ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີໃຕ້ຈັບ ຜູ້ຕ້ອງສົງໄສລັກຂະໂມຍ ຂໍ້ມູນທາງຄອມພິວເຕີ້.


ການໂຈມຕີຂອງພວກລັກຂໍ້ມູນ ຈາກເຄື່ອງຄອມພີວເຕີ
ການໂຈມຕີຂອງພວກລັກຂໍ້ມູນ ຈາກເຄື່ອງຄອມພີວເຕີ

ຕໍາຫລວດ​ເກົາຫລີ​ໃຕ້​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຈັບ​ກຸມ​ຜູ້​ຄົນ 5 ຄົນ​ທີ່​ສົງ​ໄສ​ວ່າ​ ເຮັດ​ວຽກ​ຮ່ວມ​ກັບ​ພວກ​ແກ້ງເກົາຫລີ​ເໜືອທີ່ລັກ​ເອົາຂໍ້​ມູນຈາກ​ເຄື່ອງ​ຄອມ​ພິວ​ເຕີ ​ທີ່ໄດ້ລັກຂະ​ໂມ​ຍເງິນຈໍານວນ​ຫລາຍ​ລ້ານ​ໂດ​ລາ​ຈາກເວັບ​ໄຊ້ຫລິ້ນ​ເກມ​ທາງ​ຄອມ​ພີ​ວ​ເຕີ​ຂອງ​ເກົາຫລີ​ໃຕ້.

ພວກ​ຜູ້​ຕ້ອງ​ສົງ​ໄສ 5 ຄົນ​ນີ້​ຖືກ​ເກນ​ໂດຍ​ກຸ່ມ​ອາ​ຊະ​ຍາກ​ອນ​ເກົາຫລີ​ໃຕ້ ກຸ່ມ​ນຶ່ງ​ທີ່​ເຮັດ​ວຽກ​ຢູ່​ໃນ​ຈີນ​ ຮ່ວມ​ກັບ​ພວກ​ລັກ​ເອົາ​ຂໍ້​ມູນ​ທາງ​ຄອມ​ພີ​ວ​ເຕີ 30 ກວ່າ​ຄົນ​ຈາກ​ເກົາຫລີ​ເໜືອ. ພວກ​ລັກ​ເອົາຂໍ້​ມູນ​ລັບ​ເຫລົ່າ​ນີ້​ໄດ້​ລັກ​ເຂົ້າ​ໄປ​ໃນເວັບ​ໄຊ້ຫລິ້ນ​ເກ​ມແລະ​ໄດ້​ລັກ​ເອົາ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ຜູ້​ຫລີ້ນ ຊຶ່ງ​ພວກ​ເຂົານໍາ​ໄປ​ໃຊ້​ເພື່ອ​ສ້າງໂຕ​ຫລິ້ນ​ເກ​ມ​ປອມຂຶ້ນ​ມາ. ຫລັງ​ຈາກ​ນັ້ນ​ຊື່​ຂອງ​ພວກ​ຫລິ້ນ​ເກ​ມ​ເຫລົ່າ​ນີ້ ​ຈະ​ຖືກ​ນໍາ​ໄປຂາຍ​ໃຫ້​ພວກ​ຫລິ້ນ​ເກ​ມ​ແທ້ໆ ທາງເຄື່ອງ​ຄອມ​ພີ​ວ​ເຕີ​ນັ້ນ.

ຕໍາຫລວດ​ກ່າວ​ວ່າ ພວກ​ລັກ​ເອົາຂໍ້​ມູນ​ເກົາຫລີ​ເໜືອເຫລົ່າ​ນີ້ ​ແມ່ນ​ຮຽນຈົບມາ​ຈາກ​ມະຫາ
ວິທະຍາ​ໄລ​ທີ່​ມີ​ຊື່​ສຽງ​ຂອງ​ອໍານາດ​ປົກຄອງ​ທີ່ໂດດດ່ຽວ​ຂອງເກົາຫລີ​ເໜືອ ​ແລະ​ພວກຄົນ
ເຫລົ່າ​ນີ້​ສົ່ງ​ເງິນ​ທີ່ພວກ​ເຂົາ​ໄດ້ມານັ້ນ​ໄປ​ຍັງ​ກຸງ​ພຽງ​ຢ້າງ.

ລັດຖະບານ​ກຸງ​ໂຊນ​ກ່າວ​ວ່າ ​ເກົາຫລີ​ເໜືອ​ໄດ້​ທໍາ​ການໂຈມ​ຕີ​ທາງ​ຄອມ​ພີ​ວ​ເຕີ​ຕໍ່​ເກົາຫລີ​ໃຕ້
ຫລາຍ​ໆ​ຄັ້ງໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ ຮວມທັງ​ການ​ໂຈມ​ຕີ​ເຄື່ອຂ່າຍ​ທະນາຄານທີ່​ດໍາ​
ເນີນ​ການ​ໂດຍ​ສະຫະກອນ​ກະເສດ​ແຫ່ງນຶ່ງ ​ເມື່ອເດືອນ​ເມສາ​ຜ່ານ​ມາ​ນັ້ນ.

ເກົາຫລີ​ເໜືອ​ເອີ້ນ​ການ​ກ່າວ​ຫາ​ນີ້​ວ່າ ​ເປັນ​ການ​ເສກ​ສັນ​ປັ້ນ​ແຕ່ງ​ຂຶ້ນ​ມາ​ ​ທີ່ແນ​ໃສ່​ເພື່ອ​ເຮັດ
ໃຫ້​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ການ​ເມືອງລະຫວ່າງເກົາຫລີ​ເໜືອ​ແລະ​ເກົາຫລີ​ໃຕ້​ ມີ​ຢູ່​ຕໍ່​ໄປ.

XS
SM
MD
LG