ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳເກົາຫຼີເໜືອຢ້ຽມຢາມຈີນ


ຜູ້ນຳຂອງເກົາຫຼີເໜືອ ທ່ານກິມ ຈົງ ອິລ ສືບຕໍ່ການຢ້ຽມຢາມປະເທດຈີນເປັນມື້ທີ 2 ໃນວັນສຸກ ມື້ນີ້.

ລາຍງານຂ່າວຈາກເກົາຫຼີໃຕ້ ແຈ້ງວ່າ ເປັນທີ່ປາກົດວ່າ ທ່ານກິມພວມເດີນທາງຈາກເມືອງ Jilin ບ່ອນທີ່ທ່ານໄດ້ນອນຄ້າງຄືນນັ້ນ ໄປຍັງເມືອງ Changchun ໃນພາກຕາເວັນອອກ ສຽງເໜືອຂອງຈີນ.

ລາຍງານຂ່າວແຈ້ງວ່າ ຜູ້ນຳຂອງເກົາຫຼີເໜືອ ຈະໄປເບິ່ງໂຮງງານອຸດສາຫະກຳຕ່າງໆ ໃນລະຫວ່າງການຢ້ຽມຢາມ ເມືອງ Changchun.

ທ່ານກິມ ຈົງ ອິລ ເລີ້ມການຢ້ຽມຢາມຈີນ ແບບທີ່ບໍ່ມີການປະກາດໃຫ້ຊາບລ່ວງໜ້າ ໃນ ຕອນເຊົ້າຂອງມື້ວັນພະຫັດວານນີ້ ເວລາລົດໄຟຂອງທ່ານ ໄດ້ຂ້າມຊາຍແດນເຂົ້າໄປໃນ ປະເທດຈີນ ທີ່ເປັນພັນທະມິດນັ້ນ. ທ່ານໄດ້ໄປຢ້ຽມ ໂຮງຮຽນມັດທະຍົມກາງແຫ່ງນຶ່ງ ທີ່ມື້ລາງບິດາຂອງທ່ານ ຄືທ່ານກິມ ອິລ ຊຸງ ເຄີຍໄປຮຽນ ໃນຕອນທີ່ຍັງເປັນເດັກນ້ອຍ.

ມີລາຍງານວ່າ ລູກຊາຍຂອງທ່ານກິມ ຄືທ້າວ ກິມ ຈົງ ອຸນ ກໍໄດ້ຮ່ວມເດີນທາງໄປກັບ ບິດາຂອງລາວ. ມີການຄາດຄະເນກັນຫຼາຍຂຶ້ນນັບມື້ວ່າ ທ້າວກິມ ຈົງ ອຸນ ຈະໄດ້ສືບ ທອດອຳນາດ ຕໍ່ຈາກບິດາຂອງທ່ານ ເປັນຜູ້ນຳຄົນຕໍ່ໄປ ຂອງເກົາຫຼີເໜືອ.

XS
SM
MD
LG