ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທູດພິເສດສະຫະລັດເດີນທາງ ໄປຮອດຈີນ


ທ່ານ Bosworth ທູດພິເສດສະຫະລັດ ພົບປະກັບລັດຖະມົນຕີຕ່າງປະເທດຍີ່ປຸ່ນ
ທ່ານ Bosworth ທູດພິເສດສະຫະລັດ ພົບປະກັບລັດຖະມົນຕີຕ່າງປະເທດຍີ່ປຸ່ນ

ທ່ານ Stephen Bosworth ທູດ​ພິ​ເສດ​ສະຫະລັດເດີນ
ທາງໄປ​ຮອດ​ຈີນແລ້ວ ເພື່ອ​ທໍາການ​ໂອ້​ລົມ​ສົນທະນາ​ກັນ
ເລື້ອງ​ການ​ເຄື່ອນ​ໄຫວດ້ານນີວ​ເຄລຍ ທີ່ເພີ່ມ​ທະວີຂຶ້ນຄັ້ງ
ຫລ້າ​ສຸດ​ຂອງ​ເກົາຫລີ​ເໜືອ ​ແຕ່​ປະ​ເທດ​ເຈົ້າພາບ​ຂອງ​ທ່ານ
ອາດ​ຈະ​ບໍ່​ດີ​ໃຈ​ປານ​ໃດ ​ກ່ຽວກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ຈະ​ໄດ້​ຍິນ​ໄດ້​ ຟັງ​ນັ້ນ.

ເຈົ້າ​ໜ້າ​ທີ່​ຈີນ​ທ່ານ​ນຶ່ງ​ກ່າວກ່ອນ​ທ່ານ Bosworth ຈະ​ເດີນ
ທາງ​ໄປ​ຮອດ​ຈີນ​ນັ້ນ​ວ່າຄວາມ​ເຄັ່ງ​ຕຶງ​ທີ່​ກໍາລັງ​ເພີ່ມ​ທະວີ​ຂຶ້ນ
ກັບ​ເກົາຫລີ​ເໜືອ​ນັ້ນ​ ​ເຮັດ​ໃຫ້ເປັນເລື້ອງ​ຮີບ​ດ່ວນທີ່​ສຸດ​ ທີ່
ຈະ​ຕ້ອງ​ຮື້​ຟື້ນ​ການ​ເຈລະຈາ 6 ພັກຝ່າຍ​ກັນຄືນ ກ່ຽວ​ກັບ
ຄວາມ​ໃຝ່ຝັນ​ດ້ານນີວ​ເຄລຍຂອງ​ກຸງ​ພຽງ​ຢ້າງ​ນັ້ນ. ແຕ່ທ່ານ
Bosworth ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນຕອນ​ເຊົ້າ​ວັນ​ອັງຄານ​
ມື້​ນີ້​ທີ່​ກຸງ​ໂຕ​ກຽວ​ວ່າ ທາງ​ກຸງ​ວໍ​ຊິງ​ຕັນ​ບໍ່​ເຕັມ​ໃຈ​ທີ່ຈະ​ຟື້ນ​ການພົບ​ປະ​ເຈລະຈາກັນຄືນ
ໃນຂະນະທີ່​ເກົາຫລີ​ເໜືອ​ຍັງ​ມີ​ໂຄງການ​ນີວ​ເຄລຍ​ດໍາເນີນ​ໄປ​ຢູ່​ນີ້.

ທ່ານ Bosworth ກໍາລັງ​ເດີນທາງ​ໄປ​ກັບ​ບັນດາ​ນັກ​ການ​ທູດ​ແລະ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ອື່ນໆ
ອີກ 7 ທ່ານ​ ເພື່ອ​ປະສານ​ງານ​ກັນ​ເລື້ອ​ງການ​ຕອບ​ໂຕ້​ດ້ານ​ນະ​ໂຍບາຍ​ຕໍ່​ພຶດຕິ​ກໍາ​ຄັ້ງ​
ຫລ້າ​ສຸດ​ຂອງ​ກຸງ​ພຽງ​ຢ້າງ​ນັ້ນ. ​ໃນ​ຕົ້ນ​ເດືອນ​ນີ້ ອໍານາດ​ປົກຄອງ​ທີ່​ລຶກລັບຂອງເກົາຫລີ​
ເໜືອ​ໄດ້​ພາ​ນັກ​ຊ່ຽວຊານ​ດ້ານ​ນີວ​ເຄລຍອະ​ເມຣິກັນ​ຄົນ​ນຶ່ງ​ ໄປ​ເບິ່ງ​ສະຖານ​ທີ່​ຫລອມ​ທາດ
ຢູ​ເຣນຽມ​ທີ່​ທັນ​ສະ​ໄໝ​ແຫ່ງ​ນຶ່ງ​ຂອງ​ຕົນ ບ່ອນ​ທີ່ເກົາຫລີ​ເໜືອ​ກ່າ​ວວ່າ ​ມີ​ເຄື່ອງ​ຫລອມ​
ຫລື​ກັ່ນທາດ​ຢູ​ເຣນຽມ ທີ່​ໄຊ້ການ​ໄດ້ 2 ພັນ​ອັນ​ນັ້ນ.

XS
SM
MD
LG