ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫລີເໜືອຕອບສະໜອງ ຄວາມຫວັງດີຂອງ ເກົາຫລີໃຕ້ ແລະສະຫະລັດ


ພວກພະສົງທີ່ເກົາຫລີເໜືອ.
ວັນທີ 3 ກັນຍາ 2011
ພວກພະສົງທີ່ເກົາຫລີເໜືອ. ວັນທີ 3 ກັນຍາ 2011

ເກົາຫລີ​ເໜືອ​ໄດ້​ເປີດ​ຊາຍ​ແດນ​ຂອງ​ຕົນ ​ເພື່ອ​ຕອບ​ສະໜອງການສະ​ແດງ​ອອກ​ເຖິງ​ຄວາມ​ປາດ​ຖະໜາ​ດີ​ຈາກ​ເກົາຫລີ​ໃຕ້​ແລະ​ສະຫະລັດ.

ພະສົງ​ເກົາຫລີ​ໃຕ້​ຈໍານວນ​ນຶ່ງ​ເດີນທາງ​ໄປ​ຮອດ​ກຸງ​ພຽງ​ຢ້າງ​ໃນ​ວັນ​ເສົາ​ວານ​ນີ້​ ເພື່ອ​ຊ່ອຍ​ສະ​ເຫລີ​ມສະຫລອງຄົບຮອບ​ການ​ກໍ່ສ້າງ​ສະລີ​ລິກະ ທາດອັນ​ນຶ່ງ​ທີ່​ສໍາຄັນ​ສໍາລັບ​ພວກ​ຖື​ສາສະໜາ​ພຸດ ​ໃນທັງສອງຟາກຂອງ​ເຂດ​ປອດ​ທະຫານ​ນັ້ນ.

ພະ​ເກົາຫລີ​ໃຕ້ 37 ອົງ​ເດີນທາງ​ໄປຮອດ​ໂດຍ​ທາງ​ເຮືອບິນ​ແລະ​ໄດ້​ຖືກ​ຕ້ອນຮັບຢູ່​ສະໜາມ​
ບິນໂດຍ​ພວກພະສົງເກົາຫລີ​ເໜືອ.

ພວກ​ພະສົງ​ເຫລົ່າ​ນີ້​ມີ​ມາຍ​ກໍານົດ ​ທີ່​ຈະ​ເຂົ້າ​ປະກອບສ່ວນ​ໃນ​ພິທີ​ທີ່ຈັດ​ ຂຶ້ນ​ໃນ​ວັດ​ແຫ່ງ​ນຶ່ງ​ໃນ​ເກົາຫລີ​ເໜືອ ​ເພື່ອເປັນ​ຂີດ​ໝາຍ​ວັນຄົບຮອບ 1 ພັນ​ປີ​ ຂອງ​ການກໍ່ສ້າງ​ພິທີ​ສະລີ​ລິ​ກະທາດດັ່ງກ່າວ.

ໃນ​ຕອນ​ແລງ​ວັນ​ເສົາ​ວານ​ນີ້ ​ເຮືອບິນ​ລໍາ​ທີ​ສອງ​ໄດ້​ບິນ​ລົງ​ຈອດ​ທີ່​ກຸງ​ພຽງ​ຢ້າງ​ ພ້ອມ​ກັບຢຸກຢາ​ປົວ​ພະຍາດ ຜ້າ​ຫົ່ມ​ຜ້າ​ຟາ​ແລະ​ເຄື່ອງຊ່ອຍເຫລືອ​ບັນ​ເທົາ​ທຸກ​ອື່ນໆ​ ທີ່​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ເປັນ​ຜູ້ຊື້​ແລະ​ຈັດ​ສົ່ງ​ໄປ​ໃຫ້.

ກ່ອນ​ໜ້າ​ນີ້ ສະຫະລັດ​ໄດ້​ໃຫ້​ຄໍາ​ໜັ້ນສັນຍາທີ່​ຈະ​ໃຫ້ການ​ຊ່ອຍ​ເຫລືອ​ ມູນ​ຄ່າ 9 ​ແສນ​ໂດ​ລາ​ແກ່​ເກົາຫລີ​ເໜືອ​ທີ່​ປະສົບ​ກັບໄພ​ນໍ້າ​ຖ້ວມ ​ໂດຍ​ຈະ​ສົ່ງເຄື່ອງ​ຊ່ອຍ​ເຫລືອ​ບັນ​ເທົາ​ທຸກ​ເຫລົ່າ​ນີ້ ຜ່ານພວກ​ອົງກາ​ນຈັດ​ຕັ້ງ​ຕ່າງໆ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ.

ກຸ່ມ​ຊ່ອຍ​ເຫລືອ Samaritan’s Purse ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ມ​ໃນ​ສະຫະລັດ ​ກໍ​ໄດ້​ສົ່ງ​ເຂົ້າປາ​ອາຫານ​ແລະ​ສະບຽງ​ບັນ​ເທົ່າ​ທຸກ​ອື່ນໆໄປ​ໃຫ້​ເກົາຫລີ​ເໜືອ ເຊ່ນ​ກັນ.

XS
SM
MD
LG