ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກິມຈົງອຸນ ຈະໄດ້ເປັນຜູ້ນໍາ ຂອງເກົາຫຼີເໜືອ


ກິມຈົງອຸນ (ກາງ-ແຖວໜ້າ) ຖ່າຍຮູບຮ່ວມກັບ ພວກນາຍທະຫານ ຂອງກອງທັບ ປະຊາຊົນເກົາຫຼີ ທີ່ໄປຮ່ວມໃນການຊ້ອມລົບ (KCNA 6 ຕຸລາ 2010)
ກິມຈົງອຸນ (ກາງ-ແຖວໜ້າ) ຖ່າຍຮູບຮ່ວມກັບ ພວກນາຍທະຫານ ຂອງກອງທັບ ປະຊາຊົນເກົາຫຼີ ທີ່ໄປຮ່ວມໃນການຊ້ອມລົບ (KCNA 6 ຕຸລາ 2010)

ເຈົ້າໜ້າທີ່ອະວຸໂສຂອງເກົາຫຼີເໜືອຄົນນຶ່ງກ່າວວ່າ ລູກຊາຍຫຼ້າຂອງທ່ານກິມຈົງອິລ ຈະສືບ ທອດອຳນາດຕໍ່ຈາກບິດາຂອງລາວ ເປັນຜູ້ນຳປະເທດຄອມມູນິສເກົາຫຼີເໜືອ.

ລາຍງານຂ່າວໂທລະພາບ ຂອງອົງການຂ່າວເອພີແຈ້ງວ່າ ທ່ານ Yang Hyong Sop ໄດ້ໃຫ້ການຢືນຢັນ ໃນການໃຫ້ສຳພາດພິເສດວ່າ ທ້າວກິມຈົງອຸນ ແມ່ນບຸກຄົນຕໍ່ໄປທີ່ຈະ ເປັນຜູ້ນຳຂອງເກົາຫຼີເໜືອ. ທ່ານ Yang ແມ່ນຮອງປະທານສະພາຂອງເກົາຫຼີເໜືອ ແລະ ເປັນສະມາຊິກຄະນະກຳມະການກົມການເມືອງສູນກາງພັກຂອງພັກກຳມະກອນເກົາຫຼີ ຊຶ່ງ ເປັນພັກລັດຖະບານທີ່ປົກຄອງເກົາຫຼີເໜືອ ໃນເວລານີ້.

ລາຍງານດັ່ງກ່າວເວົ້າວ່າ ການໃຫ້ທັດສະນະຄວາມເຫັນຂອງທ່ານ Yang ແມ່ນເປັນການ ຢືນຢັນຢ່າງເປັນທາງການເທື່ອທຳອິດ ທີ່ວ່າ ທ້າວກິມຈົງອຸນ ອາຍຸ 27 ປີ ຈະເປັນຜູ້ສືບ ທອດອຳນາດ ຕໍ່ຈາກບິດາຂອງລາວ ໃນທີ່ສຸດນັ້ນ.

ການໃຫ້ຄວາມເຫັນທີ່ວ່ານີ້ ມີຂຶ້ນ 2 ມື້ ກ່ອນໜ້າໃນອັນທີ່ເອີ້ນວ່າ ເປັນການສວນສະໜາມ ທາງທະຫານທີ່ໃຫຍ່ທີ່ສຸດ ໃນປະວັດສາດຂອງເກົາຫຼີເໜືອ. ການສະແດງກຳລັງໃນມື້ວັນອາ ທິດມື້ອື່ນນີ້ ຈະເປັນຂີດໝາຍເນື່ອງໃນໂອກາດວັນຄົບຮອບ 65 ປີ ໃນການສ້າງຕັ້ງພັກຄອມ ມູນິສເກົາຫຼີເໜືອ ແລະພວກນັກວິເຄາະເຊື່ອວ່າມັນຍັງໝາຍເຖິງການສະເຫຼີມສະຫຼອງຄວາມ ສຳເລັດ ໃນການກະກຽມ ເພື່ອໃຫ້ທ້າວກິມຈົງອຸນ ເປັນຜູ້ນຳຄົນຕໍ່ໄປ ຂອງເກົາຫຼີເໜືອນຳ.

XS
SM
MD
LG