ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ສົ່ງລົດບັນທຸກ ທີ່ສາມາດ ລໍາລຽງແລະຍິງ ລູກສອນໄຟ ໃຫ້ເກົາຫຼີເໜືອ


ລົດບັນທຸກທີ່ສາມາດລໍາລຽງ ແລະຍິງລູກສອນໄຟຂີປະນາວຸດ ທີ່ຈີນສົ່ງໄປໃຫ້ເກົາຫຼີເໜືອ
ລົດບັນທຸກທີ່ສາມາດລໍາລຽງ ແລະຍິງລູກສອນໄຟຂີປະນາວຸດ ທີ່ຈີນສົ່ງໄປໃຫ້ເກົາຫຼີເໜືອ

​ເຈົ້າໜ້າ​ທີ່​ຍີ່​ປຸ່ນກ່າວ​ວ່າ ຈີນໄດ້ລະ​ເມີດ​ຂໍ້​ຫ້າມ​ຂາຍ​ອາວຸດໃຫ້​ເກົາຫລີ​ເໜືອ ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໂດຍໄດ້ຈັດ​ສົ່ງໄປ​ໃຫ້​ເກົາຫລີ​ເໜືອ ລົດ​ບັນທຸກ​ທີ່​ສາມາດ ລໍາລຽງ​ແລະ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄດ້.

ສື່​ມວນ​ຊົນ​ທ້ອງ​ຖິ່ນລາຍ​ງານ​ຂ່າວ ໃນວັນ​ພຸດ​ມື້​ນີ້ ​ໂດຍ​ອ້າງ​ແຫ​ລ່ງຂ່າວ​ຂອງ​ລັດຖະບານຍີ່ປຸ່ນ​ທີ່​ເວົ້າວ່າ ບໍລິສັດ​ຈີນ​ແຫ່ງ​ນຶ່ງ​ໄດ້​ສົ່ງ​ລົດ​ບັນທຸກ ຂະໜາດ​ໃຫຍ່ 16 ລໍ້ ສີ່​ຄັນ ສໍາລັບ​ບັນທຸກ​ແລະ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ ໄປ​ໃຫ້​ເກົາຫຼີ​ເໜືອ​ ເມື່ອເດືອນ​ສິງຫາ​ປີຜ່ານມາ.

ໜັງສື​ພິມ Asahi Shimbun ຊຶ່ງເປັນ​ສະບັບ​ທໍາ​ອິດ​ທີ່​ລາຍ​ງານ​ຂ່າວນີ້​ ​ເວົ້າວ່າ ​ສະຫະລັດ​ບໍ່​ໄດ້​ກ່າວ​ຕິຕຽນຈີນ​ຢ່າງ​ເປີດ​ເຜີຍກ່ຽວ​ກັບ​ເລຶ່ອງດັ່ງ​ນີ້ ຍ້ອນບໍ່​ຢາກເຮັດໃຫ້​ຈີນ​ອັບອາຍ ​ແລະ​ຍ້ອນ​ວ່າ​ສະຫະລັດ​ຍັງ​ຕ້ອງການ ການ​ສະໜັບສະໜຸນ​ຈາກ​ຈີນ​ຢູ່ ​ເພື່ອ​ໃຫ້​ຊ່ວຍ​ຍັບ​ຍັ້ງຄວາມທະ​ເຍີ​ທະຍານ​ດ້ານນີວ​ເຄຼຍຂອງ​ພຽງ​ຢາງ​ນັ້ນ.

ທ່ານ ຫຼິວ ​ເວ້ມິນ ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ຈີນ​ ປະຕິ​ເສດ​ຂໍ້​ກ່າວ​ຫາ​ດັ່ງກ່າວໃນ​ວັນ​ພຸດ​ມື້​ນີ້ ​ໂດຍ​ກ່າວ​ວ່າ ປັກ​ກິ່ງ​ບໍ່​ໄດ້​ລະ​ເມີດ​ມະຕິ​ໃດໆ​ຂອງ ອົງການ​ສະຫະ​ປະຊາ​ຊາດ ​ທີ່​ຫ້າມຂາຍ​ອາວຸດ​ຍຸດ​ໂທ​ປະກອນ ຫ້າມເຝິກ​ແອບ ​ແລະ​ໃຫ້​ການ​ຊ່ວຍ​ເຫຼືອດ້ານ​ອື່ນໆ​ ​ແກ່​ພຽງ​ຢາງນັ້ນ.

