ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຄື່ອນໄຫວ ດ້ານ ນິວເຄລຍຂອງເກົາຫຼີເໜືອ


ທຸງຊາດເກົາຫຼີເໜືອ ແລະເກົາຫຼີໃຕ້
ທຸງຊາດເກົາຫຼີເໜືອ ແລະເກົາຫຼີໃຕ້

ເກົາຫຼີໃຕ້ກ່າວວ່າເກົາຫຼີເໜືອພວມເສີມສ້າງສະຖານທີ່ນິວເຄລຍຂອງຕົນ ຮວມທັງໂຮງງານ ຊຶ່ງແຕ່ກ່ອນເຄີຍກັ່ນທາດຢູເຣນຽມ​ເກຣດສູງນັ້ນ.

ກະຊວງການຕ່າງປະເທດເກົາຫຼີໃຕ້ທີ່ກຸງໂຊລກ່າວໃນວັນອັງຄານວານນີ້ວ່າ ເກົາຫຼີໃຕ້ພວມ ຕິດຕາມຢ່າງໃກ້ຊິດ ເບິ່ງໂຮງໄຟຟ້ານິວເຄລຍ Yongbyon ແລະມີຄວາມວິຕົກກັງວົນວ່າ ອຳນາດການປົກຄອງຄອມມູນິສເກົາຫຼີເໜືອ ອາດຈະສ້ອມແປງເຕົາແຍກນິວເຄລຍ ຜະລິດ ທາດປລູໂຕນຽມ ທີ່ຕົນໄດ້ທຳລາຍໃນປີ 2008 ນັ້ນຄືນໃໝ່.

ຮູບພາບທີ່ຖ່າຍຈາກດາວທຽມສະແດງໃຫ້ເຫັນວ່າ ມີເຄື່ອງຈັກຂຸດດິນແລະອຸບປະກອນກໍ່ສ້າງ ໃກ້ໆໂຮງໄຟຟ້າ Yongbyon.

ສະຖາບັນເພື່ອຄວາມໝັ້ນຄົງນາໆຊາດ ຊຶ່ງເປັນອົງການຄົ້ນຄວ້າເອກກະຊົນຂອງສະຫະລັດ ລາຍງານວ່າ ພວມມີການກໍ່ສ້າງ ອາຄານໃໝ່ 2 ຫຼັງ ຢູ່​ບໍລິ​ເວນ​ນັ້ນ ແຕ່ຈຸດປະສົງໃນການ ກໍ່ສ້າງດັ່ງກ່າວ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ.

XS
SM
MD
LG