ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ກ່າວວ່າ ຄວາມເຫັນ ຂອງເກົາຫຼີເໜືອ ຟັງບໍ່ຂຶ້ນ


ທ່ານ Glyn Davies (ຂວາສຸດ) ທູດພິເສດສະຫະລັດກ່ຽວກັບເກົາຫຼີ ເໜືອ
ທ່ານ Glyn Davies (ຂວາສຸດ) ທູດພິເສດສະຫະລັດກ່ຽວກັບເກົາຫຼີ ເໜືອ

ທ່ານ Glyn Davies ທູດ​ພິ​ເສດ​ຂອງ​ສະຫະລັດ​ກ່ຽວ​ກັບ​ເກົາຫຼີ​ເໜືອ ກ່າວ​ວ່າ ການ​ຂົ່ມຂູ່​ຂອງ​ເກົາຫຼີ​ເໜືອເພື່ອ​ສືບ​ຕໍ່​ພັດທະນາ​ໂຄງການ​ນີວ​ເຄລຍ ໃນທັດສະນະ​ຂອງ​ອັນ​ທີ່​ພຽງ​ຢາງ​ເອີ້ນວ່າ ​ການ​ມີ​ເຈດ​ຕະນາ​ຮ້າຍ​ຂອງສະຫະ ລັດນັ້ນ ຊຶ່ງ​ຟັງ​ໄປ​ແລ້ວ ​ກໍ​ແບບ​ເກົ່າ​ນັ້ນ​ຫລະ.

ທ່ານ ​Davies ໃຫ້​ຄວາມ​ເຫັນເຊັ່ນ​ນີ້​ຈາກ​ກຸງປັກ​ກິ່ງບ່ອນ​ທີ່​ທ່ານ​ໄດ້​ພົບ​ປະ ​ກັບ​ທ່ານ Wu Dawei ຄູ່​ຕໍາ​ແໜ່​ງ ຝ່າຍຈີນຂອງ​ທ່ານ ​ແລະ​ຮອງ​ລັດຖະ ມົນ​ຕີ​ຕ່າງປະ​ເທດ ທ່ານ ຟູ ຢິງ.

ພວກ​ນັກວິ​ເຄາະ​ກ່າວ​ວ່າ ພາບ​ຖ່າຍ​ທາງ​ດາວ​ທຽມ​ເມື່ອ​ບໍ່​ນານ​ມາ​ນີ້ສະແດງ ​ໃຫ້​ເຫັນ​ກິດຈະ​ກໍາ​ ຢູ່ທີ່​ຕັ້ງ​ນີວ​ເຄລຍ​ແຫ່ງ​ຕ່າງໆ​ຂອງ​ເກົາຫຼີ​ເໜືອ ​ແລະ​ສົງໄສ​ວ່າພຽງ​ຢາງ​ອາດ​ທໍາ​ການ​ທົດ​ລອງ​ນີວ​ເຄລຍອີກ​ກໍ​ເປັນ​ໄດ້​ເພື່ອ​ທົດແທນ ​ການ​ຍິງ​ລູກ​ສອນ​ໄຟ​ທີ່​ລົ້ມ​ແຫຼວໃນເດືອ​ນ​ແລ້ວນີ້. ພວກປະ​ເທດ​ເພື່ອນ​ບ້ານ​ຂອງ​ເກົາຫຼີ​ເໜືອ ​ແລະ​ສະຫະລັດເຊຶ່ອວ່າ ການ​ຍິງຄັ້ງ​ນັ້ນ​ແມ່ນ​ການ​ຍິງ​ທົດ​ລອງ​ສະມັດຖະ​ພາບ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ ​ແຕ່ພຽງ​ຢາງ​ໂຕ້​ແຍ້​ງວ່າ ຈະ​ຫຼວດດັ່ງກ່າວ​ແມ່ນ​ຍິງ​ເພື່ອ​ສົ່ງ​ດາວ​ທຽມ​ສັງ​ເກດ​ການ​ຂຶ້ນສູ່​ວົງໂຄຈອນ.

​ເກົາຫຼີ​ເໜືອ​ກ່າວ​ເມື່ອ​ວັນ​ອັງຄານ​ວານ​ນີ້​ວ່າ ຕົນ​ຈະ​ສືບ​ຕໍ່​ພັດທະນາໂຄງການ​ນີວ​ເຄລຍນັ້ນ​ຢູ່​ຕໍ່​ໄປ ​ແຕ່​ວ່າ​ຕົນ​ບໍ່​ມີ​ແຜນການ​ທົດ​ລອງ​ນີວ​ເຄລຍ.

ນອກ​ນີ້​ແລ້ວຖະ​ແຫຼງການ​ຂອງເກົາຫຼີ​ເໜືອ​ຍັງເວົ້າວ່າ ຕົນ​ຕຽມ​ພ້ອມ​ມາດ ຕະການ​ຮັບ​ມື​ຕ່າງໆທີ່​ບໍ່​ໄດ້​ເຈາະ​ຈົງ​ ​ເພື່ອ​ໂຕ້​ຕອບຕໍ່​ສະຫະລັດແຕ່​ກໍ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດໆ​ເພີ່ມ​ຕື່ມ.

ທ່ານ Davies ທູດ​ພິ​ເສດສະຫະລັດ ກ່າວ​ໃນລະຫວ່າງ​ການ​ຢ້ຽມຢາມກຸງ ປັກ​ກິ່ງ​ວ່າ ສະຫະລັດ​ແລະ​ຈີນ​ໄດ້​ຢືນຢັນ​ເຖິງ​ຄວາມ​ໝັ້ນ​ໝາຍ​ຂອງ​ພວກ​ຕົນຄືນ​ໃໝ່​ເພື່ອ​ປ້ອງ​ກັນບໍ່​ໃຫ້ເກົາຫຼີ​ເໜືອທຳ​ການ​ເກາະ​ຜິດ​ຄິດ​ຮ້າຍຕື່ມອີກ.

XS
SM
MD
LG