​ເມື່ອ​ເດືອນ​ເມສາ​ຜ່ານ​ມາ​ນີ້ ທ່ານ ລີ​ອອນ ພາ​ແນ​ດຕ້າ ລັດຖະມົນຕີ​ປ້ອງ ກັນ​ປະ​ເທດ​ສະຫະລັດ ​ໄດ້ຮັບ​ຮູ້​ວ່າ ​ຈີນ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອບາງ​ປະການ​ແກ່​ເກົາຫຼີ​ເໜືອ ກ່ຽວ​ກັບໂຄງການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງພຽງ​ຢາງ​ນັ້ນ ​ໂດຍ​ຜ່ານ​ການ​ແລກປ່ຽນ​ດ້ານ​ການ​ຄ້າ ​ແລະ​ເທັ​ກ​ໂນ​ໂລ​ຈີ.

ຄວາມ​ເຫັນ​ຂອງ​ທ່ານ​ພາ​ແນ​ດຕ້າ​ນີ້ ​ໄດ້ມີ​ຂຶ້ນຫຼັງຈາກ​ບັນດາ​ຜູ້​ຊ່ຽວຊານ​ຝ່າຍ​ຕາ​ເວັນ​ຕົກ ​ໄດ້​ເຫັນ​ອັນ​ທີ່​ປະກົດ​ວ່າ​ ເປັນ​ລົດ​ສໍາລັບ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ທີ່​ເຮັດ​ໃນ​ຈີນ ທີ່​ນໍາ​ອອກ​ສະ​ແດງ​ຢ່າງ​ໂຈ່ງ​ແຈ້​ງ​ໃນ​ພິທີສວນສະ ໜາມ​ທະຫານ​ບັ້ນ​ນຶ່ງ​ໃນ​ເກົາຫຼີ​ເໜືອ ຊຶ່ງເກົາຫຼີ​ເໜືອ​ຍັງ​ບໍ່​ມີ​ເທັກ​ໂນ​ໂລ​ຈີ ທີ່​ ສາມາດ​ຜະລິດລົດ​ປະ​ເພດ​ນີ້​ໄດ້​ເທື່ອ.

ໜັງສືພິມ Asahi Shimbun ກ່າວວ່າ​ ພວກ​ລົດທີ່​ເຫັນ​ຢູ່​ໃນ​ງານສວນສະໜາມຄັ້ງ​ນັ້ນ ຄົງ​ແມ່ນລົດ​ທີ່​ຈີນສົ່ງໄປ​ໃຫ້ ​.

ລາຍ​ງານ​ເວົ້າອີກ​ວ່າ ລົດ​ບັນທຸກ​ດັ່ງກ່າວ​ໄດ້​ຂົນ​ສົ່ງ​ໄປ​ໂດຍ​ກໍາ​ປັ່ນ​ທີ່​ລົງທະບຽນ​ກໍາປູ​ເຈຍ ທີ່ດາວ​ທຽມ​ສອດ​ແນມ​ຂອງ​ສະຫະລັດ ຍີ່ປຸ່ນ ​ແລະ​ເກົາຫຼີ​ໃຕ້ ຈັບ​ໄດ້​ ເວລາ​ເດີນທາງ​ໄປ​ເຖິງ​ເກົາຫຼີ​ເໜືອ ​ເມື່ອ​ວັນ​ທີ 4 ​ເດືອນສິງຫາ ປີຜ່ານມາ. ເຈົ້າໜ້າ​ທີ່​ຍາມ​ຝັ່ງ​ຍີ່ປຸ່ນ​ໄດ້​ກວດກາ​ເບິ່ງ​ລົດດັ່ງກ່າວ​ໃນ​ເວລາ​ຕໍ່​ມາ​ ແລະ​ພົບ​ເຫັນ​ເອກະສານ​ທີ່​ແຈ້ງ​ລາຍ​ລະອຽດ​ຂອງການ​ສົ່ງ​ອອກລົດ​ດັ່ງກ່າວ.

XS
SM
MD
LG