ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ມີແຜນການ ສົ່ງດາວທຽມ ຂຶ້ນສູ່ ວົງໂຄຈອນ


ຮູບຖ່າຍທາງດາວທຽມ ຂອງບໍລິສັດ DigitalGlobe ສະແດງໃຫ້ເຫັນ ຖານສົ່ງດາວທຽມ Sohae ຂອງເກົາຫຼີເໜືອ ບ່ອນທີ່ພວກນັກວິເຄາະກ່າວວ່າ ໄດ້ມີການທົດລອງເຄື່ອງຈັກ ຂອງຈະຫຼວດ.
ຮູບຖ່າຍທາງດາວທຽມ ຂອງບໍລິສັດ DigitalGlobe ສະແດງໃຫ້ເຫັນ ຖານສົ່ງດາວທຽມ Sohae ຂອງເກົາຫຼີເໜືອ ບ່ອນທີ່ພວກນັກວິເຄາະກ່າວວ່າ ໄດ້ມີການທົດລອງເຄື່ອງຈັກ ຂອງຈະຫຼວດ.
ອົງການຂ່າວຂອງທາງການເກົາຫຼີເໜືອ ລາຍງານວ່າ ຄອມມູນິສ
ເກົາຫຼີເໜືອມີແຜນການທີ່ຈະຍິງຈະຫຼວດໄລຍະໄກພາຍໃນທ້າຍ
ເດືອນນີ້.

ໃນຖະແຫຼງການສະບັບນຶ່ງທີ່ພິມເຜີຍແຜ່ໂດຍອົງການຂ່າວສູນ
ກາງ ຂອງທາງການ ເກົາຫຼີເໜືອນັ້ນ ຄະນະກຳມະການອະວະ
ກາດແລະເທັກໂນໂລຈີ ກ່າວວ່າ ຕົນມີແຜນການທີ່ຈະສົ່ງດາວ
ທຽມຂຶ້ນສູ່ວົງໂຄຈອນໃນລະຫວ່າງວັນທີ 10 ຫາ 22 ທັນວາທີ່
ຈະມາເຖິງນີ້.

ຖະແຫຼງການກ່າວຕື່ມວ່າ ພວກນັກວິທະຍາສາດ ໄດ້ວິເຄາະ ເບິ່ງຄວາມຜິດພາດທີ່ເກີດຂຶ້ນໃນລະຫວ່າງການສົ່ງດາວທຽມ
ທີ່ບໍ່ປະສົບຄວາມສຳເລັດ ໃນເດືອນເມສາປີນີ້ແລະໄດ້ປັບປຸງ
ຄວາມໜ້າເຊື່ອຖືແລະຄວາມແນ່ນອນຂອງລູກຈະຫຼວດຮຸ້ນຫຼ້າສຸດທີ່ຈະໃຊ້ສົ່ງດາວທຽມ
ສັງເກດການຂົ້ວໂລກຂຶ້ນສູ່ວົງໂຄຈອນນັ້ນ.

ບໍລິສັດຖ່າຍພາບທາງດາວທຽມ DigitalGlobe ໄດ້ນຳເຜີຍແຜ່ໃນເດືອນແລ້ວນີ້ຮູບພາບ ທີ່ສະແດງໃຫ້ເຫັນວ່າ ມີການເພີ້ມລະດັບການເຄື່ອນໄຫວຂອງເຈົ້າໜ້າທີ່ ລົດບັນທຸກແລະ ອຸບປະກອນອື່ນໆອີກ ຢູ່ທີ່ຖານສົ່ງດາວທຽມ Sohae ທາງແຄມຝັ່ງທະເລກໍ້າຕາເວັນຕົກ ຂອງເກົາຫຼີເໜືອ.

ບໍລິສັດ DigitalGlobe ກ່າວວ່າ ຖ້າເກົາຫຼີເໜືອຫາກຕ້ອງການ ປະເທດດັ່ງກ່າວກໍອາດ ສາມາດທຳການທົດລອງລູກສອນໄຟຂີປະນາວຸດໄລຍະໄກຢູ່ທີ່ຖານສົ່ງດັ່ງກ່າວໄດ້ ພາຍ ໃນບໍ່ເທົ່າໃດອາທິດຂ້າງໜ້ານີ້.
XS
SM
MD
LG