ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລຂາທິການ ສປຊ ເປັນຫ່ວງ ນໍາແຜນການ ສົ່ງດາວທຽມ ຂອງເກົາຫລີເໜືອ


ແຜນການສົ່ງດາວທຽມຂອງເກົາຫລີເໜືອທີ່ເປັນຫົວຂໍ້ຂັດແຍ້ງກັນທີ່ສຸດນັ້ນ
ແຜນການສົ່ງດາວທຽມຂອງເກົາຫລີເໜືອທີ່ເປັນຫົວຂໍ້ຂັດແຍ້ງກັນທີ່ສຸດນັ້ນ

ທ່ານ ພັນ ຄີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ
ເຊິ່ງ ຕໍ່​ແຜນການ​ຂອງ​ເກົາຫລີ​ເໜືອ​ ທີ່​ຈະ​ສົ່ງ​ດາວ​ທຽມດວງ​ນຶ່ງ​ຂຶ້ນ​ສູ່​ວົງ​ໂຄຈອນ​ແລະໄດ້​
ປະຕິ​ຍານ​ວ່າ ຈະ​ຍົກ​ເອົາ​ບັນຫາດັ່ງກ່າວ
ນີ້​ຂຶ້ນມາ​ໂອ້​ລົມ​ຢູ່ໃນກອງ​ປະຊຸມ​ສຸດ​ຍອດ​ ກ່ຽວ​ກັບ​ຄວາມ​ໝັ້ນຄົງນີວ​ເຄລຍ​ໃນ​ອາທິດ​ໜ້າ
ນີ້ ທີ່​ນະຄອນ​ຫລວງ​ໂຊ​ລ.

ໃນ​ການ​ຖະ​ແຫຼງ​ຢູ່​ທີ່ປະ​ເທດ​ມາ​ເລ​ເຊຍ​ເມື່ອ​ວັນ​ພະຫັດ​ມື້​ນີ້ ທ່ານ​ພັນ ຄີ​ມູນ ກ່າວວ່າ ການ
ຍິງ​ລູກ​ສອນ​ໄຟນີ້ ​ແມ່ນ​ເປັນ​ການຂົ່ມຂູ່​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ຂົງ​ເຂດ​ແລະ​ບ່ອນ​ທຳ​ລາຍຕໍ່
ຄວາມ​ກ້າວໜ້າ​ຕ່າງໆ​ທີ່​ໄດ້​ຮັບ​ມາ​ເມື່ອ​ໝໍ່ໆ​ມາ​ນີ້ ​ ​ເພື່ອ​ຈະ​ກ້າວ​ໄປ​ສູ່​ການ​ຍຸຕິ​ລົງ​ຂອງ​ບັນ
ຫາ​ຂັດ​ແຍ້​ງ ກ່ຽວ​ກັບໂຄງການ​ນີວ​ເຄລຍຂອງເກົາຫລີ​ເໜືອນັ້ນ.

ຝ່າຍ​ເກົາຫລີ​ເໜືອກໍ​ກ່າວວ່າ ການ​ສົ່ງ​ດາວ​ທຽມ ທີ່​ມີ​ກໍາໜົດ​ໃສ່​ກາງ​ເດືອນ​ເມສາ​ຕໍ່ໜ້າ​ນີ້
ແມ່ນ​ມີ​ວັດຖຸ​ປະສົງ​ເພື່ອ​ການຄົ້ນຄວ້າ​ດ້ານ​ວິ​ທະຍາ​ສາດ​ຢ່າງ​ສັນຕິ ​ແຕ່ທ່ານ​ພັນ ຄີ​ມູນ​ກ່າວ
ວ່າ ການ​ສົ່ງ​ດາວ​ທຽມດັ່ງກ່າວ​ນີ້ ​ເປັນການ ລະ​ເມີດ​ຢ່າງຈະ​ແຈ້ງ​ທີ່​ສຸດ ຕໍ່​ມະຕິ​ຂອງ​ສະຫະ
ປະຊາ​ຊາ​ດທີ່​ຫ້າມ​ບໍ່​ໃຫ້​ເກົາ ຫລີີ​ເໜືອນຳໃຊ້​ເທັ​ກ​ໂນໂລ​ຈີ່​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ນັ້ນ

ເມື່ອ​ເດືອນ​ຜ່ານ​ມາ​ນີ້ ​ເກົາຫລີ​ເໜືອ​ຕົກລົງ​ທີ່​ຈະ​ໂຈະ​ການ​ເສີມ​ສະມັດຖະພາບ​ຢູ​ເຣນຽມ
ອະນຸຍາດ​ໃຫ້​ພວກ​ເຈົ້າໜ້າ​ທີ່​ກວດກາ​ອາວຸດ​ສະຫະ​ປະຊາຊາດກັບ​ຄືນ​ເຂົ້າ​ໄປ​ເກົາຫລີ​ເໜືອ
ໄດ້ ​ແລະ​ຢຸດ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ ​ໃນຂະນະ​ທີ່​ສະຫະລັດ​ກໍ​ຕົກລົງ​ຈະສົ່ງ​ອາຫານ
ໄປ​ໃຫ້​ເກົາຫລີ​ເໜືອ​ທີ່​ຕ້ອງ ການ​ຄວາມ​ຊ່ວຍ​ເຫຼືອ​ໃນ​ດ້ານ​ນີ້​ເປັນທີ່ສຸດ​ນັ້ນ.

ທ່ານ Victor Cha ອະດີດ​ຜູ້​ອໍານວຍ​ການ​ສະພາ​ຄວາມ​ໝັ້ນຄົງແຫ່ງ​ຊາດຮັບຜິດ​ຊອບ​ກິດ
ຈະການ​ເອ​ເຊຍ ບອກ​ວີ​ໂອ​ເອວ່າ ​ເວລາ​ພຽງ​ຢາງ​ຕົກລົງ​ທີ່​ຈະ​ໂຈະ​ການ​ທົດ​ລອງ​ຍິງ​ລູກ​ສອນ
ໄຟ​ນັ້ນ ກໍ​ໝາຍ​ເຖິງ​ການ​ຢຸດ​ປ່ອຍ​ດາວ ທຽມ​ໄປ​ໃນ​ຕົວ​ນັ້ນ​ນໍາ

XS
SM
MD
LG