ຫຼັງຈາກໄດ້ບອກເຕືອນແບບກະຫາຍສົງຄາມມາເປັນເວລາສາມ
ອາທິດແລ້ວນັ້ນ ເກົາຫຼີເໜືອກໍໄດ້ທໍາການທົດລອງຄັ້ງທີ່ສາມ ໃນ
ໂຄງການອາວຸດນີວເຄຼຍ ທີ່ຢ້ອນຫຼັງຄືນໄປໃນຊຸມປີ 1960. ຜູ້ສື່
ຂ່າວວີໂອເອ Mark Snowiss ສໍາຫຼວດເບິ່ງວ່າ ການທົດລອງ
ນິວເຄລຍຄັ້ງນີ້ ເປີດເຜີຍໃຫ້ຮູ້ຫຍັງແນ່ ກ່ຽວກັບຄວາມກ້າວໜ້າ
ດ້ານເທັກນິກຂອງເກົາຫຼີເໜືອ ແລະວ່າບັນດາປະເທດມະຫາອໍາ
ນາດ ຈະມີວິທີການຕອບໂຕ້ຢ່າງໃດ.
ການປະເມີນຕ່າງໆໃນເບື້ອງຕົ້ນຊີ້ແນະວ່າການທົດລອງນີວເຄຼຍຂອງເກົາຫຼີເໜືອບັ້ນລ່າ
ສຸດນັ້ນ ນັບວ່າເປັນການທົດລອງທີ່ມີອານຸພາບທີ່ສຸດຂອງເກົາຫຼີເໜືອ. ປະທານາທິບໍດີ
ບາຣັກ ໂອບາມາ ເອີ້ນການທົດລອງຄັ້ງນີ້ວ່າ ເປັນ “ພຶດຕິການເກາະຜິດຄິດຮ້າຍຢ່າງ
ສູງ”. ການປະນາມໂດຍທັນທີຂອງທ່ານ ໂອບາມາ ແມ່ນຕິດຕາມມາໂດຍ ການປະນາມ
ຈາກລັດຖະບານຕ່າງໆໃນທົ່ວໂລກ ໂຮມທັງເກົາຫຼີໃຕ້ ຍີ່ປຸ່ນ ຈີນ ແລະ ຣັດເຊຍ.
ທ່ານ Mitchell Reiss ອະດີດເຈົ້າໜ້າທີ່ກະຊວງຕ່າງປະເທດສະຫະລັດ ເວົ້າວ່າ ການ ທົດລອງນີວເຄຼຍໃຕ້ດິນຂອງພຽງຢາງເມື່ອວັນອັງຄານອາທິດແລ້ວນີ້ແມ່ນເປັນການຢືນ
ຢັນຕື່ມອີກວ່າ ເກົາຫຼີເໜືອກໍາລັງເດີນໜ້າຢ່າງ ມີແບບແຜນແລະຢ່າງເຈດຕະນາ ໄປສູ່
ການມີສະມັດຖະພາບດ້ານລູກສອນໄຟຂີປະນາວຸດ ແລະອາວຸດນີວເຄຼຍ ທີ່ກ້າວໜ້າຂຶ້ນ
ໄປອີກ ຊຶ່ງທ່ານ Reiss ເວົ້າວ່າ ທັງສອງປະການນີ້ແມ່ນສ້າງຄວາມວິຕົກກັງວົນຫຼາຍທີ່
ສຸດ. ທ່ານ ຣີສເວົ້າວ່າ:
“ການທີ່ເກົາຫຼີເໜືອທໍາການທົດລອງສອງຢ່າງນີ້ ຄົນລະເທື່ອນັ້ນ ມັນກໍໜ້າວິຕົກ
ຫລາຍພໍຢູ່ແລ້ວ ແຕ່ການລວມທັງສອງຢ່າງເຂົ້າກັນນີ້ຕິ ແຮ່ງເປັນອັນຕະລາຍ
ຢ່າງໃຫຍ່ຕໍ່ສະຫະລັດ ແລະປະເທດເພື່ອນມິດແລະພັນທະມິດຂອງພວກເຮົາ
ຢູ່ໃນຂົງເຂດ.”
