ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ຍິງທົດລອງ ລູກສອນໄຟ ໄລຍະໃກ້ 3 ລູກ


ລູກສອນໄຟຂອງເກົາຫຼີເໜືອ
ລູກສອນໄຟຂອງເກົາຫຼີເໜືອ

ເຈົ້າໜ້າ​ທີ່​ເກົາຫຼີ​ໃຕ້​ ກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ກອງທັບ​ເກົາຫຼີ​ເໜືອ​ໄດ້​ຍິງ​ທົດ​ລອງລູກ​ສອນ
ໄຟໄລຍະ​ໃກ້ 3 ລູກ ​ໃນ​ເຂດ​ທະ​ເລ​ທາງ​ກໍ້າ​ຕາ​ເ​ວັນ​ອອກ​ຂອງ​ປະ​ເທດ​ໃນຕົ້ນອາທິດ​ນີ້.

ໂຄສົກ​ຄົນ​ນຶ່ງ​ຂອງ​ກອງທັບ​ເກົາຫຼີ​ໃຕ້​ກ່າວ​ວ່າ ກຸງ​ໂຊ​ລຮູ້​ເລື່ອງ​ດີ​ ກ່ຽວ​ກັບ​ການ​ຍິງລູກ​ສອນ​
ໄຟ​ຂອງ​ເກົາຫຼີ​ເໜືອ​ໃນ​ມື້ວັນ​ພຸດ​ຜ່ານມາ ຊຶ່ງ​ຕົ້ນຕໍ​ນັ້ນໄດ້​ລາຍ​ງານ​ໂດຍໜັງສືພິມ Sankei
Shimbun ຂອງ​ຍີ່ປຸ່ນ.

ລາຍ​ງານ​ຂ່າວ​ແຈ້ງວ່າ ລູກ​ສອນ​ໄຟ​ເຫຼົ່ານີ້​ເຊື່ອ​ກັນ​ວ່າເປັນ​ລູກ​ສອນ​ໄຟ KN-01 ​ທີ່​ຍິງ​ຈາກ
ພາກພື້ນດິນ​ຫາ​ພາກພື້ນດິນທີ່​ມີ​ລັດສະໝີ 120 ກິ​ໂລ​ແມັດ.

ພວກ​ນັກວິ​ເຄາະ​ກ່າວ​ວ່າ ການ​ຍິງ​ທົດ​ລອງ​ທີ່​ວ່າ​ນີ້​ແມ່ນ​ການ​ສືບ​ຕໍ່​ຍິງ​ທົດ​ລອງ​ທີ່​ມີ​ຂຶ້ນ​ຕາມ
ປົກກະຕິ​ເພື່ອ​ປັບປຸງ​ລັດສະໝີ​ໃນ​ການ​ຍິງ​ແລະ​ຄວາມ​ແມ່ນຍຳ​ໃຫ້​ດີ​ຂຶ້ນຂອງ​ຄັງ​ລູກ​ສອນ​ໄຟ​
ໄລຍະສັ້ນຂອງ​ເກົາຫຼີ​ເໜືອ ​ແລະ​ບາງທີ​ອາດ​ບໍ່​ແມ່ນ​ການ​ສົ່ງສັນຍານ​ໃດໆ​ທັງ​ສິ້ນຕໍ່​ປະ​ເທດ
ເພື່ອນ​ບ້ານ.

ປະ​ເທດ​ກອມ​ມູນິສ ທີ່​ປິດ​ລັບ​ເກົາຫຼີ​ເໜືອ​ ໄດ້​ທຳ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ທີ່​ຄ້າຍຄື​ກັນ
ນີ້​ໃນ​ວັນ​ທີ 19 ທັນວາ​ຜ່ານ​ມາ ​ໃນ​ມື້ດຽວ​ກັນ​ກັບ​ທີ່​ເກົາຫຼີ​ເໜືອ ​ໄດ້​ປະກາດ​ໃຫ້​ຊາບ​ກ່ຽວ​
ກັບ​ການ​ເຖິງ​ແກ່​ອະສັນ​ຍະ​ກຳ​ ຂອງມື້ລາງ​ທ່ານ​ກິມຈົງ​ອິລ ​ແຕ່ພວກ​ເຈົ້າໜ້າທີ່​ເວົ້າວ່າ ການ​
ຍິງ​ທົດ​ລອງ​ທີ່​ວ່າ​ນີ້ບາງ​ທີ​ອາດ​ໄດ້​ມີ​ການວາງ​ແຜນລ່ວງ​ໜ້າ​ໄວ້​ແລ້ວ ​ແລະ​ອາດ​ບໍ່​ມີ​ສ່ວນ​ພົວ
ພັນ​ໃດໆ​ກັບ​ການ​ເຖິງ​ແກ່​ອະສັນ​ຍະ​ກຳຂອງ​ທ່ານ​ກິມກໍ​ເປັນ​ໄດ້.

ພວກ​ນັກ​ສັງ​ເກດ​ການ​ຄາດ​ຄະ​ເນ​ກັນ​ວ່າ ຜູ້​ສືບ​ທອດ​ອຳນາດ​ແລະ​ລູກ​ຊາຍ​ຂອງ​ທ່ານ​ກິມຈົງ​
ອິລ ຄື​ທ່ານ​ກິມຈົງ​ອຸນອາດ​ພະຍາ​ຍາມ​ທີ່​ຈະ​ພິສູດ​ໃຫ້​ເຫັນ​ ເຖິງ​ຄວາມສາມາດທາງ​ດ້ານ​ທະ
ຫານແລະ​ໄດ້​ຮັບ​ການ​ສະໜັບສະໜຸນ​ຂອງ​ທ່ານໂດຍ​ທຳການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟຫຼືພົວ
ພັນ​ກັບການ​ກະທຳ​ທີ່​ເປັນ​ການ​ທ້າ​ທາຍທາງດ້ານ​ທະຫານ​ອື່ນໆ.

XS
SM
MD
LG