ບັນດາເຈົ້າໜ້າທີ່ເກົາຫລີໃຕ້ກ່າວວ່າ ເກົາຫລີໄດ້ທ້ອນໂຮມທະຫານກໍາປັ່ນແລະເຮືອບິນລົບ ສໍາລັບອັນທີ່ຄາດກັນວ່າເປັນການຊ້ອມລົບຢ່າງຂະໜານໃຫຍ່ນັ້ນ.
ບັນດາເຈົ້າໜ້າທີ່ ທີ່ຂໍສະຫງວນຊື່ ກ່າວຕໍ່ສື່ມວນຊົນເກົາຫລີໃຕ້ວ່າ ພວກເຮືອບິນລົບໄອພົ່ນ
MIG-21 ແລະກໍາປັ່ນລົບປະມານ 20 ລໍາໄດ້ທ່ອນໂຮມກັນມາຕັ້ງແຕ່ສັບປະດາຜ່ານມາທີ່
2 ຖານທັບໃນທະເລເຫລືອງ. ແຫລ່ງຂ່າວອື່ນໆກ່າວຕໍ່ວີໂອເອວ່າ ການຍົກພົນຂຶ້ນຝັ່ງຈໍາ
ລອງອາດສາມາດເລີ້ມຕົ້ນຂຶ້ນໃນວັນພຸດມື້ອື່ນນີ້ກໍເປັນໄດ້.
ໄດ້ມີການອ້າງຄໍາເວົ້າຂອງບັນດາເຈົ້າໜ້າທີ່ລັດຖະບານວ່າ ພວກເຂົາເຈົ້າກໍາລັງຕິດຕາມເບິ່ງ
ການເສີມສ້າງກໍາລັງທີ່ວ່ານີ້ຢ່າງລະມັດລະວັງ ແຕ່ມາຮອດປັດຈຸບັນນີ້ ກໍບໍ່ມີເຫດຜົນໃດໆທີ່
ພາໃຫ້ເຊື່ອວ່າ ເກົາຫລີເໜືອວາງແຜນໂຈມຕີໃດໆນອກຈາກການຊ້ອມລົບເທົ່ານັ້ນ.
ບັນດານັກວິເຄາະເຫດການກ່າວວ່າ ເປັນຂອງທໍາມະດາທີ່ເກົາຫລີເໜືອດໍາເນີນການຊ້ອມລົບ
ໃນຍາມນີ້ຂອງປີ ແຕ່ການຊ້ອມລົບຈໍາລອງແມ່ນພົວພັນກັບກໍາລັງທາງອາກາດ ທາງທະເລ
ແລະທາງບົກແມ່ນຜິດທໍາມະດາ.
ເກົາຫລີເໜືອໄດ້ສະແດງປະຕິກິລິຍາຢ່າງໂກດແຄ້ນຕໍ່ການຊ້ອມລົບຕິດຕໍ່ກັນມາຫລາຍຄັ້ງ
ຂອງເກົາຫລີໃຕ້ແລະສະຫະລັດນັບແຕ່ໜ່ວຍກອງປືນໃຫຍ່ຂອງເກົາຫລີເໜືອໄດ້ລະດົມຍິງ
ປືນໃຫຍ່ໃສ່ເກາະໜຶ່ງຂອງເກົາຫລີໃຕ້ໃນເດືອນພະຈິກປີແລ້ວນີ້ເປັນຕົ້ນມາ. ພົນເຮືອເອກ
Michael Mullen ຫົວໜ້າເສນາທິການກອງທັບສະຫະລັດ ເຕືອນໃນສັບປະດານີ້ວ່າ ທ່ານ
ຄາດວ່າ ລັດຖະບານກຸງພຽງຢ້າງຈະພະຍາຍາມຕື່ມອີກເພື່ອຫາທາງເກາະຜິດນັ້ນ.