ນັກວິເຄາະ Bruce Klingner ທີ່ສຶກສາກ່ຽວກັບເກົາຫຼີເໜືອ ເປັນເວລາຫຼາຍປີກັບອົງ
ການສືບລັບ ຊີໄອເອ ຂອງສະຫະລັດ ເວົ້າວ່າ ພື້ນທີ່ແຜ່ນດິນໃຫຍ່ຂອງສະຫະລັດແມ່ນ
ກໍາລັງຖືກຂົ່ມຂູ່ຫລາຍຂຶ້ນນັບມື້ ໂດຍຄວາມກ້າວໜ້າຂອງເກົາຫຼີເໜືອ ໂຮມທັງການທົດ ລອງຍິງລູກສອນໄຟ ຂີປະນາວຸດທີ່ປະສົບຜົນສໍາເລັດ ໃນເດືອນທັນວາປີຜ່ານມາ. ທ່ານ Klingner ເວົ້າວ່າ:
“ພວກເຈົ້າໜ້າທີ່ເກົາຫຼີໃຕ້ ຫຼັງຈາກໄດ້ເອົາຊິ້ນສ່ວນຂອງລູກສອນໄຟ ທີ່ກູ້ມາ
ໄດ້ຈາກກົ້ນມະຫາສະມຸດ ມາຕິດຕໍ່ໃສ່ກັນຄືນ ໝ່ ກໍໄດ້ປະເມີນວ່າ ຈະຫຼວດ
ອາດສາມາດບິນໄປໄດ້ໄກເຖິງ 9,500 ຫລັກ ຫຼືອາດຮອດ 10.000 ຫລັກ
ກໍໄດ້ ຊຶ່ງຈະເປັນໄພຂົ່ມຂູ່ ບໍ່ພຽງແຕ່ ຕໍ່ລັດຮາວາຍ ຫຼື ອະລາສກ້າເທົ່ານັ້ນ
ແຕ່ຮອດຫລາຍໆເຂດຂອງແຜ່ນດິນໃຫຍ່ສະຫະລັດນັ້ນ ນໍາ.”
ເກົາຫຼີເໜືອອ້າງວ່າ ການທົດລອງເມື່ອວັນອັງຄານຜ່ານມານີ້ ແມ່ນໄດ້ໃຊ້ອຸບປະກອນນີວ
ເຄຼຍ ທີ່ມີຂະໜາດນ້ອຍກວ່າແລະເບົາກວ່າຄັ້ງຜ່ານມາ ແຕ່ມີສະມັດຖະພາບໃນການລະ
ເບີດ ແຮງກວ່າແຕ່ກ່ອນ.
ກະຊວງປ້ອງກັນປະເທດເກົາຫຼີໃຕ້ເວົ້າວ່າ ແຮງລະເບີດຂອງການທົດລອງ ແມ່ນໃນລະ
ຫວ່າງ ຫົກຫາເຈັດພັນໂຕນ ຫລື 6-7 ກິໂລໂຕນ ຊື່ງ ແມ່ນມີພະລັງຫຼາຍກວ່າການທົດລອງ
ສອງຄັ້ງຜ່ານມາຂອງເກົາຫຼີເໜືອ ເມື່ອປີ 2006 ກັບ 2009 ນັ້ນ ແຕ່ກໍຍັງໄກຫຼາຍ ຈາກຄວາມແຮງຂອງອາວຸດ ນິວເຄຼຍທີ່ມີອານຸພາບທີ່ສຸດຂອງສະຫະລັດໃນປັດຈຸບັນນີ້ ຊຶ່ງມີພະລັງລະເບີດ ປະມານ ນຶ່ງພັນ-ພັນ ໂຕນ ຫລື 1.000 ກິໂລໂຕນນັ້ນ.
ທ່ານ Klingner ກ່າວຕໍ່ໄປວ່າ ພວກນັກສັງເກດການບໍ່ຄ່ອຍຈະຍອມຮັບໃນຄວາມກ້າວໜ້າ
ຂອງເກົາຫຼີເໜືອໃນເລື້ອງນີ້ ຍ້ອນວ່າການທົດລອງລູກສອນໄຟໄລຍະໄກຂອງພຽງຢາງ ບໍ່ເຄີຍ
ປະສົບຜົນສໍາເລັດຈົນກະທັ່ງເດືອນທັນວາປີຜ່ານມາ ຊຶ່ງທ່ານ Klingner ກ່າວວ່າ ຄວາມສໍາ
ເລັດໃນຄັ້ງນັ້ນ ສະແດງໃຫ້ເຫັນວ່າ ເກົາຫຼີເໜືອສາມາດທີ່ຈະສົ່ງດາວທຽມຂື້ນສູ່ວົງໂຄຈອນ
ໃນອະວະກາດໄດ້ ຊຶ່ງເປັນຄວາມສາມາດອັນດຽວກັນກັບທີ່ຕ້ອງການ ເພື່ອຈະຍິງຫົວລະເບີດ
ນິວເຄລຍ ໄປຍັງແຫ່ງຫົນໃດກໍໄດ້ຢູ່ເທິງຜິວໜ້າຂອງໂລກ.
