ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອ ຍັງຄຸມຂັງ ນັກໂທດການເມືອງ ຫລາຍກວ່າ 2 ແສນຄົນ


ທ່ານ Kim Jong Il ຜູ້ນໍາເກົາຫຼີເໜືອ ທີ 2 ຈາກຊ້າຍໃສ່ແວ່ນຕາ
ເວົ້າກັບພວກນາຍພົນທະຫານຈຸນຶ່ງ ເວລາໄປຢ້ຽມຢາມຟາມຂອງກອງ ທັບແຫ່ງນຶ່ງ ໃນເກົາຫລີເໜືອ
ທ່ານ Kim Jong Il ຜູ້ນໍາເກົາຫຼີເໜືອ ທີ 2 ຈາກຊ້າຍໃສ່ແວ່ນຕາ ເວົ້າກັບພວກນາຍພົນທະຫານຈຸນຶ່ງ ເວລາໄປຢ້ຽມຢາມຟາມຂອງກອງ ທັບແຫ່ງນຶ່ງ ໃນເກົາຫລີເໜືອ




















ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Amnesty International ​ໄດ້​ເປີດເຜີຍ​ຮູບ​ພາບ​ດາວ​ທຽມ ທີ່​ສະ​
ແດງ​ໃຫ້​ເຫັນ​ພວກ​ຄ້າຍ​ກັກ​ຂັງ​ພວກ​ນັກ​ໂທດ​ການ​ເມືອງ​ແຫ່ງ​ຕ່າງໆ​ໃນ​ເກົາຫລີ​ເໜືອຊຶ່ງ​
ເຊື່ອ​ກັນ​ວ່າ ມີ​ພວກ​ນັກ​ໂທດ​ການ​ເມືອງ​ຈໍານວນ​ຫລາຍ​ກວ່າ 2 ​ແສນ​ຄົນ​ຖືກ​ກັກ​ຂັງ​ຢູ່​ທີ່​ນັ້ນ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ກຸງ​ລອນ​ດອນ​ກຸ່ມ​ນີ້ ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າຮູບ​ພາບ​ເຫລົ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ຂະໜາດ​ ສະຖານ​ທີ່​ຕັ້ງ​ແລະ​ສະພາບ​ການ​ຢູ່​ໃນ​ເຄືອ​ຂ່າຍ​ຂອງ​ພວກ​ຄ້າຍ​ຄຸມ​ຂັງ​ລັບ​ເຫລົ່າ​ນີ້. ທ່ານ Sam Zarifi ຜູ້​ອໍານວຍ​ການ​ຝ່າຍ​ເອ​ເຊຍ​ປາຊີ​ຟິກ ຂອງ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Amnesty International ກ່າວ​ວ່າ ເກົາຫຼີເໜືອບໍ່​ສາມາດ​ປະຕິ​ເສດ ​ຕໍ່​ສິ່ງ​ທີ່​ປະຕິ​ເສດ​ບໍ່​ໄດ້​ນີ້​ອີກ​ແລ້ວ.

ທາງ​ການ​ເກົາຫລີ​ເໜືອ​ປະຕິ​ເສດ​ບໍ່​ຍອມຮັບ​ວ່າ​ມີ​ພວກ​ຄ້າຍ​ຄຸມ​ຂັງ​ເຫລົ່າ​ນີ້​ມາ​ເປັນ​ເວລາ​ດົນ​ນານ ຊຶ່ງໄດ້​ສ້າງ​ຕັ້ງ​ຂຶ້ນ​ມາ​ໃນ​ຊຸມ​ປີ 1950 ເພື່ອ​ກັກ​ຂັງ​ພວກ​ທີ່​ຖືກ​ກ່າວ​ຫາ​ວ່າ ທໍາ​ການ​ຕໍາ​ໜິຕິຕຽນ​ຄະນະ​ນໍາພາ​ແລະ​ພວກ​ຍາດຕິ​ພີ່ນ້ອງ​ຂອງ​ພວກ​ຜູ້​ນໍາ​ນັ້ນ.

ພວກ​ນັກ​ໂທດ​ຈໍານວນ​ບໍ່​ເທົ່າ​ໃດ​ຄົນ​ທີ່​ຫລົບໜີ​ອອກ​ມາ​ໄດ້​ຈາກ​ພວກ​ຄ້າຍ​ຄຸມ​ຂັງ​ເຫລົ່ານີ້​ກ່າວ​ວ່າ ພວກ​ນັກ​ໂທດ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ໜັກ​ແລະ​ມັກ​ຖືກ​ທໍລະມານແລະໄດ້ຮັບ​ການ​ປະຕິບັດ​ຕໍ່​ຢ່າງ​ໂຫດ​ຫ້ຽມ​ແລະ ​ຖື​ກລົງ​ໂທດອື່ນໆ. ມີ​ພວກ​ນັກ​ໂທດ​ຫລາຍ​ຄົນ​ບໍ່​ຮູ້​ຊໍ້າ​ວ່າ​ເປັນ​ຫຍັງ​ເຂົາ​ເຈົ້າຈຶ່ງ​ຖືກ​ຄຸມ​ຂັງ.

ພວກ​ອະ​ດີດ​ນັກ​ໂທດ​ຈໍານວນ​ນຶ່ງ​ກ່າວ​ຕໍ່​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Amnesty International
ວ່າ​ພວກ​ຜູ້​ຄົນ​ທີ່ພະຍາຍາມຫລົບໜີ ຕາມທໍາ​ມະ​ດາ​ຖືກ​ຈັບ​ໄດ້​ແລະ​ຖືກ​ປະຫານ​ຊີວິດ. ກ່າວ​
ກັນ​ວ່າພວກ​ນັກ​ໂທດ​ຈໍານວນ​ເກືອບ​ເຄິ່ງນຶ່ງ ​ຢູ່ໃນ​ຄ້າຍ​ຄຸມ​ຂັງ​ຕ່າງໆ​ໄດ້​ເສຍ​ຊີວິດ​ ຍ້ອນ​ສະ
ພາບອາກາດ​ໜາວ​ແລະ​ອຶດ​ຫິວ. ມີ​ການ​ຂາດ​ແຄນ​ເຂົ້າປາ​ອາຫານ​ເປັນ​ປະ​ຈໍາ​ຢູ່ໃນ​ເກົາຫລີ
ເໜືອ ​ແຕ່​ມີ​ການ​ບັນ​ລະ​ຍາຍ​ວ່າ ສະພາບ​ການຍິ່ງ​ຮ້າຍ​ກາດ​ກວ່າ​ນັ້ນ​ຢູ່​ໃນ​ຄ້າຍ​ຄຸມ​ຂັງ​ເຫຼົ່ານີ້.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ດັ່ງກ່າວ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ​ກິມຈົງ​ອີລ ຜູ້​ນໍາເກົາຫລີ​ເໜືອ​ຈົ່ງ​ອັດ​
ພວກ​ຄ້າຍ​ຄຸມ​ຂັງ​ເຫຼົ່າ​ນີ້​ລົງໃນ​ທັນທີ.

XS
SM
MD
LG