ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອພາ ນັກຂ່າວຕ່າງປະເທດ ໄປເບິ່ງບ່ອນສົ່ງຈະຫຼວດ (ເບິ່ງສະໄລດ໌)


ບັນດາ​ເຈົ້າ​ໜ້າ​ທີ່​ອະວະກາດ​ເກົາຫຼີ​ເໜືອ​ໄດ້​ເອົາ​ບາດກ້າວ​ທີ່​ບໍ່​ສູ້​ດໍາ​ເນີນມາ​ກ່ອນ​ໃນ​ວັນ​ອາທິດ​ວານ​ນີ້ ​ໂດຍ​ອະນຸຍາດໃຫ້​ພວກ​ນັກ​ຂ່າວ​ຕ່າງປະເທດ​ໄປ​ເບິ່ງ​ຈະ​ຫຼວດທີ່ຕົນກໍາລັງ​ກະກຽມ​ຈະ​ສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດໃນ​ສັບປະດາ​ນີ້ ​ເຖິງ​ແມ່ນ​ມີ​ການ​ຄັດຄ້ານ​ຈາກ​ສະຫະລັດ​ແລະ​ເກົາຫຼີ​ໃຕ້​ກໍ​ຕາມ​ນັ້ນ.

ການ​ອະນຸຍາດໃຫ້​ພວກ​ນັກ​ຂ່າວ​ໄປ​ເບິ່ງ​ນີ້ ມີ​ຂຶ້ນ​ຫລັງ​ຈາກ​ມີ​ການ​ເຜີ​ຍແຜ່​ຮູບພາບ​ຂອງພະ​ແນ​ກສືບ​ລັບ​ເກົາຫຼີ​ໃຕ້ ທີ່​ວີ​ໂອ​ເອ​ໄດ້​ຮັບມາ​ ທີ່ສະ​ແດງ​ໃຫ້​ເຫັນ​ອັນ​ທີ່​ປາກົດ​ວ່າ ​ເປັນ​ການ​ກະກຽມ​ສໍາລັບ​ການ​ທົດ​ລອງ​ອາວຸດ​ນີວເຄລຍຄັ້ງ​ທີ​ສາມ​ຂອງ​ເກົາຫຼີ​ເໜືອ​.

ບັນດາ​ນັກ​ຂ່າວ​ກ່າວ​ວ່າ ທັງ​ສາມ 3 ຊັ້ນຕໍ່​ກັນ​ຂອງ​ຈະ​ຫຼວດ Unha-3 ​ແມ່ນ​ຕັ້ງ​ຢູ່​ສະຖານທີ່​ສົ່ງ​ຈະ​ຫຼວດ​ແຫ່ງ​ໃໝ່ Tongchang-ri ​ໃນ​ແຂວງ Phyongan ​ເໜືອ​ໃນ​ຝັ່ງທະ​ເລ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ. ​ນອກ​ນັ້ນ ​ເຈົ້າ​ໜ້າ​ທີ່​ເກົາຫລີ​ເໜືອ​ຍັງ​ໄດ້​ພາພວກ​ນັກ​ຂ່າວໄປ​ເບິ່ງ ​ສູນ​ບັນຊາ​ການ​ບ່ອນ​ທີ່​ມີພວກ​ນັກວິຊາ​ການ​ໃສ່​ຊຸດ​ເສື້ອ​ຄຸມ​ສີຂາວ ນັ່ງ​ເຮັດ​ວຽກ​ຢູ່ໜ້າເຄື່ອງ​ຄອມ​ພີ​ວ​ເຕີ​ນັ້ນ.

ກຸງ​ພຽງ​ຢ້າງ​ຢືນ​ຢັດ​ວ່າ ​ຈະ​ຫຼວດລູກນີ້​ ທີ່​ມີ​ກໍານົດຈະ​ຖືກ​ສົ່ງ​ຂຶ້ນ​ສູ່​ອະວະກາດ​ໃນ​ລະຫວ່າງວັນ​ທີ 12 ຫາ 18 ​ເມສາ​ເດືອນ​ນີ້ ຈະ​ບັນຈຸ​ແຕ່ດາວ​ທຽມ​ກ່ຽວ​ກັບ​ດິນ​ຟ້າ​ອາກາດ​ເທົ່າ​ນັ້ນ ​ແຕ່​ສະຫະລັດ​ແລະ​ເກົາຫຼີ​ໃຕ້​ກ່າວ​ວ່າ ການ​ສົ່ງ​ຈະ​ຫຼວດ​ດັ່ງກ່າວ​ແມ່ນ​ການ​ທົດ​ລອງ​ລູກ​ສອນໄຟ​ຂີ​ປະ​ນາ​ວຸດ.

ທ່ານ Jang Myong Jin ຜູ້​ຈັດການ​ທົ່ວ​ໄປ​ປະ​ຈໍາ​ສະຖານ​ທີ່​ສົ່ງຈະ​ຫຼວດ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ພາຍ​ໃຕ້​ສົນທິສັນຍາ​ອະວະກາດ ນັ້ນ ທຸກໆ​ປະ​ເທດ​ມີ​ສິດ​ທີ່​ຈະພັດທະນາ​ເ​ທັກ​ໂນ​ໂລ​ຈີ​ອະວະກາດ​ສໍາລັບເປົ້າ​ໝາຍໃນທາງ​ສັນຕິ.

ແຕ່​ທ່ານ Kim Min-seok ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດເກົາຫຼີ​ໃຕ້ ກ່າວ​ຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ທີ່​ກຸງ​ໂຊນ​ວ່າ ລັດຖະບານ​ຂອງທ່ານເຫັນວ່າ ການ​ສົ່ງ​ຈະ​ຫຼວດຂຶ້ນ​ນີ້ເປັນ​ການ​ເກາະ​ຜິດຢ່າງ​ນຶ່ງ.

XS
SM
MD
LG