ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີເໜືອ ກ່າວອ້າງ ເລື່ອງນິວເຄລຍ


ເກົາຫລີເໜືອ ປະກາດວ່າ ຕົນໄດ້ປະສົບ ຄວາມສຳເລັດ ໃນການຮວມເຂົ້າກັນ ພະລັງນິວເຄລຍ ຊຶ່ງເປັນຄວາມສາມາດ ທີ່ອາດອຳນວຍໃຫ້ ເກົາຫລີເໜືອ ສ້າງອາວຸດ ປະຣະມະນູ ທີ່ມີຂະໜາດແຮງ ຫລາຍທີ່ສຸດຂຶ້ນໄດ້.

ໜັງສືພິມ ໂຣດອັງຊິນມູນ ຂອງພັກຄອມມູນິດ ເກົາຫລີເໜືອ ກ່າວກ່ຽວກັບເລື່ອງນີ້ວ່າ ມັນເປັນຄວາມສຳເລັດ ທີ່ສະແດງໃຫ້ເຫັນວ່າ ຄວາມສາມາດ ທາງດ້ານເທັກໂນໂລຈີ ຂອງເກົາຫລີເໜືອ ພວມກ້າວກະໂດດ ໄປຂ້າງໜ້າ.

ສື່ມວນຊົນ ຂອງເກົາຫລີເໜືອ ລາຍງານວ່າ ການພັດທະນາ ທີ່ວ່ານີ້ ຈະອຳນວຍໃຫ້ ມີການນຳໃຊ້ ແຫລ່ງພະລັງງານໃໝ່ ທີ່ເປັນມິດ ຕໍ່ສະພາບແວດລ້ອມ.
ເວລານີ້ ພວກນັກວິດທະຍາສາດ ໃນທົ່ວໂລກ ພວມດຳເນີນງານ ເພື່ອຫາທາງນຳໃຊ້ ພະລັງງານ ທີ່ເກີດຈາກ ປະຕິກິລິຍາ ໃນການຮວມ ພະລັງນິວເຄລຍ ເຂົ້າກັນ ແຕ່ເພື່ອໃຫ້ບັນລຸເປົ້າໝາຍ ແບບທີ່ປອດໄພນັ້ນ ເຫັນວ່າ ຍັງບໍ່ປະສົບ ຄວາມສຳເລັດເທື່ອ.

ແຕ່ແນວໃດກໍຕາມ ປະຕິກິລິຍາ ຂອງການປະສົມ ນິວເຄລຍເຂົ້າກັນນີ້ ສາມາດກໍ່ໃຫ້ເກີດ ການລະເບີດ ຂອງຄວາມຮ້ອນ ນິວເຄລຍ ຊຶ່ງມີຄວາມແຮງກວ່າ ການລະເບີດ ທີ່ມາຈາກ ລະເບີດນິວເຄລຍອີກ.

XS
SM
MD
LG