ສະຫະປະຊາຊາດແລະສະຫະລັດວ່າ ຈະເອົາບາດກ້າວຕ້ອນເກົາຫລີເໜືອ:
ນັກວິເຄາະ Reiss ເວົ້າວ່າ ການທົດລອງລະເບິດນິວເຄລຍຂອງເກົາຫລີເໜືອ ໄດ້ສ້າງສະ
ຖານະການແບບກຶນບໍ່ເຂົ້າຄາຍບໍ່ອອກ ໃຫ້ແກ່ລັດຖະບານທ່ານໂອບາມາ ແລະບັນດາກຸ່ມຜູ້
ນໍາໜ້າໃໝ່ ທັງຢູ່ໃນຈີນ ເກົາຫຼີໃຕ້ ແລະ ຍີ່ປຸ່ນ. ທ່ານ ຣີສ ເວົ້າວ່າ:
“ເວົ້າສຸດໆແລ້ວ ກໍຄືວ່າ ເກົາຫຼີເໜືອໄດ້ທໍາການຕັດສິນໃຈ ດ້ານຍຸດທະສາດ ທີ່ຈະເປັນປະເທດທີ່ມີອາວຸດນີວເຄຼຍໂດຍເຕັມ. ສິ່ງທ້າ ທາຍໃນປັດຈຸບັນນີ້ ກໍຄືວ່າສະຫະລັດ ກັບບັນດາປະເທດເພື່ອນມິດ ແລະ ພັນທະມິດຂອງພວກ
ເຮົາໃນຂົງເຂດ ໂດຍສະເພາະຈີນນັ້ນ ຈະເຮັດຢ່າງໃດ ກັບເລຶ່ອງນີ້?”
ທາງທ່ານ Klingner ກໍກ່າວຕໍ່ໄປວ່າ ການທົດລອງເມື່ອວັນອັງຄານຜ່ານມານັ້ນ ເຮັດໃຫ້
ທ່ານບໍ່ແນ່ໃຈວ່າ ຈີນຊຶ່ງເປັນມີຄວາມສໍາພັນທາງເສດຖະກິດທີ່ແໜ້ນແຟ້ນຫຼາຍຂຶ້ນກັບ
ເກົາຫຼີເໜືອນັ້ນ ຈະມີປະຕິກິລິຍາແນວໃດ. ທ່ານ Klingner ເວົ້າວ່າ:
“ມັນສະແດງໃຫ້ເຫັນຢ່າງແຈ້ງຂາວວ່າ ປັກກິ່ງມີອິດທິພົນໜ້ອຍສໍ່າໃດ ຫຼືມີ
ຄວາມເຕັມໃຈໜ້ອຍສໍ່າໃດ ທີ່ຈະໃຊ້ອິດທິພົນຕໍ່ພຽງຢາງໃນເລຶ່ອງນີ້. ແທ້ຈິງ
ແລ້ວ ການພົວພັນໃນດ້ານເສດຖະກິດຂອງຈີນກັບເກົາຫຼີເໜືອ ທີ່ເພິ່ມທະວີ
ຂຶ້ນນັ້ນ ໄດ້ບ່ອນທໍາລາຍສິ່ງດົນໃຈໃດໆກໍຕາມ ທີ່ຈະໃຫ້ເກົາຫຼີເໜືອກັບຄືນ
ສູ່ການເຈລະຈາຫົກຝ່າຍ ອີກນັ້ນ.”
