ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໗ ກັນຍາ ໒໐໒໓

ນັກການທູດສະຫະລັດ ໄປໂອ້ລົມເລື້ອງນີວເຄລຍ ເກົາຫລີເໜືອ


ທ່ນ Stephen Bosworth ທູດພິເສດສະະລດ ພົບປະກັບທ່ານ Wi Sung lac ຈາກເກົາຫລີໃຕ້ທີ່ກຸງໂຊນ ວັນທີ 22 ພະຈິກ 2010

ທີ​ມການ​ທູດຄະນະນຶ່ງ​ຂອງ​ສະຫະລັດ​ກໍາລັງ​ມຸ້ງ​ໜ້າ​ໄປ​ສູ່​ຍີ່ປຸ່ນເພື່ອ​ທໍາການ​ໂອ້​ລົມ​ສົນທະ​ນາ
ກັນ ​ເລື້ອງ​ຂ່າວ​ທີ່​ໜ້າ​ຕື່ນ​ຕົກໃຈ​ທີ່​ຖືກ​ເປີດ​ເຜີຍ​ອອກ​ມາ ກ່ຽວກັບ​ໂຄງການ​ນີວເຄລຍຂອງ​ ເກົາຫລີ​ເໜືອນັ້ນ.

ທ່ານ Stephen Bosworth ຫົວໜ້າ​ທີ​ມນັກ​ການ​ທູດ​ສະຫະລັດ​ກ່າວ​ໃຫ້​ຮູ້​ໃນ​ຕອນ​ເຊົ້າ​ວັນ
ຈັນ​ມື້​ນີ້​ທີ່​ເກົາຫລີ​ໃຕ້ວ່າ ທ່ານ​ມີຄວາມ​ຜິດ​ຫວັງ​ນໍາອັນ​ທີ່​ທ່ານ​ບັນ​ລະ​ຍາຍ​ວ່າ ​ເປັນ​ການ​
ເຄື່ອນໄຫວ​ແບບ​ເກາະ​ຜິດ​ໂດຍ​ຝ່າຍ​ເກົາຫລີ​ເໜືອ​ນັ້ນ ​ແຕ່​ທ່ານ​ກ່າວ​ຕື່ມ​ວ່າ ສະຫະລັດ​ໄດ້​ຮູ້​
ມາດົນເຕີບ​ແລ້ວ​ ກ່ຽວ​ກັບ​ຄວາມ​ໃຝ່ຝັນ​ເລື້​ອງ​ໂຄງການ​ນີວເຄລຍຂອງກຸງ​ພຽງຢ້າງ​ນັ້ນ ​ແລະ​ ວ່າ​ເລື້ອງ​ນີ້​ບໍ່​ແມ່ນ​ວິ​ກິດ​ການ.

ທ່ານ Bosworth ທູດ​ພິ​ເສດ​ສະຫະລັດ​ວ່າ​ດ້ວຍ​ກິດຈະການ​ເກົາຫລີເໜືອ ຖືກ​ສົ່ງ​ໄປ​ຍັງ
ຂົງ​ເຂດ​ກັບ​ພວກ​ນັກ​ການ​ທູດ​ແລະ​ເຈົ້າ​ໜ້າ​ທີ່​ຝ່າຍສືບ​ລັບ​ອື່ນໆ​ອີກ 7 ທ່ານ ຫລັງ​ຈາກ​ນັກ
ຊ່ຽວຊານ​ດ້ານ​ນີວ​ເຄລຍອະ​ເມຣິກັນ​ຄົນ​ນຶ່ງ ​ແຈ້ງ​ໃຫ້​ຊາບ​ວ່າ​ ໄດ້​ເຫັນ​ສະຖານ​ທີ່​ແຍກ​ທາດ
ຢູ​ເຣນຽມທີ່ທັນ​ສະ​ໄໝ​ແຫ່ງ​ນຶ່ງ​ໃນ​ເກົາຫລີ​ເໜືອ ​ຊຶ່ງ​ມີ​ເຄື່ອງ​ປັ່ນ​ທາດ​ນີວ​ເຄລຍຫລາຍ​ກວ່າ
1000 ອັນ​ນັ້ນ.

ຄະນະ​ຜູ້ຕາງໜ້າ​ອະ​ເມຣິກັນຈະ​ເດີນທາງ​ຕໍ່​ໄປ​ຍັງ​ຈີນ ຫລັງ​ຈາກ​ທໍາ​ການ​ພົບ​ປະ​ກັບ​ບັນດາ
ເຈົ້າ​ໜ້າ​ທີ່​ກຸງ​ໂຕ​ກຽວ ບ່ອນ​ທີ່​ໂຄສົກ​ຂັ້ນ​ສູງ​ສຸດຂອງ​ລັດຖະບານ​ກ່າວ​ວ່າ ຍີ່ປຸ່ນ​ຖື​ເລື້ອງ​ການ
ເຄື່ອນ​ໄຫວ​ຄັ້ງຫລ້າ​ສຸດຂອງ​ລັດຖະບານພຽງ​ຢ້າງ​ນີ້ ວ່າ​ເປັນ​ສິ່ງ​ທີ່​ຮັບ​ເອົາ​ບໍ່​ໄດ້ຢ່າງ​ເດັດຂາດ.

XS
SM
MD
LG