ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບຸລຸດສະຫະລັດແລະຢູໂຣບ ຢ້ຽມຢາມເກົາຫລີເໜືອ


ອະດີດປະທານາທິບໍດີ Jimmy Carter ແລະຄະນະ ເດີນທາງໄປຮອດເກົາຫລີເໜືອ
ວັນທີ 26 ເມສາ 2011
ອະດີດປະທານາທິບໍດີ Jimmy Carter ແລະຄະນະ ເດີນທາງໄປຮອດເກົາຫລີເໜືອ ວັນທີ 26 ເມສາ 2011


















ບັນດາ​ລັດຖະບຸລຸດທີ່​ອອກ​ກິນເບ້ຍ​ບໍານານ​ຈຸ​ນຶ່ງ​ພາຍ​ໃຕ້ການ​ນໍາພາ​ຂອງ​ອະດີດ​ປະທານາທິບໍດີ
Jimmy Carter ​ແຫ່ງ​ສະຫະລັດ ​ໄດ້​ເດີນທາງ​ໄປ​ຮອດ​ເກົາຫລີ​ເໜືອ​ແລ້ວ​ເພື່ອ​ທໍາ​ການ​ຢ້ຽມ
ຢາມ​ເປັນ​ເວລາ 3 ມື້ ທີ່​ຄາດ​ກັນ​ວ່າ​ຈະ​ເພ່ງ​ເລັງ​ໃສ່​ເລື້ອງ​ນີວ​ເຄລຍ​ແລະ​ວິ​ກິດ​ການ​ດ້ານ​ມະ
ນຸດສະ​ທໍາ​ທີ່​ພວມ​ເພີ່ມ​ຂຶ້ນ​ນັບ​ມື້​ຢູ່​ທີ່​ນັ້ນ.

ຄະນະ​ດັ່ງກ່າວ ຊຶ່ງ​ຮວມທັງ​ອະດີດ​ຜູ້​ນໍາ​ລັດຖະບານ 3 ປະ​ເທດ​ໃນ​ຢູໂຣບ ​ໄດ້​ຖືກຄໍານັບ​ຮັບ
ຕ້ອນ​ທີ່​ກຸງ​ພຽງ​ຢ້າງໃນ​ວັນ​ອັງຄານ​ມື້​ນີ້ ໂດຍ​ທ່ານ Ri Yong Ho ຮອງ​ລັດຖະມົນຕີ​ຕ່າງ
ປະ​ເທດ​ແລະໄດ້​ຮັບດອກ​ໄມ້ຈາກ​ພວກ​ເດັກນ້ອຍ. ​ພວກ​ນັກ​ຂ່າວ​ໄດ້​ຮັບ​ອະນຸຍາດ​ໃຫ້​ໄປ​
ເບິ່ງການເດີນທາງ​ໄປ​ຮອດ ຂອງ​ພວກ​ແຂກຜູ້ມີກຽດຈຸດັ່ງກ່າວ ​ແຕ່​ບໍ່​ໄດ້ຮັບ​ອະນຸຍາດ​ໃຫ້
ທໍາ​ການ​ໂອ້​ລົມ​ກັບ​ພວກ​ແຂກ​ເຫລົ່າ​ນີ້.

ການ​ຢ້ຽມຢາມ​ດັ່ງກ່າວ​ມີ​ຂຶ້ນ​ທ່າມກາງ​ການ​ດໍາ​ເນີນ​ການທາງດ້ານການ​ທູດ​ຮອບໃໝ່​ທີ່​ມີວັດຖຸ​ປະສົງ​ແນໃສ່ເພື່ອ​ຟື້ນ​ຟູ​ການ​ພົບ​ປະ​ເຈລະຈາ 6 ຝ່າຍ​ຄືນ​ ກ່ຽວ​ກັບ​ໂຄງການ​ສ້າງອາວຸດນີວ​ເຄລຍຂອງ​ເກົາຫລີ​ເໜືອ​ນັ້ນ. ທ່ານ Wu Dawei ຫົວໜ້າ​ຄະນະ​ຜູ້​ແທນ​ຈີນ​ໃນ​ການ​ເຈລະຈາ 6 ຝ່າຍ​ໄດ້​ເດີນທາງ​ໄປ​ຮອດ​ເກົາຫລີ​ໃຕ້​ໃນ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ທໍາ​ການ​ ​ສົນທະນາ​ກັນ​ເລື້ອງ​ເງື່ອນ​ໄຂ​ຕ່າງໆ​ສໍາລັບ​ການ​ຟື້ນ​ຟູ​ການ​ເຈລະຈາ​ກັນ​ຄືນ​ໃໝ່.

ທ່ານ Wu ​ໄດ້​ພົບ​ປະ​ ກັບ​ຫົວໜ້າ​ຄະນະ​ຜູ້​ຕາງໜ້າ​ເຈລະຈາຂອງ​ເກົາຫລີ​ເໜືອ​ຢູ່​ທີ່​ກຸງ​ປັກ​ກິ​ງ​ໃນ​ຕົ້ນ​ເດືອນ​ນີ້ ​ແຕ່​ສື່​ມວນ​ຊົນ​ເກົາຫລີ​ໃຕ້ກ່າວ​ວ່າ ທ່ານ Wu ​ໄດ້​ປະຕິ​ເສດ​ຕໍ່​ການ​ວິພາກ​ວິຈານ​ທີ່​ວ່າ​ທ່ານ​ໄດ້​ຖື​ສານສະບັບ​ນຶ່ງຈາກ​ກຸງ​ພຽງ​ຢ້າງ​ເວລາ​ທ່ານ​ເດີນທາງ​ໄປ​ຮອດ​ກຸງ​ໂຊນ​ນັ້ນ.

XS
SM
MD
LG