ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ເກົາຫຼີໃຕ້ຈະຈັດ ການພົບປະ 3 ຝ່າຍ ກ່ຽວກັບເກົາຫຼີເໜືອ


A New York Police Department helicopter flies over the scene of a multiple shooting crime scene on Maujer Street in the Brooklyn borough of New York.
A New York Police Department helicopter flies over the scene of a multiple shooting crime scene on Maujer Street in the Brooklyn borough of New York.

​ເກົາຫຼີ​ໃຕ້​ກ່າວ​ວ່າ ຕົນ​ຈະ​ເປັນ​ເຈົ້າພາບ​ຈັດການ​ໂອ້​ລົມ​ສົນທະ​ນາ​ທາງ​ການ ທູດ​ລະດັບ​ສູງ​ຂຶ້ນ​ກັບ​ຍີ່​ປຸ່ນ​ແລະ​ສະຫະລັດ​ໃນ​ສັບປະດາ​ໜ້າ​ກ່ຽວ​ກັບ​ເກົາຫຼີ​ເໜືອ.

ທ່ານ Cho Byung-je ​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ເກົາຫຼີ ໃຕ້ ກ່າວ​ວ່າ ພວກ​ນັກ​ການ​ທູດ​ທີ່​ມາ​ປະຊຸມ​ກັນ​ໃນ​ກຸງ​ໂຊລ ຈະ​ທໍາ​ການໂອ້​ລົມ​ສົນທະນາ​ກັນ​ ເລື້ອງ​ການ​ເຄື່ອນ​ໄຫວ​ຕ່າງໆ​ກ່ຽວ​ກັບ​ແຫຼມ​ເກົາຫຼີຫຼັງ​ຈາກ​ການ​ຍິງ​ລູກ​ສອນ​ໄຟ​ຂອງ​ກຸງ​ພຽງ​ຢ້າງ​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວໃນ​ວັນ​ທີ 13 ​ເມສາ​ຜ່ານ​ມາ​ນີ້.

ທ່ານ Lim Sung-nam ​ເອກ​ອັກ​ຄະ​ລັດຖະທູດ​ຂອງ​ເກົາຫຼີ​ໃຕ້​ຮັບຜິດຊອບກ່ຽວ​ກັບເລື້ອງ​ນີວ​ເຄລຍຈະ​ເປັນ​ເຈົ້າພາບ​ຈັດການ​ພົບ​ປະ​ຫາລື​ກັນ​ລະຫວ່າງ 3 ຝ່າຍ​ຂຶ້ນ​. ທ່ານ Shinsuke Sugiyama ທູດ​ພິ​ເສດ​ວ່າ​ດ້ວຍ​ນີວເຄລຍ ຂອງ​ຍີ່ປຸ່ນ ​ແລະ​ທ່ານ Glyn Davies ທູດ​ພິ​ເສດ​ຂອງ​ສະຫະລັດ​ ຮັບຜິດ ຊອບ​ກ່ຽວ​ກັບ​ເລື້ອງເກົາຫຼີ​ເໜືອ ​ຈະ​ໃຫ້​ລາຍ​ລະອຽດເພີ່ມ​ເຕີມກ່ຽວ​ກັບ​ການ​ໂອ້​ລົມ​ສົນທະນາກັນ​ຄັ້ງ​ນີ້.

​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ເກົາຫຼີ​ໃຕ້​ກ່າວ​ວ່າ ພວກ​ນັກ​ການທູດ​ທັງ​ສາມ​ຈະ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ອື່ນໆ​ອີກ​ກ່ຽວ​ກັບ​ເກົາຫຼີ​ເໜືອ ທີ່​ຮວມ ທັງ​ເລື້ອງ​ໂຄງການ​ນີວ​ເຄລຍຂອງ​ເກົາ​ຫຼີ​ເໜືອ​ນໍາ. ປະເທດ​ທັງ 3 ເປັນ​ພາກ​ສ່ວນ​ທີ່​ຮ່ວມ​ຢູ່​ໃນ​ການ​ພົບ​ປະ​ເຈລະຈາ 6 ຝ່າຍ ພ້ອມກັບ​ຈີນ​ແລະຣັດ​ເຊຍ ທີ່​ມີ​ພາລະກິດ​ໃນ​ການ​ເຈລະຈາ​ກັບ​ເກົາຫຼີ​ເໜືອເພື່ອ​ໃຫ້​ທັບ​ມ້າງ​ໂຄງການ​ນີວ​ເຄລຍຂອງ​ຕົນເພື່ອ​ແລກປ່ຽນ​ເອົາ​ການຊ່ອຍ​ເຫຼືອທາງ​ດ້ານ​ເສດຖະກິດ​ແລະ ​ດ້ານ​ມະນຸດສະ​ທໍາ​ນັ້ນ.

XS
SM
MD
LG