ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເກົາຫຼີເໜືອ ໂຮມຊຸມນຸມ ຕໍ່ຕ້ານ ເກົາຫຼີໃຕ້


ໂທລະພາບຂອງທາງການເກົາຫຼີເໜືອ ອອກຂ່າວທະຫານແລະພົນລະເຮືອນ ໂຮມຊຸມນຸມກັນທີ່ຈະຕຸລັດກິມອິລຊຸງ ໃນນະຄອນຫຼວງພຽງຢາງ (20 ເມສາ 2012)
ໂທລະພາບຂອງທາງການເກົາຫຼີເໜືອ ອອກຂ່າວທະຫານແລະພົນລະເຮືອນ ໂຮມຊຸມນຸມກັນທີ່ຈະຕຸລັດກິມອິລຊຸງ ໃນນະຄອນຫຼວງພຽງຢາງ (20 ເມສາ 2012)

ເກົາຫຼີ​ເໜືອ​ກ່າວ​ໃນ​ວັນ​ສຸກ​ມື້ນີ້ວ່າ ຕົນ​ໄດ້​ຈັດການ​ໂຮມ​ຊຸມນຸມ​ຂຶ້ນທີ່​ຈະຕຸ​ລັດ​ໃນ​ເຂດ​ໃຈກາງ
ນະຄອ​ນຫຼວງພຽງ​ຢາງ​ເພື່ອ​ປະ​ທ້ວງ​ລັດຖະບານ​ເກົາຫຼີ​ໃຕ້ ທີ່​ໄດ້​ຕຳ​ໜິຕິຕຽນ​ຢ່າງ​ແຮງຕໍ່​ການ​
ຍິງ​ລູກ​ສອນ​ໄຟ​ທີ່​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວຂອງ​ເກົາຫຼີ​ເໜືອ​ໃນ​ສັບປະດາ​ແລ້ວ.

ໃນ​ການ​ໃຊ້​ຄຳ​ເວົ້າ​ແບບແຂງ​ຂັນນັ້ນອົງການ​ຂ່າວ​ສູນ​ກາງຂອງ​ເກົາຫຼີ​ເໜືອ​ລາຍ​ງານ​ວ່າ ຈະຕຸ
ລັດ​ດັ່ງກ່າວ​ໄດ້​ແໜ້ນ​ໄປ​ດ້ວຍ​ພວກ​ທະຫານ​ແລະ​ພົນລະ​ເຮືອນ​ທີ່ປະຕິຍານ​ວ່າ ຈະ​ກຳຈັດ​ລັດ
ຖະບານ​ເກົາຫຼີ​ໃຕ້ຂອງ​ປະທານາທິບໍດີ Lee Myung-bak ​ໂດ​ຍບໍ່​ໃຫ້​ເຫຼືອຮ່ອງຮອຍ.

ໃນ​ວັນ​ພະຫັດ​ວານ​ນີ້ ​ເກົາຫຼີ​ເໜືອ​ໄດ້​ປະກາດ​ວ່າ ຕົນ​ຈະ​ສົ່ງ​ດາວ​ທຽມ​ຂຶ້ນສູ່​ອະວະ​ກາດຢ່າງ
ຕໍ່​ເນື່ອງ​ກັນ ນຶ່ງ​ອາທິດ​ຫຼັງຈາກ​ເກົາຫຼີ​ເໜືອ​ ບໍ່​ໄດ້​ເອົາ​ຫົວຊາ​ຕໍ່​ການປະ​ທ້ວງ ​ຂອງ​ນາໆ​ຊາດ
ໂດຍ​ໄດ້​ຍິງ​ຈະ​ຫຼວດ​ໄລຍະ​ໄກ ​ແຕ່ໄດ້​ປະສົບ​ກັບ​ຄວາມກັບລົ້ມ​ແຫຼວບໍ່​ດົນ​ຫຼັງຈາກ​ຍິງ​ຂຶ້ນ.

ອົງການ​ຂ່າວ​ສູນ​ກາງຂອງ​ເກົາຫຼີ​ເໜືອໄດ້​ອ້າງ​ຄຳ​ເວົ້າພວກ​ເຈົ້າໜ້າ​ທີ່​ອະວະກາດ ທີ່​ກ່າວ​ວ່າ
ພຽງ​ຢາງ​ຈະ​ສືບ​ຕໍ່​ທຳ​ການ​ຍິງ​ຈະ​ຫຼວດ​ທີ່​ມີ​ຈຸດປະສົງ​ແນ​ໃສ່ເພື່ອ​ສົ່ງ​ດາວ​ທຽມ​ພະຍາກອນ​ອາ
ກາດ​ຂຶ້ນສູ່​ວົງ​ໂຄຈອນ.

ຖະ​ແຫຼງການ​ແບບ​ທ້າ​ທາຍ​ຂອງ​ເກົາຫຼີ​ເໜືອ​ເວົ້າວ່າ ພວກ​ນັກວິທະຍາສາດ​ໄດ້ຄົ້ນພົບ​ແລ້ວ​
ວ່າ​ແມ່ນ​ຫຍັງ​ຄື​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ຄວາມ​ລົ້ມ​ແຫຼວ​ໃນ​ການ​ຍິງ​ຈະຫຼວດ​ໃນ​ສັບປະດາ​ແລ້ວ ​
ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ຫຍັງ​ເລີຍ. ນອກ​ນັ້ນ​ເກົາຫຼີເໜືອ​ຍັງ​ບໍ່​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຂອບ
ເຂດ​ຂອງ​ເວລາ ກ່ຽວ​ກັບ​ການ​ຍິງ​ຈະ ຫຼວດຄັ້ງຕໍ່​ໄປ​ຂອງ​ຕົນ.

ການ​ປະກາດ​ທີ່​ວ່ານີ້ ມີ​ຂຶ້ນບໍ່​ເທົ່າ​ໃດ​ມື້ ຫຼັງຈາກ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະປະຊາ
ຊາດ​ໄດ້​ປະນາມ​ຢ່າງ​ແຂງ​ຂັນ​ຕໍ່​ການ​ຍິງ​ລູກ​ສອນ​ໄຟ​ແລະ​ຂູ່​ວ່າ​ຈະ​ທຳການ​ລົງ​ໂທດ​ເພີ່ມ​ຕື່ມ
ໂດຍ​ເວົ້າວ່າ ການ​ເຄື່ອນ​ໄຫວ​ທີ່​ວ່າ​ນີ້ ລະ​ເມີດ​ມະຕິ​ຕ່າງໆ ທີ່​ຫ້າມບໍ່​ໃຫ້​ເກົາຫຼີ​ເໜືອ​ນຳ​ໃຊ້
ເທັກ​ໂນ​ໂລ​ຈີ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ.

XS
SM
MD
LG