົນ ອ່ອນແອ
ລົງໄປນັ້ນຊໍ້າພັດເພີ້ມຂີດຄວາມສາມາດຂອງຕົນຂຶ້ນຕື່ມອີກ “ນຶ່ງ
ພັນເທົ່າ”.

ການລົງໂທດໃນສັບປະດານີ້ ຊຶ່ງເປັນເທື່ອທີ 5 ນັບແຕ່ປີ 2006
ເປັນຕົ້ນມານັ້ນ ແມ່ນແນໃສ່ເພື່ອເພີ້ມທະວີການຈຳກັດຮັດແຄບ ທາງດ້ານການເງິນແລະປາບປາມໃນການດຳເນີນຄວາມພະຍາ
ຍາມຂອງເກົາຫຼີເໜືອ ທີ່ຊອກຫາຊ່ອງທາງເພື່ອຂົນສົ່ງ ສິນຄ້າທີ່
ຖືກຫ້າມໄປທາງເຮືອນັ້ນ.

ເຖິງແມ່ນວ່າປັກກິ່ງ ໄດ້ລົງຄະແນນສຽງເຫັນພ້ອມກັບການລົງໂທດຄັ້ງໃໝ່ກໍຈິງ ແຕ່ລັດຖະ
ມົນຕີກະຊວງການຕ່າງປະເທດຈີນທ່ານ Yang Jiechi ກ່າວຕໍ່ກອງປະຊຸມຖະແຫຼງຂ່າວທີ່ ກຸງປັກກິ່ງ ໃນວັນເສົາມື້ນີ້ວ່າ ການລົງໂທດບໍ່ແມ່ນວິທີທາງພື້ນຖານ ໃນການແກ້ໄຂບັນຫາ ຕ່າງໆ ແລະຄວນຈະຕິດຕາມດ້ວຍການສົນທະນາແລະການເຈລະຈາກັນ.

ທ່ານ Yang ຮຽກຮ້ອງໃຫ້ທຸກພັກຝ່າຍກ່ຽວຂ້ອງ ຕັ້ງຢູ່ໃນຄວາມສະຫງົບ ໃຊ້ຄວາມຢັບຢັ້ງ ຊັ່ງໃຈ ແລະຫລີກເວັ້ນຈາກການເຮັດໃຫ້ສະຖານະການ ຮ້າຍແຮງຂຶ້ນຕື່ມ.
XS
SM
MD
LG