ລູນຫຼັງການທົດລອງລະເບີດນິວເຄຼຍນັ້ນແລ້ວ ເກົາຫຼີເໜືອເວົ້າວ່າ ການທົດລອງດັ່ງກ່າວ
ສະແດງໃຫ້ເຫັນວ່າ ສະມັດຖະພາບໃນການຂັດຂວາງນີວເຄຼຍຂອງຕົນ ໄດ້ມີຄວາມຫຼາກ
ຫຼາຍຂຶ້ນ ຊຶ່ງພາໃຫ້ມີຄໍາຖາມຂຶ້ນມາວ່າ ເກົາຫຼີເໜືອໄດ້ໃຊ້ທາດຢູເຣນຽນທີ່ໄດ້ຮັບການປັບປຸງ
ເສີມສະມັດຖະພາບ ແທນການໃຊ້ທາດພລູໂຕນຽມທີ່ເອົາມາກັ່ນໃໝ່ ຄືກັນກັບຄັ້ງ ກ່ອນໆນັ້ນ ຫລືແນວໃດ?
ເລຶ່ອງນີ້ແມ່ນສ້າງຄວາມວິຕົກກັງວົນໃຫ້ ສະຫະລັດ ເກົາຫຼີໃຕ້ ແລະຍີ່ປຸ່ນ ຍ້ອນວ່າເຖິງແມ່ນ
ເວລານີ້ ເກົາຫຼີເໜືອຈະມີທາດພລູໂຕນຽມ ໃນປະລິມານພຽງພໍ ສໍາລັບສ້າງລະເບີດນິວເຄຼຍ
ໄດ້ ພຽງຫົກຫາແປດລູກເທົ່ານັ້ນກໍຕາມ ແຕ່ເກົາຫຼີເໜືອກໍມີຄວາມສາມາດ ທີ່ຈະປັບປຸງເສີມ
ສະມັດຖະພາບທາດຢູເຣນຽມ ສໍາລັບໃຊ້ໃນອະນາຄົດ ໄດ້ແລ້ວ.
ທ່ານ Reiss ເວົ້າວ່າ ວໍຊິງຕັນໜ້າຈະຜັກດັນໃຫ້ເກົາຫຼີໃຕ້ແບ່ງປັນຂໍ້ມູ ສືບລັບກັນກັບ
ຍີ່ປຸ່ນ ເພາະວ່າມັນຈະຊ່ວຍຮັບປະກັນການຕອບໂຕ້ທີ່ມີການປະສານງານກັນດີ ຕໍ່ໄພ
ຂົ່ມຂູ່ຈາກເກົາຫຼີເໜືອນັ້ນ. ທ່ານ ຣີສ ຍັງເຕືອນ ອີກວ່າ ອິຣ່ານກໍກໍາລັງສິ້ງຊອມເບິ່ງ
ການຕອບໂຕ້ຂອງໂລກ ໃນເລຶ່ອງນີ້ຢ່າງໃກ້ຊິດທີ່ສຸດ ຢູ່ຄືກັນ. ທ່ານ ຣີສ ເວົ້າວ່າ:
“ຖ້າຫາກວ່າສະຫະລັດບໍ່ເອົາມາດຕະການລົງໂທດ ບໍ່ທໍາໂທດເກົາຫຼີເໜືອ
ໃນທາງໃດທາງນຶ່ງແລ້ວ ກໍຈະເທົ່າກັບວ່າເປັນການເປີດໄຟຂຽວໃຫ້ອິຣ່ານ
ຫຼືຢ່າງໜ້ອຍກໍເປັນການຊີ້ແນະວ່າ ອິຣ່ານກໍສາມາດກ້າວເດີນໄປບົນເສ້ນ
ທາງດຽວກັນນີ້ໄດ້ ຄືກັບເກົາຫຼືເໜືອ ໂດຍທີ່ຈະບໍ່ໄດ້ຮັບຜົນສະທ້ອນທີ່
ຮ້າຍແຮງໃດໆ ຕາມມາ.”
ແລະໃນຂະນະທີ່ບໍ່ມີປະເທດໃດໃນບັນດາມະຫາອໍານາດຂອງໂລກ ສາມາດກ່າວອອກມາ
ໄດ້ຢ່າງເຕັມປາກວ່າ ຢາກໃຫ້ເກົາຫຼີເໜືອແລະອິຣ່ານ ມີອາວຸດນີວເຄຼຍນັ້ນ ແຕ່ກໍຍັງຄົງ
ມີ
ຄໍາຖາມຢູ່ວ່າ ບັນດາປະເທດມະຫາອໍານາດເຫຼົ່ານີ້ ຈະມີຄວາມສາມາດປ້ອງກັນບໍ່ໃຫ້ມັນເກີດຂຶ້ນໄດ້ ແນວໃດ?