ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫລີເໜືອຮຽກຮ້ອງ ໃຫ້ໄຂການເຈລະຈາ 6 ຝ່າຍ ຄືນໂດຍທັນທີ


ທ່ານ Kim Kye Gwan ຫົວໜ້າເຈລະຈານີວເຄລຍເກົາຫລີເໜືອ.
ວັນທີ 24 ກໍລະກົດ 2011
ທ່ານ Kim Kye Gwan ຫົວໜ້າເຈລະຈານີວເຄລຍເກົາຫລີເໜືອ. ວັນທີ 24 ກໍລະກົດ 2011






















ເກົາຫລີ​ເໜືອ​ຮຽກຮ້ອງ​ຊໍ້າ​ອີກ​ ໃຫ້ໄຂ​ການເຈລະຈາ 6 ຝ່າຍ​ຄືນ​ກ່ອນກໍານົດ​ກ່ຽວ​ກັບ
ໂຄງການ​ນີວ​ເຄລຍຂອງ​ຕົນ​ນັ້ນ.

ໃນ​ຖ້ອຍ​ຖະ​ແຫລ​ງຢ່າງ​ເປີ​ດ​ເຜີຍໃນ​ວັນ​ຈັນ​ມື້​ນີ້ ເປັນຄັ້ງ​ທໍາ​ອິດນັບ​ແຕ່​ການ​ພົບ​ປະເຈລະ
ຈາ​ເລື້ອງ​ໂຄງການ​ນີວ​ເຄລຍກັບ​ສະຫະລັດຍຸດຕິລົງ​ ທີ່​ນະຄອນ​ນີວຢອກ​ໃນ​ສັບປະດາ​
ຜ່ານ​ມາ ​ເກົາຫລີ​ເໜືອ​ຍັງ​ກ່າວ​ອີກວ່າຕົນ​ຕຽມ​ພ້ອມ​ທີ່​ຈະ​ຈັດ​ຕັ້ງ​ປະຕິບັດຂໍ້​ຕົກລົງ ​ປີ
2005 ທີ່ຮຽກຮ້ອງ​ໃຫ້​ເກົາຫລີ​ເໜືອ​ປະ​ຖິ້ມ​ໂຄງການ​ນີວ​ເຄລຍຂອງ​ຕົນ​ນັ້ນ.

ກຸງ​ພຽງ​ຢ້າງ​ໄດ້​ທໍາ​ຄວາມ​ພະຍາຍາມ​ມາ​ເປັນ​ເວລາ​ຫລາຍ​ເດືອນ ​ເພື່ອໃຫ້​ໄຂ​ການ​ເຈ
ລະຈາ 6 ຝ່າຍ​ຄືນ ທີ່​ມີ​ວັດ​ຖະປະສົງ​ເພື່ອ​ສະໜອງ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ເສດຖະກິດ
ແລະ​ການ​ທູດ​ໃຫ້​ເກົາຫລີ​ເໜືອ ​ເພື່ອ​ແລກປ່ຽນ​ກັບການໃຫ້​ເກົາຫລີ​ເໜືອ​ຢຸດ​ໂຄງການ
ຜະລິດ​ອາວຸດ​ນີສ​ເຄລຍ ຂອງ​ຕົນ​ນັ້ນ. ​ແຕ່​ທ່ານ Steven Bosworth ຫົວໜ້າ​ເຈລະ
ຈາ​ຝ່າຍ​ສະຫະລັດ​ກ່າວ​ທີ່ນະຄອນ​ນີວຢອກ​ວ່າ ສະຫະລັດ​ກໍາລັງ​ຊອກ​ຫາ​ຫລັກ​ຖານ​
ທີ່ສະ​ແດງວ່າ​ ​ເກົາຫລີເໜືອ​ຕຽມ​ພ້ອມ​ທີ່ຈະ​ປະຕິບັດ​ຕາມ​ພັນທະ​ທີ່​ຕົນໄດ້ໃຫ້​ໄວ້​ໃນ​ປີ
2005 ນັ້ນ.

ໃນ​ຄວາມ​ເຫັນ​ທີ່ອົງການ​ຂ່າວ KCNA ຂອງ​ທາງ​ການ​ເກົາຫລີເໜືອນໍາ​ອອກ​ເຜີຍ​ແຜ່
ໃນ​ວັນ​ຈັນ​ມື້​ນີ້​ ໂຄສົກລັດຖະບານ​ຄົນ​ນຶ່ງ​ກ່າວ​ວ່າ ທາງ​ກຸງ​ພຽງ​ຢ້າງ​ຍັງ​ພະຍາຍາມ​ທີ່​ໃຫ້
ມີ​ການໄຂ​ການ​ເຈລະຈາ 6 ຝ່າຍ​ຄືນໂດຍ​ໄວ​ຂຶ້ນ ​ແລະ​ຢ່າງບໍ່​ມີການ​ຕັ້ງເງື່ອນ​ໄຂ​ລ່ວງ​ໜ້າ​
ໃດໆ. ​ໂຄສົກ​ເວົ້າ​ອີກວ່າ ​ເກົາຫລີ​ເໜືອພະຍາຍາມ​ໃຫ້​ມີ​ຈັດ​ຕັ້ງ​ປະຕິບັດ​ຢ່າງຮອບດ້ານຂໍ້
ຕົກລົງ​ສະບັບວັນ​ທີ 19 ກັນຍາ​ ​ປີ 2005 ນັ້ນ ບົນຫລັກການ​ຂອງ​ການດໍາ​ເນີນ​ການ​ໄປ
ພ້ອມໆ​ກັນ ​ໃນ​ທັງ​ສອງ​ຝ່າຍ​.


















XS
SM
MD
LG